ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນ.ຍ. ອິນເດຍ ໄວ້ອາໄລ ແກ່ທະຫານ ໃນເຮືອດໍານໍ້າ ທີ່ໄຟໄໝ້ (ສະໄລດ໌/ວີດິໂອ)


ທ່ານ Manmohan Singh (ກາງ) ກວດເຫລົ່າທະຫານກຽດຕິຍົດ ເມື່ອທ່ານໄປເຖິງອະນຸສາວະລີ Red Fort ໃນວັນພະຫັດມື້ນີ້ ໃນຂະນະທີ່ສະເຫລີມສະຫລອງ ວັນເອກະລາດ ອິນເດຍ ໃນນະຄອນ Delhi ໃນວັນທີ 15 ສິງຫາ 2013
ທ່ານ Manmohan Singh (ກາງ) ກວດເຫລົ່າທະຫານກຽດຕິຍົດ ເມື່ອທ່ານໄປເຖິງອະນຸສາວະລີ Red Fort ໃນວັນພະຫັດມື້ນີ້ ໃນຂະນະທີ່ສະເຫລີມສະຫລອງ ວັນເອກະລາດ ອິນເດຍ ໃນນະຄອນ Delhi ໃນວັນທີ 15 ສິງຫາ 2013
ນາຍົກລັດຖະມົນຕີອິນເດຍເວົ້າວ່າ ທ່ານຢ້ານວ່າ ພວກທະ
ຫານເຮືອຈໍານວນ 18 ຄົນ ທີ່ຕົກຄ້າງຢູ່ໃນເຮືອດໍານໍ້າຂອງ
ກອງທັບເຮືອ ເສຍຊີວິດໄປໃນຂະນະທີ່ເກີດເຫດລະເບີດ
ແລະໄຟໄໝ້ໃນເຮືອ.

ໃນການໃຫ້ຄໍາເຫັນ ເນື່ອງໃນວັນເອກະລາດອິນເດຍ ທີ່ກຸງນີວ
ເດລີໃນວັນພະຫັດມື້ນີ້ ນາຍົກລັດຖະມົນຕີ Manmohan Singh
ເວົ້າວ່າ ອິນເດຍສະແດງຄວາມເຄົາລົບຕໍ່ “ພວກທີ່ມີຫົວໃຈອັນກ້າ
ຫານ” ທີ່ເສຍຊີວິດໄປໃນເຫດຮ້າຍ ທີ່ເກີດຂຶ້ນໃນວັນພຸດວານນີ້. ເຫດລະເບີດໄດ້ເກີດຂຶ້ນ ຢູ່ໃນເຮືອດໍານໍ້າລໍານຶ່ງ ທີ່ແລ່ນດ້ວຍນໍ້າ
ມັນກາຊວນຢູ່ອູ່ສ້ອມແປງເຮືອທີ່ນະຄອນ Mumbai ແລະເຮັດໃຫ້
ກໍາປັ່ນຈົມນໍ້າເຄິ່ງລໍາ. ພວກທະຫານເຮືອ ທີ່ຢູ່ໃນເຮືອໃກ້ຄຽງ ໄດ້ຖືກສົ່ງໄປໂຮງໝໍຍ້ອນຖືກ
ໄຟໄໝ້.



ພວກມະນຸດກົບ ສາມາດເປີດຝາດ້ານຫລັງຂອງເຮືອໄດ້ໃນຕອນແລງວັນພຸດວານນີ້ ແຕ່ ວ່າມາຮອດດຽວນີ້ ຍັງບໍ່ສາມາດທີ່ຈະເຂົ້າໄປຫາພວກທະຫານຢູ່ໃນເຮືອລໍານັ້ນໄດ້. ຜູ້ບັນ
ຊາການກອງທັບເຮືອ ພົນເຮືອເອກ D.K. Joshi ກ່າວຕໍ່ພວກນັກຂ່າວ ກ່ອນໜ້ານັ້ນໃນ ວັນ
ພຸດວານນີ້ເຊັ່ນກັນວ່າ “ພວກເຮົາຫວັງວ່າຈະໄດ້ຮັບຂ່າວດີທີ່ສຸດ ແຕ່ກໍຕ້ອງກຽມຕົວຮັບມືກັບ
ສິ່ງບໍ່ດີທີ່ສຸດເກີດຂຶ້ນ.”

ອຸປະຕິເຫດໄຟໄໝ້ເຮືອດຳນໍ້າ Sindhurakshak ມີຂຶ້ນບໍ່ເທົ່າໃດມື້ຫຼັງຈາກທີ່ອິນເດຍ ໄດ້ປະ
ກາດວ່າ ຈັກນິວເຄລຍຢູ່ໃນເຮືອດໍານໍ້ານິວເຄລຍລໍາທໍາອິດທີ່ຕົນສ້າງເອງນັ້ນ ໃຊ້ການໄດ້
ແລ້ວ.

ອິນເດຍ ກໍາລັງສະເຫລີມສະຫລອງວັນຄົບຮອບ ໃນການໄດ້ຮັບເອກະລາດຈາກອັງກິດ ໃນ
ປີ 1947. ນາຍົກລັດຖະມົນຕີ Singh ກໍໄດ້ຖືເອົາໂອກາດການກ່າວຄໍາປາໄສຢູ່ອະນຸສາວະ
ລີ Red Fort ໃນວັນພະຫັດມື້ນີ້ ເພື່ອເຕືອນປາກິສຖານ ທີ່ເປັນຄູ່ປໍລະປັກມາ
ແຕ່ປະຫວັດ
ສາດວ່າ ເພື່ອຈະປັບປຸງສາຍພົວພັນໃຫ້ດີຂຶ້ນໄດ້ປາກິສຖານຈະຕ້ອງຢຸດເຊົາ “ການເຄື່ອນ
ໄຫວໃດໆກໍຕາມ ທີ່ເປັນການຕໍ່ຕ້ານອິນເດຍ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ເຮືອດໍານໍ້າ ອິນເດຍ
please wait

No media source currently available

0:00 0:00:54 0:00
XS
SM
MD
LG