ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນ​ເດຍ ເຮັດ​ໃຫ້ ການ​ຕັ້ງ​ຂໍ້​​ຫາ ຕໍ່​ພົນ​ລະ​ເມືອງຕົນ ​ທີ່​ມີ​ການ​ພົວ​ພັນ ​ກັບກຸ່ມ IS ໄດ້​ງ່າຍ​ຂຶ້ນ 


ທ່ານ ອະ​ມິດ ຊາ (Amit Shah), ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ ​ໄດ້​ຖາມ​ສະ​ບາຍ​ດີ​ ຕໍ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່ ທ່ານ​ໄປ​ເຖິງກະ​ຊວງ​ພາຍ​ໃນ ຢູ່ນະ​ຄອນ​ນິວ​ເດ​ລີ​ຂອງ​ອິນ​ເດຍ, ວັນ​ທີ 1 ມິ​ຖຸ​ນາ, 2019
ທ່ານ ອະ​ມິດ ຊາ (Amit Shah), ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ ​ໄດ້​ຖາມ​ສະ​ບາຍ​ດີ​ ຕໍ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່ ທ່ານ​ໄປ​ເຖິງກະ​ຊວງ​ພາຍ​ໃນ ຢູ່ນະ​ຄອນ​ນິວ​ເດ​ລີ​ຂອງ​ອິນ​ເດຍ, ວັນ​ທີ 1 ມິ​ຖຸ​ນາ, 2019

ພວກ​ເຈົ້າ​ໜ້າ​ທີ່​ອິນ​ເດຍ ໄດ້​ເພີ້ມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ສືບ​ສວນ ສອບ​ສວນ ແລະ​ຕັ້ງ​ຂໍ້​ຫາ​ຕໍ່​ພົນ​ລະ​ເມືອງ​ອິນ​ເດຍ​ທີ່​ຖືກ​ກ່າວ​ຫາວ່າ ມີ​ການ​ເຊື່ອມ​ໂຍງ​ກັບ​ກຸ່ມ​ລັດ​ອິ​ສ​ລາມ ຫລື IS. ການດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ມີ​ຂຶ້ນ ຍ້ອນມີ​ການ​ວາງ​ລະ​ເບີດ​ໃນ​ເດືອນ​ເມ​ສາ​ຜ່ານ​ມາ ຢູ່​ໃນ​ສ​ຣີລັງ​ກາ, ປະ​ເທດ​ເພື່ອນ​ບ້ານທີ່​ໄດ້​ສັງ​ຫານຊີ​ວິດ​ຂອງ 259 ຄົນ ແລະ​ເຮັດ​ໃຫ້​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ນັ້ນ, ອີງ​ຕາມ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ອິນ​ເດຍ.

ເພື່ອ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ນີ້ ສະ​ພາ​ແຫ່ງ​ຊາດ​ຂອງ​ອິນ​ເດຍ ໄດ້​ດັດ​ແກ້​ກົດ​ໝາຍ ທີ່​ໃຫ້​ສິດ​ແກ່​ອົງ​ການກວດ​ສອບ​ແຫ່ງ​ຊາດ ຫລື NIA ຂະ​ຫຍາຍ​ອຳ​ນາດ ​ເພື່ອ​ດຳ​ເນີນຄະ​ດີ ຕໍ່​ບຸກ​ຄົນ​ຕ່າງໆ ​ທີ່​ຖືກ​ໝາຍ​ຫົວ​ວ່າ "ເປັນ​ພວກກໍ່​ການ​ຮ້າຍ" ນັ້ນ.

ໃນ​ອາ​ທິດ​ແລ້ວນີ້, ອິນ​ເດຍ​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ຂອງ​ອົງ​ການ NIA ຢູ່​ໃນ​ສະ​ພາ​ສູງ​ຂອງ​ສະ​ພາ ພາຍ​ຫລັງ​ທີ່​ມີ​ການ​ຄັດ​ຄ້ານຈາກ​ພັກ​ຝ່າຍ​ຄ້ານ​ຕ່າງໆ ຢູ່​ໃນ​ທັງ​ສອງ​ພາກ​ສ່ວນ​ຂອງ​ສະ​ພາດັ່ງ​ກ່າວ.

ທ່ານ ອະ​ມິດ ຊາ (Amit Shah), ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຈາກ​ພັກບາ​ຣາ​ຕີ​ຢາ ຈາ​ນະ​ຕາ (Bharatiya Janata) ທີ່​ກຳ​ອຳ​ນາດ​ຢູ່ນັ້ນ ກ່າວ​ວ່າ ການ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍທີ່​ຊື່​ວ່າ "ຮ່າງ​ກົດ​ໝາຍດັດ​ແກ້ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດ​ໝາຍ," ໄດ້​ກາຍ​ມາ​ເປັນ​ເລື້ອງທີ່​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ ​ເພື່ອ​ເຮັດ​ໃຫ້​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍຮັກ​ສາ "ສີ່​ບາດ​ກ້າວ​ໄປ​ກ່ອນພວກກໍ່​ການ​ຮ້າຍ" ນັ້ນ​ໄວ້ໄດ້.

“ການ​ບົ່ງ​ຕົວບຸກ​ຄົນ​ວ່າ​ເປັນ​ພວກກໍ່​ການ​ຮ້າຍ​ແມ່ນ​ສຳ​ຄັນ​ຫລາຍ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ເລີ້ມ​ມີ​ອົງ​ການ​ຈັດ​ຕັ້ງ​ໃໝ່​ຂອງ​ເຂົາ ​ຫາກ​ເມື່ອ​ໃດມີ​ກຸ່ມນຶ່ງ​ຖືກ​ຫ້າມຕັ້ງ​ຂຶ້ນ​ມາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ຊາ (Shah) ຕໍ່​ພວກ​ສະ​ມາຊິກ​ສະ​ພາ ໃນ​ຂະ​ນະ​ທີ່​ທ່ານ​ໃຫ້​ເຫດ​ຜົນ​ວ່າເປັນ​ຫຍັງ​ຕ້ອງ​ມີ​ກົດ​ໝາຍ​ໃໝ່​ອອກ​ມາ.

ພວກ​ນັກ​ຊ່ຽວ​ຊານ​ເຫັນ​ວ່າ ການ​ດັດ​ແກ້​ກົດ​ໝາຍ​ໃໝ່​ນີ້ ເປັນ​ການ​ປູ​ທາງ​ໃຫ້​ແກ່ ພວກ​ເຈົ້າ​ໜ້າ​ທີ່ດຳ​ເນີນ​ຄະ​ດີ​ຕໍ່​ພົນ​ລະ​ເມືອງ​ອິນ​ເດຍ, ທີ່ຖືກ​ຈັບ​ກຸມ​ຍ້ອນ​ມີ​ການ​ພົວ​ພັນ​ກັບພວກວາງ​ລະ​ເບີດ​ຊາວສ​ຣີ​ລັງ​ກາ ແລະ​ຖືກ​ຂໍ້​ກ່າວ​ຫາ​ກ່ຽ​ວ​ກັບ​ການກໍ່​ການ​ຮ້າຍ​ອື່ນໆ​ອີກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG