ທະຫານອິນເດຍ ໄດ້ກ່າວຫາກອງກຳລັງປາກິສຖານ ໃນການສັງຫານ ທະຫານຂອງຕົນ
2 ຄົນ ພ້ອມທັງຕັດຕົນໂຕຂອງພວກເຂົາເຈົ້າ ຕາມເຂດຊາຍແດນ ໃນແຄວ້ນ Kashmir
ທີ່ມີບັນຫາໂຕ້ແຍ້ງກັນນັ້ນ.
ອິນເດຍ ໄດ້ປະຕິຍານວ່າ ຈະຕອບໂຕ້ຄືນ ກ່ຽວກັບເຫດຮ້າຍນີ້ ຊຶ່ງຈະເພີ່ມຄວາມເຄັ່ງຕຶງ
ຂຶ້ນ ລະຫວ່າງສອງປະເທດເອເຊຍໃຕ້ ທີ່ສາຍພົວພັນແມ່ນເຖິງຈຸດຕ່ຳສຸດ ໃນໄລຍະສອງ
ສາມເດືອນ ຜ່ານມານີ້.
ກອງທັບອິນເດຍ ໄດ້ກ່າວວ່າ ພວກທັງຫານ ໄດ້ຖຶກສັງຫານ ໃນຂະນະທີ່ລາດຕະເວນ
ເວລາກອງກຳລັງຂອງປາກິສຖານ ໄດ້ຍິງຈະຫຼວດແລະປືນຄົກໃສ່ທະຫານອິນເດຍ 2
ຄົນ ທີ່ພວມປະຕິບັດໜ້າທີ່ ໃນເຂດເມືອງ Krishna Ghati ໃນວັນຈັນວານນີ້.
ລາຍງານຂອງກອງທັບອິນເດຍ ແຈ້ງວ່າ “ນີ້ແມ່ນການກະທຳ ແບບບໍ່ແມ່ນທະຫານ
ເລີຍ” ຄືຮ່າງກາຍຂອງພວກທະຫານທັງສອງ ແມ່ນຖືກຕັດອອກເປັນຕ່ອນ. ນອກນັ້ນ
ກອງທັບຍັງໄດ້ກ່າວອີກວ່າ “ການກະທຳທີ່ໂຫດຮ້າຍຂອງກອງກຳລັງປາກີສຖານນີ້
ຈະໄດ້ຮັບການຕອບໂຕ້ທີ່ເໝາະສົມ.”
ກອງທັບປາກີສຖານ ໄດ້ປະຕິເສດ ຕໍ່ການກ່າວຫາຂອງອິນເດຍ ທີ່ວ່າ ໄດ້ຕັດສົບຂອງ
ພວກທະຫານອອກເປັນຕ່ອນໆນັ້ນແລະເອີ້ນລາຍງານນີ້ວ່າ “ບໍ່ຖືກຕ້ອງ” ແລະໄດ້ກ່າວ
ວ່າ ຕົນບໍ່ໄດ້ລະເມີດຕໍ່ການຢຸດຍິງໃດໆ.
ນີ້ບໍ່ແມ່ນຄັ້ງທຳອິດ ທີ່ກອງທັບອິນເດຍ ໄດ້ກ່າວຫາພວກທະຫານປາກິສຖານ ທີ່ຂ້າຕັດ
ສົບອອກເປັນຕ່ອນ ຊຶ່ງມີຄວາມຮ້າຍແຮງ ເກືອບວ່າໃນລະດັບດຽວກັນທີ່ໄດ້ກ່າວຫາໃນ
ເດືອນພະຈິກຜ່ານມານີ້.
ການໂຈມຕີຂ້າມຊາຍແດນ ທີ່ຍັງຜົນໃຫ້ທະຫານ ແລະພົນລະເຮືອນທັງສອງຝ່າຍເສຍ
ຊີວິດ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ຕາມຊາຍແດນແຄວ້ນ Kashmir ນັບຕັ້ງແຕ່ເດືອນ
ກັນຍາປີກາຍນີ້ເປັນຕົ້ນມາ ບ່ອນທີ່ສາຍພົວພັນ ຊຸດໂຊມລົງ ຫຼັງຈາກທີ່ໄດ້ມີການໂຈມຕີ
ຄ້າຍທະຫານອິນເດຍ ທີ່ໄດ້ສັງຫານທະຫານ 17 ຄົນນັ້ນ. ທັງສອງຝ່າຍຕ່າງກໍຖິ້ມໂທດ
ໃສ່ອີກຝ່າຍ ທີ່ທຳການໂຈມຕີຄັ້ງນີ້.
ຊາຍແດນທີ່ວ່ານີ້ ບໍ່ພຽງແຕ່ເປັນເຂດຊາຍແດນ ທີ່ມີການຄຸ້ມກັນທາງທະຫານ ທີ່ໜາ
ແໜ້ນ ທີ່ແບ່ງແຍກເຂດຊາຍແດນໃນແຄວ້ນ Kashmir ລະຫວ່າງສອງປະເທດ ທີມີ
ການປະທະກັນເລື້ອຍໆ ຄວາມຮຸນແຮງຍັງໄດ້ເພີ່ມຂຶ້ນໃນແຄວ້ນ Kashmir ຂອງອິນ
ເດຍ ບ່ອນທີ່ New Delhi ພວມຮັບມືກັບການປະທ້ວງທີ່ເພີ່ມທະວີຂຶ້ນ ຕາມທ້ອງຖະ
ໜົນຫົນທາງຕໍ່ຕ້ານອິນເດຍ ແລະການໂຈມຕີຂອງພວກຫົວຮຸນແຮງ.