ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາຍອິນເດຍ ຂົ່ມຂືນໝູ່ ແລະປຸ້ນຈີ້ ນັກທ່ອງທ່ຽວ ຊາວສວິສເຊີແລນ (ວີດິໂອ)


ຕໍາຫລວດເອົາຜູ້ຍິງຊາວສວິສເຊີແລນອາຍຸ 39 ປີ (ກາງ) ໄປຍັງໂຮງໝໍທີ່ເມືອງ Gwalior ຂອງອິນເດຍ ລຸນຫລັງທີ່ລາວຖືກຂົ່ມຂືນໝູ່ ໃນຂະນະທີ່ກໍາລັງທ່ອງທ່ຽວອິນເດຍ ກັບສາມີຂອງລາວ ໃນວັນທີ 16 ມີນາ 2013.
ຕໍາຫລວດເອົາຜູ້ຍິງຊາວສວິສເຊີແລນອາຍຸ 39 ປີ (ກາງ) ໄປຍັງໂຮງໝໍທີ່ເມືອງ Gwalior ຂອງອິນເດຍ ລຸນຫລັງທີ່ລາວຖືກຂົ່ມຂືນໝູ່ ໃນຂະນະທີ່ກໍາລັງທ່ອງທ່ຽວອິນເດຍ ກັບສາມີຂອງລາວ ໃນວັນທີ 16 ມີນາ 2013.
ຕໍາຫລວດອິນເດຍເວົ້າວ່າ ຜູ້ຊາຍຫົກຄົນທີ່ຖືກກ່າວຫາວ່າ
ໄດ້ທໍາການຂົ່ມຂືນໝູ່ ແລະປຸ້ນຈີ້ນັກທ່ອງທ່ຽວຊາວສວິສເຊີ
ແລນຄົນນຶ່ງ ຈະໄປປະກົດຕົວທີ່ສານ ໃນວັນຈັນມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ພວກຜູ້ຊາຍດັ່ງກ່າວໄດ້ຖືກຈັບກຸມຢູ່ລັດ
ມາເດຍ ປຣະເທດ ໃນເຂດພາກກາງຂອງອິນເດຍ.

ອົງການຂ່າວຂອງຝຣັ່ງເວົ້າວ່າ ຜູ້ຕ້ອງສົງໄສໄດ້ຖືກ “ນໍາໄປ
ສະແດງໂຕ” ຢູ່ສະຖານີຕໍາຫລວດແຫ່ງນຶ່ງ ໃນເມືອງ Datia
ໃນແລງວັນອາທິດວານນີ້. ພວກຜູ້ຊາຍດັ່ງກ່າວ ມີອາຍຸ
ລະຫວ່າງ 20 ຫາ 25 ປີ.

ຜູ້ຍິງຊາວສວິສເຊີແລນ ອາຍຸ 39 ປີ ກໍາລັງທ່ອງທ່ຽວອິນເດຍກັບສາມີຂອງລາວໂດຍ
ທາງລົດຖີບ ເວລາທີ່ພວກເຂົາເຈົ້າຖືກຜູ້ຊາຍກຸ່ມນຶ່ງໂຈມຕີ ຢູ່ບ່ອນຕັ້ງແຄ໊ມໃນປ່າໃກ້ໆ
ກັບຫົນທາງສາຍນຶ່ງ ລຸນຫລັງທີ່ໄດ້ໄປທ່ຽງຊົມເມືອງ Orchha ເຕັມໄປດ້ວຍວັດວາ.

ທ່ານ D.K. Arya ຮອງຫົວໜ້າຕໍາຫລວດເມືອງເວົ້າວ່າ ພວກຜູ້ຊາຍພາກັນຕີຜູ້ເປັນສາ
ມີ ແລ້ວກໍຂົ່ມຂືນຜູ້ຍິງຄົນນັ້ນຢູ່ຕໍ່ໜ້າສາມີຂອງລາວ. ນອກນັ້ນ ພວກເຂົາຍັງໄດ້ລັກເອົາ
ຄອມພິວເຕີ້ແລັບທັອບອັນນຶ່ງ, ເງິນ 185 ໂດລາ ແລະໂທລະສັບມືຖືຈາກສາມີພັນລະຍາ
ຄູ່ນັ້ນໄປ.

ທ່ານ Arya ເວົ້າວ່າ ຜູ້ຊາຍ 6 ຫລື 7 ຄົນ ໂຈມຕີຄູ່ສາມີພັນລະຍາ ຢູ່ໃນເຕັ້ນຂອງພວກ
ເຂົາເຈົ້າ ແລະຢ່າງໜ້ອຍ 4 ຄົນ ໄດ້ຂົ່ມຂືນຜູ້ຍິງຄົນນັ້ນ ທີ່ຖືກນໍາໄປປິ່ນປົວຢູ່ໂຮງໝໍ
ທ້ອງຖິ່ນ ແລະຖືກປ່ອຍໃຫ້ອອກໂຮງໝໍໄປ ໃນເວລາຕໍ່ມາ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG