ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ມີກໍລະນີ COVID-19 ຫຼາຍເປັນອັນດັບສອງຂອງໂລກ ແຊງກາຍ ບຣາຊິລ


ພວກຝູງຄົນທີ່ແອອັດຢູ່ໃນຖະໜົນສາຍນຶ່ງຂອງນະຄອນ ມຸມໄບ ເມື່ອວັນທີ 12 ເມສາ 2021, ໃນຂະນະທີ່ປະເທດອິນເດຍແຊງກາຍ ບຣາຊິລ ທີ່ມີກໍລະນີ COVID-19 ຫຼາຍເປັນອັນດັບສອງຂອງໂລກ.
ພວກຝູງຄົນທີ່ແອອັດຢູ່ໃນຖະໜົນສາຍນຶ່ງຂອງນະຄອນ ມຸມໄບ ເມື່ອວັນທີ 12 ເມສາ 2021, ໃນຂະນະທີ່ປະເທດອິນເດຍແຊງກາຍ ບຣາຊິລ ທີ່ມີກໍລະນີ COVID-19 ຫຼາຍເປັນອັນດັບສອງຂອງໂລກ.

ສະຖິຕິໃໝ່ໃນມື້ດຽວຂອງກໍລະນີຕິດເຊື້ອໄວຣັສໂຄວິດ-19 ໄດ້ຫຍັບ ອິນເດຍຂຶ້ນເປັນອັນດັບສອງນຳຫຼັງ ສະຫະລັດ ສຳລັບການຕິດເຊື້ອໄວຣັສໂຄໂຣນາທີ່ໄດ້ຮັບການຢັ້ງຢືນຫຼາຍທີ່ສຸດຂອງໂລກ.

ປະເທດຢູ່ໃນເຂດເອເຊຍໃຕ້ນີ້ ໄດ້ບັນທຶກກໍລະນີການຕິດໂຄວິດ-19 ໃໝ່ 168,912 ຄົນ ໃນວັນຈັນວານນີ້ ເຮັດໃຫ້ອິນເດຍມີຈໍານວນຄົນຕິດພະຍາດໂຄວິດ-19 ທັງໝົດ 13,527,717 ກໍລະນີ, ເມື່ອທຽບໃສ່ ບຣາຊີລ ທີ່ມີທັງໝົດ 13,517,808 ກໍລະນີ ອີງຕາມສູນກາງແຫລ່ງຂໍ້ມູນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ການເພີ້ມສູງຂຶ້ນຄັ້ງໃໝ່ນີ້ ແມ່ນກົງກັບການຂາດເຂີນຢາວັກຊີນຢູ່ໃນບາງລັດຂອງອິນເດຍ ພ້ອມກັນກັບບຸນປະຈຳປີທີ່ເອີ້ນວ່າ “ຄຸມ ເມລາ” ຫຼື ບຸນໂຖນ້ຳ ຢູ່ແມ່ນ້ຳຄົງຄາ ຊຶ່ງຜູ້ນັບຖືສາສະໜາຮິນດູຫຼາຍລ້ານຄົນພາກັນອາບນ້ຳຢູ່ໃນແມ່ນ້ຳດັ່ງກ່າວເພື່ອຂໍການອະໄພໂທດ, ຈຶ່ງມີຄວາມຢ້ານກົວວ່າ ມັນອາດຈະກາຍເປັນງານບຸນທີ່ເປັນການແຜ່ລະບາດຂະໜາດໃຫຍ່.

ອິນເດຍ ຢູ່ໃນອັນດັບທີສີ່ ໃນຈຳນວນການເສຍຊີວິດຍ້ອນໄວຣັສໂຄໂຣນາ ໂດຍມີຜູ້ເສຍຊີວິດ 170,179 ຄົນ ລວມທັງ 904 ຄົນທີ່ໄດ້ເສຍຊີວິດໃນວັນຈັນວານນີ້ນຳດ້ວຍ. ສະຫະລັດ ນຳໜ້າໝູ່ໃນພາກສ່ວນນີ້ ໂດຍມີຈຳນວນການເສຍຊີວິດ 562,521 ຄົນ ຕິດຕາມມາດ້ວຍ ບຣາຊີລ ໂດຍມີ 354,617 ຄົນທີ່ເສຍຂີວິດ ແລະເມັກຊິໂກ ມີ 209,702 ຄົນ.

ອົງການຂ່າວຣອຍເຕີ ລາຍງານວ່າ ອິນເດຍ ໄດ້ອະນຸມັດໃຫ້ໃຊ້ຢາວັກຊີນ Sputnik V COVID-19 ຂອງຣັດເຊຍ.

ຢູ່ໃນສະຫະລັດ ລັດຖະບານທ່ານໄບເດັນ ກຳລັງຮຽກຮ້ອງຕໍ່ລັດມິຊິແກັນ ຢູ່ທາງພາກຕາເວັນຕົກຕອນກາງຂອງສະຫະລັດ ໃຫ້ວາງມາດຕະການບັງຄັບປິດເມືອງເພື່ອຮັບມືກັບການເພີ້ມສູງຂຶ້ນຮອບໃໝ່ຂອງການຕິດແປດໄວຣັສໂຄໂຣນາ ທີ່ກຳລັງແຜ່ລະບາດຢູ່ໃນລັດດັ່ງກ່າວ.

ຜູ້ປົກຄອງລັດມິຊິແກັນ ທ່ານນາງເກຣັດເຈນ ວິດເມີ ໄດ້ຂໍຮ້ອງຕໍ່ລັດຖະບານຈົ່ງສະໜອງຢາວັກຊີນກັນໂຄວິດ-19 ໃຫ້ລັດຂອງຕົນຕື່ມອີກ ໃນຄວາມພະຍາຍາມທີ່ຈະສະກັດກັ້ນການເພີ້ມຂຶ້ນນັ້ນ ຊຶ່ງໄດ້ມີອັດຕາການຕິດແປດສູງທີ່ສຸດໃນປະເທດ. ແຕ່ທ່ານນາງ ໂຣແຊລ ວາເລນສ໌ກີ ຫົວໜ້າສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ກ່າວໃນວັນຈັນວານນີ້ວ່າ “ຄຳຕອບ ກໍບໍ່ຈຳເປັນວ່າ ຕ້ອງໃຫ້ຢາວັກຊີນ” ເພາະໄລຍະເວລາທີ່ຕ້ອງໃຊ້ເພື່ອມັນຈະມີປະສິດທິພາບນັ້ນ.

ທ່ານນາງ ວາເລນສ໌ກີ ໄດ້ກ່າວອີກວ່າ “ຄຳຕອບ ແທ້ຈິງແລ້ວ ກໍແມ່ນໃຫ້ປິດສິ່ງຕ່າງໆລົງ ໃຫ້ປິດທຸກສິ່ງລົງ ເພື່ອບໍ່ໃຫ້ການຕິດເຊື້ອເພີ່ມຂຶ້ນ, ເພື່ອຫຼຸດຜ່ອນການຕິດຕໍ່ກັນ.” ລັດຖະບານ ກ່າວວ່າ ຕົນຈະສົ່ງຊຸດຢາຕ້ານເຊື້ອໂຄວິດ-19 ແລະ ອຸປະກອນກວດຫາໄວຣັສ ໄປໃຫ້ລັດມິຊິແກັນຕື່ມອີກ, ແຕ່ກ່າວວ່າ ຕົນຈະຍຶດຖືເອົາແຜນການຂອງຕົນ ທີ່ຈະແຈກຢາຍຢາວັກຊີນກັນໂຄວິດ-19 ໃຫ້ທຸກລັດທັງໝົດບົນພື້ນຖານຂອງປະຊາກອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG