ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ມີຈຳນວນ ກໍລະນີການເສຍຊີວິດຍ້ອນ COVID-19 ກາຍ 50,000 ຄົນແລ້ວ


ຄົນງານປະຈຳເຂດເທດສະບານແຂວ້ນແຄສເມຍ ສີດຢາຂ້າພະຍາດ ເປັນມາດຕະການລະມັດລະວັງເພື່ອກັນໄວຣັດໂຄໂຣນາ ຢູ່ພາຍໃນວັດອິສລາມແຫ່ງນຶ່ງ ໃນຂະນະທີ່ພວກຜູ້ເຫຼື້ອມໄສ ໄຫວພາວັນນາ ຢູ່ນັ້ນ ໃນເມືອງ ຊຣີນາກາ, ຂອງແຄສເມຍທີ່ເປັນເຂດຄຸ້ມຄອງຂອງອິນເດຍ, ວັນອາທິດ ທີ16 ສິງຫາ 2020.
ຄົນງານປະຈຳເຂດເທດສະບານແຂວ້ນແຄສເມຍ ສີດຢາຂ້າພະຍາດ ເປັນມາດຕະການລະມັດລະວັງເພື່ອກັນໄວຣັດໂຄໂຣນາ ຢູ່ພາຍໃນວັດອິສລາມແຫ່ງນຶ່ງ ໃນຂະນະທີ່ພວກຜູ້ເຫຼື້ອມໄສ ໄຫວພາວັນນາ ຢູ່ນັ້ນ ໃນເມືອງ ຊຣີນາກາ, ຂອງແຄສເມຍທີ່ເປັນເຂດຄຸ້ມຄອງຂອງອິນເດຍ, ວັນອາທິດ ທີ16 ສິງຫາ 2020.

ອິນເດຍ ໄດ້ລາຍງານໃນວັນຈັນມື້ນີ້ ວ່າ ຈຳນວນການເສຍຊີວິດ ຍ້ອນໄວຣັສໂຄໂຣນາຂອງຕົນນັ້ນ ໄດ້ກ່າຍ 50,000 ຄົນແລ້ວ ຫຼັງຈາກທີ່ ຕົນໄດ້ຢັ້ງຢືນກໍລະນີການຕາຍໃໝ່ອີກ ຫຼາຍກວ່າ 900 ຄົນໃນມື້ດຽວ.

ປະເທດດັ່ງກ່າວແມ່ນຢູ່ໃນອັນດັບທີສີ່ໃນໂລກ ໃນການເສຍຊີວິດ ຍ້ອນ COVID-19 ໂດຍນໍາຫລັງສະຫະລັດ ບຣາຊີລ ແລະເມັກຊິໂກ ພຽງໜ້ອຍດຽວ.

ສ່ວນນິວຊີແລນ ເປັນປະເທດນຶ່ງ ທີ່ໄດ້ສະຫຼອງການປາສະຈາກ ການຕິດແປດຂອງໄວຣັສພາຍໃນຊຸມຊົນ ມາໄດ້ຫຼາຍກວ່າ 100 ວັນ ກໍໄດ້ເລື່ອນກຳນົດການເລືອກຕັ້ງ ທີ່ວາງແຜນໃສ່ເດືອນໜ້າ ອອກໄປ ໃນຂະນະທີ່ຕົນຮັບມືກັບການລະ ບາດຮອບໃໝ່.

ນາຍົກລັດຖະມົນຕີ ຈາຊິນດາ ອາຣເດີນ ໄດ້ກ່າວວ່າ ການເລືອກຕັ້ງແຫ່ງຊາດ ບັດນີ້ ຈະຈັດຂຶ້ນໃນວັນທີ 17 ເດືອນຕຸລາ ແລະວ່າ ຈະບໍ່ມີການເລື່ອນອອກໄປອີກ.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງນິວຊີແລນ ໄດ້ລາຍງານກໍລະນີຕິດເຊື້ອໄວຣັສໃໝ່ 9 ຄົນໃນວັນຈັນວານນີ້ ໂດຍນຳມາ ຈຳນວນກໍລະນີທີ່ຍັງມີການຕິດແປດຢູ່ຊຶ່ງໄດ້ຮັບການຢັ້ງຢືນວ່າ ມີຢູ່ 78 ກໍລະນີ ໃນຂະນະທີ່ສະຖານທີ່ເປັນແຫລ່ງຂອງການລະບາດນັ້ນ ແມ່ນຢູ່ໃນເມືອງອອກແລນນັ້ນ ຍັງຄົງຢູ່ພາຍໃຕ້ການປິດເມືອງຕໍ່ໄປອີກອາທິດນຶ່ງ.

ຢູ່ໃນປະເທດເກົາຫຼີໃຕ້ ຊຶ່ງໄດ້ເຫັນຜົນສຳເລັດຂອງຕົນໃນການຂັບດັນໃຫ້ການຕິດແປດຂອງກໍລະນີໃໝ່ຫລຸດລົງນັ້ນ ບັນດາເຈົ້າໜ້າທີ່ສາທາລະນະສຸກ ກໍກຳ ລັງເຮັດວຽກເພື່ອທີ່ຈະເຮັດໃຫ້ການລະບາດຢູ່ໃນອ້ອມແອ້ມນະຄອນຫຼວງໂຊລຊັກຊ້າລົງຢູ່ນັ້ນ ຊຶ່ງປະກອບມີໂບດຈຳນວນນຶ່ງເປັນແຫລ່ງທີ່ສຳຄັນຂອງການຕິດແປດກັນນັ້ນ.

ພາຍຫຼັງຈາກທີ່ ຫຼາຍເດືອນຜ່ານມາ ໂດຍມີກໍລະນີຕິດເຊື້ອໄວຣັສໃໝ່ ໃນແຕ່ລະວັນ ບໍ່ເຖິງ 50 ກໍລະນີເລີຍ ຊຶ່ງບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ມີກໍລະນີຕິດເຊື້ອໄວຣັສໃໝ່ອີກ 197 ຄົນ ຫຼັງຈາກທີ່ໄດ້ມີເກືອບ 300 ກໍລະນີ ໃນວັນອາທິດວານນີ້.

ຍີ່ປຸ່ນ ທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດອັນດັບສາມຂອງໂລກ ແມ່ນເປັນປະເທດຫຼ້າສຸດ ທີ່ສະແດງໃຫ້ເຫັນເຖິງຜົນກະທົບຕໍ່ເສດຖະກິດ ຈາກການລະບາດລະດັບໂລກຂອງໄວຣັສ ທີ່ກໍ່ໃຫ້ລັດຖະບານທັງຫຼາຍໃນທົ່ວໂລກ ຕ້ອງໄດ້ວາງຂໍ້ຈຳກັດຕ່າງໆ ທີ່ໄດ້ກີດຂວາງຢ່າງໜັກກິດຈະການດ້ານເສດຖະກິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG