ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນ​ເດຍ ​​ເລີ້ມທໍາການ​ປະຕິ​ຮູບ ທາງ​ດ້ານ​ພາສີ ​ທີ່​ມີ​ຄວາມ​ສໍາຄັນ


​ເຈົ້າຂອງຮ້ານຄ້າສ່ວນຫລາຍ ຢູ່ໃນຕະຫລາດນີ້ ເວົ້າວ່າ ເຂົາເຈົ້າບໍ່​ໄດ້​ກຽມຕົວສໍາລັບ​ການ​ກ້າວ​ກະ​ໂດດ​ຂັ້ນ ​ໄປ​ຫາ​ເສດຖະກິດດິຈິ​ຕອລທີ່ໃຊ້ໃນລະບົບການ ເກັບພາສີສິນຄ້າ ແລະການບໍລິການ ຫລື Goods and Services Tax ທີ່ຈະເຮັດໃຫ້ອິນເດຍກາຍເປັນປະເທດ ທີ່ມີຕະຫລາດດຽວນັ້ນ ຍ້ອນວ່າເຂົາເຈົ້າ ບໍ່ມີຄອມພີວເຕີ ຫລືອິນເຕີແນັດ.
​ເຈົ້າຂອງຮ້ານຄ້າສ່ວນຫລາຍ ຢູ່ໃນຕະຫລາດນີ້ ເວົ້າວ່າ ເຂົາເຈົ້າບໍ່​ໄດ້​ກຽມຕົວສໍາລັບ​ການ​ກ້າວ​ກະ​ໂດດ​ຂັ້ນ ​ໄປ​ຫາ​ເສດຖະກິດດິຈິ​ຕອລທີ່ໃຊ້ໃນລະບົບການ ເກັບພາສີສິນຄ້າ ແລະການບໍລິການ ຫລື Goods and Services Tax ທີ່ຈະເຮັດໃຫ້ອິນເດຍກາຍເປັນປະເທດ ທີ່ມີຕະຫລາດດຽວນັ້ນ ຍ້ອນວ່າເຂົາເຈົ້າ ບໍ່ມີຄອມພີວເຕີ ຫລືອິນເຕີແນັດ.

ອິນ​ເດຍ​ໄດ້​ເລີ້ມການ​ປະຕິ​ຮູບທາງ​ດ້ານ​ພາສີ​ທີ່​ມີ​ຄວາມ​ສໍາຄັນ ໃນ​ທ່ຽງຄືນ​ຂອງ​ວັນ​ສຸກ
ມື້ນີ້ທີ່​ຈະ​ເປັນການປະຕິ​ຮູບ​ປະ​ເທດທີ່​ມີ​ພົນລະ​ເມືອງ 1 ພັນ 300 ລ້ານຄົນ​ດັ່ງກ່າວ ​ໃຫ້​
ເປັນ​ຕະຫລາດ​ອັນ​ດຽວກັນ.

ພາສີ​ສິນຄ້າ ​ແລະ​ການ​ບໍລິການ ຫລື GST ຈະ​ໃຊ້ການ​ເກັບ​ພາສີ​ອັນ​ດຽວ ແທນ​ການ​ເກັບ
​ພາສີ​ທີ່​ມີ​ຫລາຍ​ກວ່າ​ສິບ​ສອງ​ຂັ້ນທີ່​ສັບສົນ ​ແລະ​ລົບ​ລ້າງ​ຂໍ້​ກີດຂັ້ນລະຫວ່າງ​ລັດ​ຕ່າງໆ
ຂອງ​ປະ​ເທດ.

​ແຕ່​ວ່າການ​ປ່ຽນ​ແປງ​ດັ່ງກ່າວ​ໄດ້​ພາ​ໃຫ້​ມີ​ການ​ປັ່ນ​ປ່ວນ. ການ​ເກັບ​ພາສີ​ແບບ​ໃໝ່ ​ໄດ້
​ເຮັດ​ໃຫ້​ເກີດ​ການເດີນ​ຂະ​ບວນ, ການ​ປະ​ທ້ວງ ​ແລະ​ຄວາມ​ກັງວົນວ່າ ມັນ​ອາດ​ຈະ​ເຮັດ
​ໃຫ້​ທຸລະ​ກິດ​ຕ່າງໆຫລາຍ​ອັນ ທີ່​ບໍ່​ໄດ້​ກຽມຕົວສໍາລັບ​ການ​ກ້າວ​ກະ​ໂດດ​ຂັ້ນ ​ໄປ​ຫາ​ເສດ
ຖະກິດດິຈິ​ຕອລນັ້ນ ຖືກ​ລົບ​ກວນ.

ຢູ່​ໃນ​ຕະຫລາດ​ທົ່ວ​ປະ​ເທດ, ​ເຂົ້າຂອງ​ຮ້ານ​ຂາຍ​ເຄື່ອງແລະ​ພວກ​ພໍ່ຄ້າແມ່​ຄ້າ​ຫລາຍ​ລ້ານ
​ຄົນ ທີ່​ເຄີຍ​ໄດ້​ເກັບ​ບັນທຶກຢູ່​ບັນຊີ​ແຍກ​ປະ​ເພດທີ່​ມີ​ຂີ້ຝຸ່ນແລະ​ຂຽນ​ໃບຮັບ​ເງິນ​ໃຫ້​ລູກ​ຄ້າ
ມາ​ເປັນ​ສິບໆປີນັ້ນ ຕ່າງ​ກໍມີຄວາມ​ສັບສົນ ​ແລະ​ຄວາມ​ວຸ້ນວາຍ. ບາງ​ຄົນ​ກໍ​ໄດ້​ຟ້າ​ວຝັ່ງ
ລົງທຶນ​ໃສ່​ໃນ​ຄອມ​ພີ​ວ​ເຕີ ​ຍ້ອນ​ລະບຽບ​ການໃໝ່ ຮຽກຮ້ອງ​ໃຫ້​ທຸກ​ທຸລະ​ກິດ ຍົກ​ເວັ້ນ ທຸ
ລະ​ກິດ​ທີ່​ນ້ອຍທີ່​ສຸດ ​ໃຫ້​ຍື່ນ​ການ​ເສຍ​ພາສີ​ ທາງ​ອອນ​ລາຍ ​ໃນ​ແຕ່ລະ​ເດືອນ.

ທ່ານ Suresh Kumar ທີ່ເປັນ​ເຈົ້າຂອງ​ທຸລະ​ກິດ​ຄອບຄົວຢູ່ໃນ​ຕະຫລາດທີ່​ອຶ​ກກະທຶກ
ຂອງເຂດ​ຄຸ້ມນຶ່ງ​ໃນ​ນະຄອນ New Delhi ບໍ່​ເຄີຍ​ໄດ້​ໃຊ້​ຄອມ​ພີ​ວ​ເຕີ​ຈັກ​ເທື່ອ​ແລະ​ບໍ່​ເຄີຍ​
ມີ​ອິນ​ເຕີ​ແນັດ​ໃນ​ຮ້ານ​ຂອງ​ລາວ. ລູກ​ຄ້າ​ສ່ວນ​ໃຫຍ່​ແມ່ນ​ຈ່າຍ​ດ້ວຍ​ເງິນສົດ ​ແລະ​ເຄື່ອງ​
ໄລ່​ເລກແມ່ນ​ອຸບປະກອນ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ພຽງ​ຢ່າງ​ດຽວ ທີ່​ລາວ​ໄດ້​ນຳ​ໃຊ້ ນັບ​ແຕ່​ເປີດ
​ຮ້ານ​ມາ ​ເມື່ອ 47 ປີ​ກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG