ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ເວົ້າ​ວ່າ ກາ​ນາ​ດາ ບໍ່​ໄດ້​ແບ່ງ​ປັນຫຼັກ​ຖານ ກ່ຽວ​ກັບການ​ມີ​ສ່ວນ​ຮ່ວມ​ຂອງ​ຕົນ ​ຕໍ່​ການ​ສັງ​ຫານ​ນັກ​ເຄື່ອນ​ໄຫວ​ຊາວ ຊິກ


ປ້າຍ​ໂຄ​ສະ​ນາ​ອັນ​ນຶ່ງ​ທີ່​ສັນ​ລະ​ເສີນ​ທ່ານ ຮາ​ດີບ ຊິງ ນິ​ຈ​ຈາ ຕິດ​ຢູ່​ຮົ່ວ​ຂອງວັດ ກູ​ຣູ ນາ​ນັກ ຊິກ ເກີດ​ວາ​ຣາ ໃນ​ເມືອງ ເຊີ​ຣີ, ແຂວງ ບ​ຣິ​ທິ​ສ ໂຄ​ລຳ​ເບຍ, ກາ​ນາ​ດາ, 19 ກັນ​ຍາ 2023.
ປ້າຍ​ໂຄ​ສະ​ນາ​ອັນ​ນຶ່ງ​ທີ່​ສັນ​ລະ​ເສີນ​ທ່ານ ຮາ​ດີບ ຊິງ ນິ​ຈ​ຈາ ຕິດ​ຢູ່​ຮົ່ວ​ຂອງວັດ ກູ​ຣູ ນາ​ນັກ ຊິກ ເກີດ​ວາ​ຣາ ໃນ​ເມືອງ ເຊີ​ຣີ, ແຂວງ ບ​ຣິ​ທິ​ສ ໂຄ​ລຳ​ເບຍ, ກາ​ນາ​ດາ, 19 ກັນ​ຍາ 2023.

ອິນ​ເດຍ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ກາ​ນາ​ດາ ບໍ່​ໄດ້​ແບ່ງ​ປັນ​ຫລັກ​ຖານ​ເພື່ອ​ໜູນຫຼັງ​ການ​ກ່າວ​ຫາ​ທີ່​ວ່າ ​ລັດ​ຖະ​ບານ​ ອິນ​ເດຍ ​ມີ​ສ່ວນ​ຮ່ວມ​ໃນ​ການ​ສັງ​ຫານ​ຜູ້​ນຳ​ແບ່ງ​ແຍກ​ດິນ​ແດນ​ຊາວ ຊິກ ຢູ່ໃນ​ກາ​ນາ​ດາ ເມື່ອ​ປີ​ແລ້ວນີ້, ເຖິງ​ແມ່ນ​ໄດ້ທໍາການຈັບ​ກຸມ​ຜູ້​ຊາຍ ອິ​ນ​ເດຍ ສາມ​ຄົນ​ເມື່ອບໍ່​ດົນ​ມານີ້ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ກໍ​ຕາມ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງອິ​ນ​ເດຍ ທ່ານ ແຣນ​ເດຍ ເຈ​ສ​ວາ​ລ ກໍ​ໄດ້​ຢ້ຳ​ການ​ກ່າວ​ຫາ​ມາ​ດົນ​ນານ​ຂອງ ອິນ​ເດຍ ວ່າ ການ​າ​ນາ ໃຫ້​ທີ່​ພັກ​ສຳ​ລັບ​ພວກ​ຫົວ​ຮຸນ​ແຮງ ອິນ​ເດຍ.

ຄົນ​ສັນ​ຊາດ ອິນ​ເດຍ ສາມ​ຄົນ​ຜູ້​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ ກາ​ນາ​ດາ ຊົ່ວ​ຄາວ ​ໄດ້​ຖືກ​ຈັບ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ກ່ຽວ​ກັບ ການ​ສັງ​ຫານ ທ່ານ ຮາ​ດີບ ຊິງ ນິ​ຈ​ຈ​າ ໃນ​ເມືອງ ບ​ຣິ​ທິ​ສ ໂຄ​ລຳ​ເບຍ ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ. ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ທ່ານ ຈັ​ສ​ຕິນ ທ​ຣູ​ໂດ ໄດ້​ເລີ່ມ​ການ​ຜິດ​ຖຽງ​ທາງ​ການ​ທູດ​ກັບ ອິນ​ເດຍ ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ເວ​ລາ​ທີ່​ທ່ານ​ໄດ້​ອ້າງ “ການ​ກ່າວ​ຫາ​ທີ່​ໜ້າ​ເຊື່ອ​ຖື” ກ່ຽວ​ກັບ ການ​ມີ​ສ່ວ​ນ​ຮ່ວມ​ຂອງ ອິນ​ເດຍ ໃນ​ການ​ສັງ​ຫານ​ນັກ​ແບ່ງ​ແຍກ​ດິນ​ແດນ​ຊາວ ຊິກ ຄົນ​ນັ້ນ, ເຊິ່ງ ອິນ​ເດຍ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຕ່າງໆ.

ຜູ້​ອໍານວຍ​ການ​ຕຳຫຼວດ​ມ້າ ກາ​ນາ​ດາ ທ່ານ ແມນ​ດີບ ມູ​ເກີ ໄດ້​ກ່າວຫຼັງ​ຈາກ​ທີ່​ຜູ້​ຊາຍ​ສາມ​ຄົນ​ຖືກ​ຈັບ​ວ່າ ການ​ສືບ​ສວນ​ສອບ​ສວນກ່ຽວ​ກັບວ່າ​ ພວກ​ເຂົາ​ມີ​ສາຍ​ພົວ​ພັນ​ຕໍ່​ລັດ​ຖະ​ບານ​ຂອງ ອິນ​ເດຍ ຫຼື ບໍ່ ແມ່ນ​ກຳ​ລັງ​ດຳ​ເນີນວານ​ຢູ່.

ທ່ານ ເຈ​ສວາ​ລ ​ກ່າວ​ວ່າ ​ທັງສອງ​ລັດ​ຖະ​ບານ​ ​ແມ່ນ​ກຳ​ລັງ​ຫາ​ລື​ກັນ​ກ່ຽວ​ກັບ ຄະ​ດີ​ດັ່ງ​ກ່າວ ທີ່​ກາ​ນາ​ດາບໍ່​ໄດ້​ສົ່ງຫຼັກ​ຖານ​ທີ່​ສະ​ເພາະ​ເຈາະ​ຈົງ ກ່ຽວ​ກັບ ການ​ມີ​ສ່ວນ​ຮ່ວມ​ຂອງ​ລັດ​ຖະ​ບານ ອິນ​ເດຍ ມາ​ໃຫ້.

ໃນ​ຂະ​ນະ​ດຽວ​ກັນ, ທ່ານ ເຈ​ສວາ​ລ ​ກ່າວ​ວ່າ ​ລັດ​ຖະ​ບານ ນິວ ເດ​ລີ ໄດ້​ຕິ​ຕຽນ​ບັນ​ດາ​ເຈົ້າ​ໜ້າ​ທີ່ ກາ​ນາ​ດາ ວ່າ​ພວກ​ແບ່ງ​ແຍກ​ດິນ​ແດນ, ພວກ​ຫົວ​ຮຸນ​ແຮງ ແລະ ຜູ້​ທີ່​ສະ​ໜັບ​ສະ​ໜູນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່ ອິນ​ເດຍ ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ ແລະ ອາ​ໄສ​ຢູ່​ໃນ ກາ​ນາ​ດາ. ທ່ານ​ກ່າວ​ວ່າ “ການ​ຂໍ​ຮ້ອງ​ສຳ​ລັບ​ການ​ສົ່ງ​ຕົວ​ກັບ​ປະ​ເທດ​ຄືນ​ຂອງ​ພວກ​ເຮົາ ​ແມ່ນ​ກຳ​ລັງ​ຢູ່​ໃນ​ການ​ລໍ​ຖ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG