ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນ​ເດຍ ສົ່ງ​ຢາ​ວັກ​ຊີນ​ ໄປ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ອັນ​ເປັນ​ສ່ວນ​ນຶ່ງ ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ


​ທ່ານ​ໝໍ​ພວມ​ສັກ​ຢາ​ວັກ​ຊີນກັນ​ໂຄວິດ-19 ຈອນ​ສັນ​ແລະ​ຈອນ​ສັນ ທີ່​ສູນ​ກາງ​ສັກ​ຢາວັກ​ຊີນ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 11 ກໍ​ລະ​ກົດ 2021.
​ທ່ານ​ໝໍ​ພວມ​ສັກ​ຢາ​ວັກ​ຊີນກັນ​ໂຄວິດ-19 ຈອນ​ສັນ​ແລະ​ຈອນ​ສັນ ທີ່​ສູນ​ກາງ​ສັກ​ຢາວັກ​ຊີນ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 11 ກໍ​ລະ​ກົດ 2021.

ອິນ​ເດຍ​ໄດ້​ສົ່ງ​ຢາ​ວັກ​ຊີນ ​ກັນ​ໂຄວິດ-19 ຫ້າ​ແສນ​ໂດ​ສ ​ໃຫ້​ແກ່​ອັ​ຟ​ກາ​ນິ​ສ​ຖານ ແລະ​ສັນ​ຍາ​ວ່າ​ຈະ​ສົ່ງ​ຢາ​ວັກ​ຊີນຕື່ມ​ອີກແລະ​ອາ​ຫານ​ປະ​ເພດ​ເມັດ ໄປ​ໃຫ້​ອັ​ຟ​ການິ​ສ​ຖານໃນ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້ານີ້ ບ່ອນ​ທີ່​ປະ​ຊາ​ຊົນ​ຫຼາຍ​ລ້ານ​ຄົນ​ພວມ​ປະເຊີນ​ໜ້າ​ກັບ​ຄວາມ​ອຶດ​ຫິວ.

ຢາ​ວັກ​ຊີນ​ໄດ້​ສົ່ງ​ໄປ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ.

ນີ້​ແມ່ນ​ການ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ສຸດ​ສະ​ທຳ​ຊຸດ​ທີ​ສອງ​ຂອ​ງ​ນິວ​ເດ​ລີ​ໄປ​ໃຫ້​ກາ​ບູ​ລ ຫຼັງ​ຈາກ​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ກຳ​ອຳ​ນາດໃນ​ເດື​ອນ​ສິງ​ຫາ. ອິນເດຍ ​ໄດ້​ສົ່ງຢາ​ປົວ​ພະ​ຍາດ 1.6 ໂຕນ ​ໄປ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ​ໃນ​ເດືອນ​ແລ້ວນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ລັດ​ຖະ​ບານ​ອິນເດຍ ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທ​າງ​ດ້ານ​ມະ​ນຸດ​ສະ​ທຳທີ່​ປະ​ກອບ​ດ້ວຍ​ອາ​ຫານ​ປະ​ເພດ​ເມັດ ຢາ​ວັກ​ຊີນ​ກັນ​ໂຄວິດ 1 ລ້ານ​ໂດ​ສ ແລະ​ຢາທີ່​ຈຳ​ເປັນ ​ໃນ​ການ​ຊ່ວຍ​ຊີ​ວິດ​ອື່ນໆ​ອີກ​ຈຳ​ນວນ​ນຶ່ງ. ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້ານີ້ ພວກ​ເຮົາ​ຍັງ​ຈະເລີ້ມ​ຈັດ​ສົ່ງ​ເຂົ້າ​ເບ​ລ່​ ແລະ​ການ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ຢາປົວ​ພະ​ຍາດ​ໄປ​ໃຫ້.”

ອິນ​ເດຍ​ກ່າວ​ວ່າ ຕົນ​ມີ​ແຜນ​ການ​ທີ່​ຈະ​ສົ່ງ​ເຂົ້າ​ເບ​ລ່ 50,000 ໂຕນ​ໄປ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ແລະ​ຂໍ​ຮ້ອງ​ໃຫ້​ປາ​ກິ​ສ​ຖານ​ຊ່ວຍ ໃນ​ການ​ຈັດ​ສົ່ງ​ອາ​ຫານ​ດັ່ງ​ກ່າວ​ຜ່ານ​ດິນ​ແດນ​ຂອງ​ໄປ​ຍັງ​ອັ​ຟ​ກາ​ນິ​ສ​ຖານ.

ເຖິງ​ແມ່ນ​ອິ​ສ​ລາ​ມາ​ບັດ​ໄດ້​ປະ​ຕິ​ເສດ​ບໍ່​ໃຫ້​ມີການ​ຂົນ​ສົ່ງ​ທາງ​ການ​ຄ້າ​ແລະ​ການ​ຂົນ​ສົ່ງ​ອື່ນໆ​ໄປ​ຍັງ
ອັຟການິສຖານ ມາໄດ້ຫຼາຍປີແລ້ວກໍຕາມ ແຕ່ປາກິສຖານກໍໄດ້ຕົກລົງຮັບເອົາການຮ້ອງຂໍຂອງອິນເດຍໃນເດືອນພະຈິກຜ່ານມາ ຫຼັງຈາກເຈົ້າໜ້າທີ່ຕາລີບານໄດ້ຂໍໃຫ້ປາກິສຖານ ອະນຸຍາດໃຫ້ມີການຂົນສົ່ງດັ່ງກ່າວ.

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ລາຍ​ງານ​ວ່າ ພວມ​ຈັດ​ແຈງ​ໃນ​ເລື້ອງ​ລະ​ບຽບ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ ຊຶ່ງ​ເຂົ້າ​ເບ​ລ່​ຈະ​ຖືກ​ສົ່ງຜ່ານ​ດ່ານ​ຊາຍ​ແດນ ​ວາ​ກາ (Wagah) ລະ​ຫວ່າງ​ອິນ​ເດຍ ​ແລະ ປາ​ກິ​ສ​ຖານ ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ເຂດ​ຜະ​ລິດ​ເຂົ້າ​ເບ​ລ່​ຂອງ​ ອິນ​ເດຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG