ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນເສຍຊີວິດ ຍ້ອນ ການແຕກຕື່ນຢຽບກັນ ຢູ່ວັດໃນອິນເດຍ


10 ຄົນເສຍຊີວິດ ຍ້ອນ ການແຕກຕື່ນຢຽບກັນ ຢູ່ວັດໃນອິນເດຍ
10 ຄົນເສຍຊີວິດ ຍ້ອນ ການແຕກຕື່ນຢຽບກັນ ຢູ່ວັດໃນອິນເດຍ

ເຈົ້າໜ້າທີ່​ອິນ​ເດຍເວົ້າວ່າ ຄົນ​ຢ່າງໜ້ອຍ 10 ຄົນ​ເສຍ​ຊີວິດ​ຍ້ອນ​ການແຕກ​ຕື່ນ​ແລ່ນຢຽບກັນ​ ຢູ່​ ທີ່​ວັດ​ແຫ່ງ​ນຶ່ງ​ທີ່​ອັ່ງ​ອໍ​ໄປ​ດ້ວຍ​ຜູ້​ຄົນທີ່​ໄປຮ່ວມ​ໃນ​ງານທີ່​ແຄວ້ນ ບີຮາ ທາງ​ກໍ້າ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ.

ຕໍາຫລວດ​ເວົ້າວ່າ ອີກ​ປະມານ 12 ຄົນໄດ້ຮັບບາດ​ເຈັບ ​ໃນ​ລະຫວ່າງການແຕກ​ຕື່ນແລ່ນ ຢຽບກັນ ​ໃນຕອນ​ເຊົ້າ​ວັນ​ເສົາ​ວານນີ້ ຢູ່​ທີ່​ວັດເມືອງບານ​ຄາ ບ່ອນ​ມີທີ່​ພວກ​ເຊື່ອຖື ສາສະໜາ ປະມານ 30 ພັນ​ຄົນ ​ໄດ້​ໄປ​ເຕົ້າ​ໂຮມກັນ ຢູ່ວັດ ​ເນື່ອງ​ໃນ​ໂອກາດບຸນ​ປະຈຳ​ປີ​ຂອງສາສະໜາ ຮິນດູ.

ຝູງຄົນແອອັດຈົນຢຽບກັນຕາຍ ຢູ່ ວັດແຫ່ງນຶ່ງໃນອິນເດຍ ໃນໂອ ກາດບຸນຕາມປະເພນີທາງສາສະ ໜາອັນນຶ່ງ
ຝູງຄົນແອອັດຈົນຢຽບກັນຕາຍ ຢູ່ ວັດແຫ່ງນຶ່ງໃນອິນເດຍ ໃນໂອ ກາດບຸນຕາມປະເພນີທາງສາສະ ໜາອັນນຶ່ງ

ເຈົ້າໜ້າທີ່​ອິນ​ເດpກ່າວອີກ
ວ່າ ພວກ​ຖືກ​ເຄາະຮ້າຍ​ໄດ
ໄປເຕົ້າ​ໂຮມກັນ​ເພື່ອ​ເບິ່ງ
ການ​ຂ້າແບ້ບູຊາຕາມ​ປະ​ເພນີ ​ໃນ​ວັນ​ສຸດ​ທ້າຍ​ຂອງບຸນ
ນັບ​ວຣາຕຣີ ຫລື ງານບຸນ​ເກົ້າຄືນ ຢູ່​ທີ່​ວັດບ້ານຕິນດີຮາ ຫ່າງ​ຈາກ​ເມືອງພັດ​ນາ, ເມືອງ​ຫລວງ​ຂອງ​ແຄວ້ນ​ ບີຮາ ປະມານ 200 ກິ​ໂລແມັດ.

ບໍ່ມີໃຜຮູ້​ສາ​ເຫດອັນ​ແທ້​ຈິງ ທີ່​ພາ​ໃຫ້​ມີ​ການແຕກ​ຕື່ນຢຽບກັນ​ຕາຍ​ຄົງນີ້.

ການແຕກ​ຕື່ນຢຽບກັນ​ຕາຍມັກມີ​ຢູ່​ເລື້ອຍໆ ​ຢູ່ໃນ​ວັດ ​ຢູ່​ອິນ​ເດຍ ບ່ອນ​ທີ່​ມີ​ຄົນ​ຈຳນວນ​ຫລວງ ຫລາຍ ມັກ​ໄປ​ເຕົ້າ​ໂຮມກັນ​ຢູ່​ບໍລິ​ເວນ ນ້ອຍໆ ​ໂດຍ​ທີ່​ບໍ່​ມີ​ການ​ປະຕິບັດລະບຽບການ​ດ້ານ ​ການຄຸ້ມ​ຄອງຄວາມປອດ​ໄພ ຫລື ວີ​ທີ​ການ​ຄວບ​ຄຸມການ​ແອ​ອັດຂອງ​ຜູ້​ຄົນ.

XS
SM
MD
LG