ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ສັງຫານ ພວກຫົວຮຸນແຮງ 4 ຄົນ ໃກ້ຊາຍແດນ ປາກິສຖານ


ຕຳຫຼວດອິນເດຍ ຢືນຍາມ ຢູ່ທາງຫຼັງ ຮົ້ວໜາມ ໃນລະຫວ່າງ ການນັດຢຸດງານ ທີ່ຮຽກໃຫ້ມີຂຶ້ນ ໂດຍພວກແບ່ງແຍກ ດິນແດນ.
ຕຳຫຼວດອິນເດຍ ຢືນຍາມ ຢູ່ທາງຫຼັງ ຮົ້ວໜາມ ໃນລະຫວ່າງ ການນັດຢຸດງານ ທີ່ຮຽກໃຫ້ມີຂຶ້ນ ໂດຍພວກແບ່ງແຍກ ດິນແດນ.

ເຈົ້າໜ້າທີ່ຢູ່ແຄວ້ນແຄັສເມຍ ໃນສ່ວນທີ່ອິນເດຍປົກຄອງ ກ່າວວ່າ ກຳລັງຮັກສາຄວາມ ສະຫງົບໄດ້ສັງຫານພວກທີ່ສົງໄສເປັນກຸ່ມຫົວຮຸນແຮງຢ່າງໜ້ອຍ 4 ຄົນ ທີ່ໄດ້ຂ້າມເຂົ້າ
ໄປ ໃນແຄວ້ນແຄັສເມຍ ຈາກປາກິສຖານ.

ເຈົ້າໜ້າທີ່ກ່າວວ່າ ທະຫານລັດຖະບານ ໄດ້ປະທະ ກັບພວກກະບົດ ໃນວັນເສົາມື້ນີ້ ຢູ່
ເຂດຕັງດາ ທີ່ສອກຫລີກຫ່າງໄກ ໃນວັນເສົາມື້ນີ້.

ຍັງບໍ່ທັນມີກຸ່ມຫົວຮຸນແຮງໃດ ອ້າງເອົາຄວາມຮັບຜິດຊອບກ່ຽວກັບການໂຈມຕີໃນທັນ
ທີເທື່ອ.

ແຄວ້ນແຄັສເມຍ ໄດ້ກາຍມາເປັນຈຸດສູນກາງ ໃນການຊ່ວງຊິງຍາດແຍ່ງທີ່ຮ້າຍແຮງ
ລະຫວ່າງອິນເດຍ ແລະປາກິສຖານ ທີ່ເປັນເພື່ອນບ້ານ ນັບຕັ້ງແຕ່ການປົກຄອງແບບ
ອານານິຄົມຂອງອັງກິດໄດ້ສິ້ນສຸດລົງໃນປີ 1947. ແຄວ້ນແຄັສເມຍ ທີ່ມີຊາວມຸສລິມ
ເປັນຊົນກຸ່ມໃຫຍ່ ຊຶ່ງຕັ້ງຢູ່ໃນເຂດພູຫິມະໄລນັ້ນ ໄດ້ຖືກແບ່ງລະຫວ່າງສອງປະເທດຄູ່
ປໍລະປັກ ທີ່ມີອາວຸດນິວເຄລຍ ແຕ່ຕ່າງຝ່າຍຕ່າງກໍອ້າງເອົາ ເຂດດັ່ງກ່າວທັງໝົດ.

ພວກກະບົດໃນແຄວ້ນແຄັສເມຍໄດ້ສູ້ລົບກັບກຳລັງອິນເດຍມາເປັນເວລາຫຼາຍທົດສະ
ວັດແລ້ວໂດຍຮຽກຮ້ອງເອົາຄວາມເປັນເອກກະລາດຫຼືບໍ່ກໍຮວມເຂົ້າກັນກັບປາກິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG