ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕເລກຜູ້ເສຍຊີວິດ ຢູ່ອິນເດຍ ກາຍ 2 ແສນຄົນແລ້ວ ໃນຂະນະທີ່ຜູ້ຕິດເຊື້ອ ຍັງສືບຕໍ່ມີຈຳນວນເພີ້ມຂຶ້ນ


ການເຜົາສົບພວກຄົນປ່ວຍທີ່ເສຍຊີວິດຍ້ອນໂຄວິດ-19 ຢູ່ນະຄອນນິວເດລີ ປະເທດອິນເດຍ ເມື່ອວັນທີ 21 ຜ່ານມາ 2021.
ການເຜົາສົບພວກຄົນປ່ວຍທີ່ເສຍຊີວິດຍ້ອນໂຄວິດ-19 ຢູ່ນະຄອນນິວເດລີ ປະເທດອິນເດຍ ເມື່ອວັນທີ 21 ຜ່ານມາ 2021.

ໂຕເລກຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ຢູ່ປະເທດອິນເດຍ ໄດ້ກາຍຂີດ 200 ພັນຄົນແລ້ວ ໃນຂະນະທີ່ອິນເດຍ ຍັງສືບຕໍ່ມີຜູ້ຕິດເຊື້ອເພີ້ມຂຶ້ນຢ່າງຫຼວງຫຼາຍຍ້ອນພະຍາດດັ່ງກ່າວ.

ກະຊວງສາທາລະນະສຸກ ລາຍງານວ່າ ມີຜູ້ເສຍຊີວິດ 3,293 ຄົນ ຊຶ່ງເປັນໂຕເລກທີ່ສູງທີ່ສຸດພາຍໃນມື້ດຽວ ເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດຂອງອິນເດຍເພີ້ມຂຶ້ນເປັນ 201,187 ຄົນ. ນອກນັ້ນແລ້ວ ປະເທດທີ່ຕັ້ງຢູ່ໃນເຂດເອເຊຍໃຕ້ດັ່ງກ່າວຍັງມີຈຳນວນຜູ້ຕິດເຊື້ອພາຍໃນມື້ດຽວທີ່ໄດ້ຮັບການຢືນຢັນຫຼາຍເປັນປະຫວັດການ 360,960 ຄົນ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອທັງໝົດເກືອບ 18 ລ້ານຄົນ.

ຄື້ນຟອງຫົວທີສອງຂອງໄວຣັສໂຄໂຣນາ ເຮັດໃຫ້ລະບົບຮັກສາສຸຂະພາບຂອງອິນເດຍເກືອບຈະພັງທະລາຍລົງ ໂດຍທີ່ໂຮງໝໍແຫ່ງຕ່າງໆເຕັມໄປດ້ວຍຄົນທີ່ປ່ວຍຍ້ອນໂຄວິດ-19 ຊຶ່ງພວກເຈົ້າໜ້າທີ່ໄດ້ຖືກບັງຄັບ ໃຫ້ປັບປຸງຕູ້ລົດໄຟໄວ້ເປັນບ່ອນກັກ ພວກທີ່ຖືກແຍກປ່ຽວ ຍ້ອນຕິດເຊື້ອ ໃນຂະນະດຽວກັນກໍມີການຂາດແຄນອອກຊີເຈັນຢ່າງຮ້າຍແຮງ ເຮັດໃຫ້ສະຖານະການທີ່ໝົດຫວັງຢູ່ແລ້ວນັ້ນ ຊຸດໂຊມລົງຕື່ມ. ສວນສາທາລະນະແລະບ່ອນຈອດລົດຫຼາຍໆແຫ່ງໄດ້ນຳໄປ ໃຊ້ເປັນບ່ອນຈູດສົບ ທີ່ເຮັດວຽກທັງເວັນທັງຄືນ ເພື່ອເຜົາສົບຜູ້ເສຍຊີວິດໄປນັ້ນ.

ປະຊາຄົມນາໆຊາດໄດ້ເລີ້ມສົ່ງອຸບປະກອນການແພດທີ່ຈຳເປັນຕ່າງໆໄປໃຫ້ປະເທດອິນເດຍຮວມທັງອຸບປະກອນປ້ອງກັນໂຕ ເຄື່ອງຊ່ວຍຫາຍໃນ ແລະເຄື່ອງປ່ຽນອາກາດໃຫ້ເປັນອອກຊີເຈັນ ພ້ອມທັງການປິ່ນປົວ ການກວດເພື່ອວິນິດໄສແລະວັດຖຸດິບທີ່ຈຳເປັນເພື່ອຜະລິດຢາວັກຊີນ.

ໂຕເລກຫຼ້າສຸດ ຂອງຜູ້ຕິດເຊື້ອໂຄວິດ-19 ຈາກສູນກາງຊັບພະຍາກອນໄວຣັສໂຄໂຣນາມະຫາວິທະຍາໄລຈອນສ໌ ຮອບກິນສ໌ ແຈ້ງວ່າ ມີທັງໝົດ 148​ ລ້ານ 7 ແສນກໍລະນີ ທີ່ໄດ້ຮັບການຢືນ ຢັນຮວມທັງ 3 ລ້ານ 1 ແສນຄົນທີ່ເສຍຊີວິດ. ສະຫະລັດເປັນປະເທດທີ່ນຳໜ້າໝູ່ໃນໂລກ ທັງຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນ 32 ລ້ານ 1 ແສນກໍລະນີ ແລະຜູ້ເສຍຊີວິດ 573,381 ຄົນ.

ໃນອີກດ້ານນຶ່ງນັ້ນ ການສຶກສາໃນຂັ້ນຕົ້ນຢູ່ອັງກິດສະແດງໃຫ້ເຫັນວ່າ ການສັກຢາວັກຊີນກັນໂຄວິດ-19 ພຽງເຂັມດຽວສາມາດຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອໄວຣັສ ລົງໄດ້ເຖິງເຄິ່ງນຶ່ງ. ພວກນັກຄົ້ນຄວ້າສາທາລະນະສຸກຂອງອັງກິດພົບວ່າ ພວກຄົນທີ່ໄດ້ຕິດເຊື້ອຢ່າງໜ້ອຍ 3 ອາທິດຫຼັງຈາກສັກຢາວັກຊີນເຂັມທຳອິດຂອງຟາຍເຊີ ຫຼືອາສຕຣາເຊເນກາແລ້ວນັ້ນ ແມ່ນ 38 ຫາ 49 ເປີເຊັນມີທ່າທາງວ່າຈະແຜ່ເຊື້ອໃຫ້ສະມາຊິກຄົນອື່ນໆໃນຄອບຄົວຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG