ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອິນເດຍ ເລີ້ມຕົ້ນ ການເລືອກຕັ້ງ ທີ່ໃຫຍ່ທີ່ສຸດ ຂອງໂລກ (ສະໄລດ໌/ວີດີໂອ)


indiaelection7april14
please wait
Embed

No media source currently available

0:00 0:01:29 0:00

ເບິ່ງວີດີໂອ ເລື້ອງນີ້

ອິນ​ເດຍ​ໄດ້​ເລີ້ມ​ທຳການ​ປ່ອນ​ບັດ​ ​ໃນ​ການເລືອກ​ຕັ້ງທີ່​ໃຫຍ່
ທີ່​ສຸດ​ຂອງ​ໂລກ. ການ​ປ່ອນ​ບັດ​ ສຳລັບ​ການ​ເລືອກ​ຕັ້ງ​ແຫ່ງ​
ຊາດ ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ອາທິດ​ປາຍ ​ໂດຍ​ໄດ້​ເລີ້ມ​
ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນສອງລັດ​ທີ່ຢູ່​ສອກຫຼີກ​ຫ່າງ​ໄກ​ທາງພາກ
​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ຄື​ລັດ Assam ​ແລະ​ລັດ
Tripura.

ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຂອງ​ອິນ​ເດຍ ແມ່ນ​ເປັນທີ່​ຮູ້ກັນ​ວ່າ​
ເປັນ​ການໃຊ້​ສິດປະຊາທິປະ​ໄຕ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຊຶ່ງ
​ມີ​ປະຊາຊົນ​ຜູ້​ປ່ອນ​ບັດໄປ​ລົງທະບຽນ ຈຳນວນ 814 ລ້ານ​
ຄົນ ​ແລະ​ມີໜ່ວຍ​ປ່ອນ​ບັດ ​ເກືອບ 1 ລ້ານ​ບ່ອນ.

ບັນດາ​ຜູ້​ປ່ອນ​ບັດ​ຈະ​ເລືອກ​ເອົາ​ສະມາ​ຊິກ ​ເຂົ້າ​ນັ່ງໃນ​ສະພາ Lok Sapha ຫຼື​ສະພາ
​ປະຊາຊົນ ກໍ​ຄື​ສະພາ​ຕ່ຳຂອງ​ອິນ​ເດຍ ທີ່​ມີ​ບ່ອນ​ນັ່ງ 543 ບ່ອນນັ້ນ.

​ໄດ້​ມີ​ການ​ສົ່ງທະຫານ​ຫຼາຍ​ແສນ​ຄົນ​ ອອກປະຈຳການໃນ​ທົ່ວ​ປະ​ເທດ ​ເພື່ອ​ຮັບປະ
ກັນ​ໃຫ້ການ​ປ່ອນ​ບັດ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ຢ່າງ​ສັນຕິ​.

ຜົນ​ການ​ເລືອກ​ຕັ້ງ ມີ​ກຳນົດ​ປະກາດ​ໃຫ້​ຮູ້ ​ໃນ​ວັນ​ທີ 16 ພຶດສະພາ.
XS
SM
MD
LG