ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອິນ​ເດຍ ໂຈະ​ການ​ບໍ​ລິ​ການວີ​ຊາ ​ໃຫ້​ແກ່​ຊາວ​ກາ​ນາ​​ດາ ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ​ປະ​ເທດ​ທັງ​ສອງ ເພີ້ມ​ທະ​ວີ​ຂຶ້ນ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນິວຢອກ ເມື່ອ​ວັນ​ທີ 21 ກັນ​ຍາ 2023 ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ ຫຼັງ​ຈາກ​ກາ​ນາ​ດາ​ປະ​ກາດ​ວ່າ ຕົນ​ໄດ້​ກ່າວ​ຫາ ທີ່​ພົວ​ພັນ​ໃນ​ການ​ສັງ​ຫານ ​ຊາວ​ຊິກ​ແບ່ງ​ແຍກ​ດິນ​ແດນ ໂດຍ​ສາຍ​ລັບ​ອິນ​ເດຍ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນິວຢອກ ເມື່ອ​ວັນ​ທີ 21 ກັນ​ຍາ 2023 ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ ຫຼັງ​ຈາກ​ກາ​ນາ​ດາ​ປະ​ກາດ​ວ່າ ຕົນ​ໄດ້​ກ່າວ​ຫາ ທີ່​ພົວ​ພັນ​ໃນ​ການ​ສັງ​ຫານ ​ຊາວ​ຊິກ​ແບ່ງ​ແຍກ​ດິນ​ແດນ ໂດຍ​ສາຍ​ລັບ​ອິນ​ເດຍ.

ອິນ​ເດຍ​ໄດ້ໂຈະການ​ອອກວີ​ຊາ ​ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ກາ​ນາ​ດາ​ ໃນ​ວັນ​ພະ​ຫັດ​ວານ​ນີ້ແລະ​ຮ້ອງ​ຂໍ​ໃຫ້​ກາ​ນາ​ດາ​ຕັດ​ພະ​ນັກ​ງານ​ສະ​ຖານ​ທູດ​ຂອງ​ຕົນ​ໃນ​ອິນ​ເດຍລົງ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ແລະ​ຫວ່າງ​ປະ​ເທດ​ທັງ​ສອງ​ເພີ້ມ​ທະ​ວີ​ຂຶ້ນ.

ປະ​ຊາ​ຊົນ​ຊາວ​ກາ​ນາ​ດາ ຜູ້​ຊຶ່ງ​ບໍ່​ທັນ​ໄດ້​ຮັບ​ວີ​ຊາ​ໃນ​ເວ​ລານີ້ ຈະ​ບໍ່​ສາ​ມາດ​ເດີນ​ທາງ​ໄປ​ປະ​ເທດ​ອິນ​ເດຍ​ໄດ້ ຈົນ​ກວ່າ​ການ​ບໍ​ລິ​ການ​ດ້ານ​ວີ​ຊາ​ເລີ້ມ​ຄືນ​ອີກ.

ນອກນັ້ນ ອິນ​ເດຍ​ຍັງ​ໄດ້​ຮ້ອງ​ຂໍ​ໃຫ້​ກາ​ນາ​ດາ ​ຫຼຸດ​ການ​ມີ​ໜ້າ​ທາງ​ດ້ານ​ການ​ທູດ​ຂອງ​ຕົນ​ຢູ່​ໃນ​ອິນ​ເດ​ຍ​ລົງ ໃນ​ການ​ເຄື່ອນ​ໄຫວ​ທີ່​ໂຄ​ສົກ​ກະ​ຊ​ວງ​ກິດ​ຈະ​ການ​ຕ່າງ​ປະ​ເທດ ທ່ານ​ອາ​ຣິນ​ດາມ ບັກ​ຈີ (Arindam Bagchi) ເອີ້ນ​ວ່າ​ເປັນ​ບັນ​ຫາໃນ​ດ້ານ​ຄວາມ​ບໍ່​ເທົ່າ​ທຽມ ໃນ​ຂະ​ນະ​ທີ່​ພະ​ນັກ​ງານ​ສະ​ຖານ​ທູດ​ຂອງ​ອິນ​ເດຍ​ຢູ່​ກາ​ນາ​ດາ​ມີ​ໜ້ອຍກວ່າ​ພະ​ນັກ​ງານ​ສະ​ຖານ​ທູດ​ກາ​ນາ​ດາ​ຢູ່​ໃນ​ອິນ​ເດຍ.

ອິນ​ເດຍ​ຍັງໄດ້​ເຕືອນ​ໃຫ້​ປະ​ຊາ​ຊົນ​ຂອງ​ຕົນ​ມີ​ຄວາມ​ລະ​ມັດ​ລະ​ວັງເວ​ລາ​ເດີນ​ທາງ​ໄປ​ກາ​ນາ​ດາ ໃນ​ຂະ​ນະ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ນະ​ຄອນ​ຫຼວງ​ນິວ​ເດ​ລີ​ກ່າວ​ອ້າງວ່າ “ມີ​ກິດ​ຈະກຳ​ຕໍ່​ຕ້ານ​ອິນ​ເດຍ​ຫຼາຍ​ຂຶ້ນແລະ​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງ​ທີ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ທາງ​ການ​ເມືອງ.”

ຄວາມ​ສຳ​ພັນ​ລ​ະ​ຫວ່າງ​ປະ​ເທດ​ທັງ​ສອງ​ໄດ້​ຊຸດ​ໂຊມ​ລົງນັບ​ຕັ້ງ​ແຕ່​ວັນ​ທີ 18 ກັນ​ຍາ​ຜ່ານ​ມາ ເວ​ລາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ກ່າວ​ອ້າງ “ມີ​ການ​ກ່າວ​ຫາ​ທີ່​ໜ້າ​ເຊື່ອ​ຖື​” ວ່າ ອິນ​ເດຍ​ມີ​ສ່ວນ​ພົວ​ພັນ​ໃນ​ການ​ສັງ​ຫານ​ຄົນ​ສັນ​ຊາດ​ກາ​ນາ​ດາ ແລະ​ເປັນ​ຊາວ​ຊິກ​ແບ່ງ​ແຍກ​ດິນ​ແດນ ຮາ​ດີບ ຊິງ ນິ​ຈາ ເມື່ອ​ມິ​ຖຸ​ນາ ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ແວນ​ຄູ​ເວີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG