ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ສົ່ງ​ຍານ ສຳ​ຫຼວດ ​ໄປ​ຍັງ​ ດາວ​ພະອັງຄານ (ວີດີໂອ/ສະໄລດ໌)


India Launches Mars Mission
please wait

No media source currently available

0:00 0:01:20 0:00
ລິງໂດຍກົງ

ຍານ​ອາວະກາດ​ ຂອງອິນເດຍ

ອິ​ນ​ເດຍ​ໄດ້​ສົ່ງຍານອາວະກາດໄປຍັງດາວອັງຄານ ເພື່ອຢາກ
ຈະ​ກາຍ​ເປັນ​ນຶ່ງ​ໃນ​ຈຳນວນບໍ່ເທົ່າ ໃດປະເທດ ທີ່​ໄດ້​ສົ່ງ​ຍານ
​ອາວະກາດ​ໄປ​ຍັງ​ດາວສີເລືອດ ຫຼື Red Planet.

​ໂຄງການ​ຄົ້ນຄວ້າ​ອະວະກາດ​ຂອງ​ອິນ​ເດຍກ່າວ​ວ່າ ຍານ​ອະວະ
ກາດ​ບໍ່​ມີ​ຄົນ​ຂັບ​ຂອງ​ຕົ​ນ ​ໄດ້​ເຂົ້າ ສູ່​ວົງໂຄຈອນ​ຂອງ​ໂລກ 44
ນາທີ ​ຫຼັງຈາກ​ຖືກ​ສົ່ງ​ຂຶ້ນຈາກ​ເກາະ Sriharikota ​ໃນ​ພາກ
​ຕາ​ເວັນ ອອກສຽງ​ໃຕ້​ຂອງ​ປະ​ເທດໃນການ​ເລີ້ມຕົ້ນການ
ເດີນທາງ 300 ວັນ ​ໄປ​ຍັງດາວພະອັງຄານນັ້ນ.


ຍານດັ່ງກ່າວຈະເກັບກໍາຂໍ້ມູນຕ່າງໆເພື່ອຊ່ອຍໃນຮຽນຮູ້ເລື່ອງລະບົບສະພາບອາກາດ
ໃນດາວພະອັງຄານ. ພ້ອມນີ້ ຍານດັ່ງກ່າວຍັງຈະສອບສວນ ກ່ຽວກັບວ່າ ມີຫຍັງເກີດຂຶ້ນ
ກັບນໍ້າ ທີ່​ເຊື່ອ​ກັນ​ວ່າ ຄັ້ງນຶ່ງເຄີຍມີ​ຢູ່​ເທິງດາວພະອັງຄານນັ້ນ ແລະກໍຍັງຈະຄົ້ນຫາທາດ
ເຄມີ methane ຊຶ່ງເປັນ ກະແຈອັນສໍາຄັນ ຕໍ່ສິ່ງມີຊີວິດຢູ່​ໂລກ​ມະນຸດ​ເຮົາ.

ມີພຽງແຕ່ ສະຫະລັດ ຣັດເຊຍ ແລະສະພາພາບຢູໂຣປ​ເທົ່ານັ້ນ ສາມາດ​ສົ່ງ​ຍານ​ອະວະ
ກາດ​ໄປ ເຖິງດວງດາວທີ່ເປັນເພື່ອນບ້ານຂອງໂລກມະນຸດເຮົາ ໄດ້ຢ່າງປະສົບຜົນສໍາເລັດ.​
ໄດ້ມີຫຼາຍກວ່າ ເຄິ່ງນຶ່ງຂອງປະ​ເທດ​ຕ່າງໆ​ໃນ​ໂລ​ກ ທີ່ໄດ້ພະຍາຍາມສົ່ງຍານອາວະກາດ​
ໄປ​ຍັງດາວອັງຄານນັ້ນ ບໍ່ປະສົບຜົນສໍາເລັດ ທີ່ຮວມທັງຈີນແລະຍີ່ປຸ່ນນໍາດ້ວຍ.
XS
SM
MD
LG