ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ປະສົບ ຄວາມສຳເລັດ ໃນການສົ່ງຍານ ເຂົ້າສູ່ ວົງໂຄຈອນ ອ້ອມດາວອັງຄານ (ສະໄລດ໌/ວີດີໂອ)


ບັນດານັກ ວິທະຍາສາດ ແລະນັກວິຊະວະກອນ ທີ່ອົງການຄົ້ນຄວ້າອະວະກາດ ຂອງອິນເດຍ (ISRO) ພາກັນສະແດງຄວາມດີໃຈ ໃນຄວາມສຳເລັດນີ້.
ບັນດານັກ ວິທະຍາສາດ ແລະນັກວິຊະວະກອນ ທີ່ອົງການຄົ້ນຄວ້າອະວະກາດ ຂອງອິນເດຍ (ISRO) ພາກັນສະແດງຄວາມດີໃຈ ໃນຄວາມສຳເລັດນີ້.

ອິນເດຍໄດ້ປະສົບຄວາມສຳເລັດ ໃນການສົ່ງຍານອະວະກາດ
ເຂົ້າສູ່ວົງໂຄຈອນ ຂອງດາວພະອັງຄານ ໂດຍເຮັດໃຫ້ປະເທດ
ດັ່ງກ່າວ ໄດ້ເຂົ້າຮ່ວມຢູ່ໃນສະໂມສອນບັນດາປະເທດຊັ້ນແນວ
ໜ້າ ໃນການສຳຫຼວດ ສ່ວນເລິກຂອງອະວະກາດ ຊຶ່ງມາຮອດ
ປັດຈຸບັນນີ້ ມີແຕ່ສະຫະລັດ ຣັດເຊັຍ ແລະຢູໂຣບເທົ່ານັ້ນ.

ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ໄດ້ປະ
ກາດກ່ຽວກັບ ຄວາມສຳເລັດຂອງການປະຕິບັດງານໂຄຈອນ
ອ້ອມດາວພະອັງຄານ ໃນວັນ ພຸດມື້ນີ້ ຊ້ອງໜ້າພວກນັກວິທະ
ຍາສາດ ທີ່ອົງການຄົ້ນຄວ້າອະວະກາດຂອງ ອິນເດຍ ຢູ່ສູນ
ກາງຄວບຄຸມຂອງພວກເຂົາເຈົ້າ ໃນເມືອງເບັງກາລໍ ທາງພາກ ໃຕ້ຂອງປະເທດອິນເດຍ.

ຄວາມສຳເລັດໃນການປະຕິບັດງານໂຄຈອນອ້ອມດາວພະອັງຄານນີ້ແມ່ນຂີດ ໝາຍອັນ
ສຳຄັນກ່ຽວກັບໂຄງການອະວະກາດ ທີ່ດຳເນີນມາເປັນເວລາ 5 ທົດ ສະວັດຂອງອິນເດຍ.
ຍານອະວະກາດ ຊຶ່ງພັດທະນາໂດຍເທັກໂນໂລຈີພາຍ ໃນປະເທດຂອງອິນເດຍເອງ ມີ
ລາຄາແຕ່ພຽງ 74 ລ້ານໂດລາເທົ່ານັ້ນ ຊຶ່ງ ເປັນພາກສ່ວນເລັກນ້ອຍຂອງລາຄາຍານ
ອະວະກາດ MAVEN ຂອງອົງການ ອະວະກາດຫຼືນາຊາຂອງສະຫະລັດ ທີ່ໄດ້ເດີນທາງ
ໄປຮອດຈຸດໝາຍຢູ່ໃນວົງ ໂຄຈອນອ້ອມດາວພະອັງຄານ ເມື່ອວັນອາທິດທີ່ຜ່ານມານີ້.

ການປະຕິບັດງານໂຄຈອນອ້ອມດາວພະອັງຄານຂອງອິນເດຍ ຈະເກັບກຳຂໍ້ ມູນຕ່າງໆ
ກ່ຽວກັບພື້ນຜິວແລະລະບົບອາກາດ ຂອງດາວນົບພະເຄາະໜ່ວຍນີ້.

INDIA MARS MISSION VOSOT
please wait

No media source currently available

0:00 0:01:29 0:00

XS
SM
MD
LG