ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເສຍຊີວິດ ສູງເປັນປະຫວັດການຂອງອິນເດຍ ກະຕຸ້ນໃຫ້ລັດຖະບານ ປິດເມືອງຮອບໃໝ່


ເດັກນ້ອຍຜູ້ຍິງມີປະຕິກິລິຍາ ຂະນະທີ່ພະນັກງານແພດ ເກັບຕົວຢ່າງຈາກຮູດັງຂອງນາງເພື່ອກວດຫາພະຍາດໂຄວິດ-19 ໃນນະຄອນມຸມໄບ ຂອງອິນເດຍ, ວັນທີ 20 ເມສາ 2021.
ເດັກນ້ອຍຜູ້ຍິງມີປະຕິກິລິຍາ ຂະນະທີ່ພະນັກງານແພດ ເກັບຕົວຢ່າງຈາກຮູດັງຂອງນາງເພື່ອກວດຫາພະຍາດໂຄວິດ-19 ໃນນະຄອນມຸມໄບ ຂອງອິນເດຍ, ວັນທີ 20 ເມສາ 2021.

ຈຳນວນການເສຍຊີວິດຍ້ອນພະຍາດໂຄວິດ-19 ປະຈຳວັນຢູ່ໃນອິນເດຍ ໄດ້ສູງເປັນປະຫວັດການ ໃນຂະນະທີ່ການຕິດເຊື້ອໄວຣັສຮອບສອງເພີ້ມຂຶ້ນ ໄດ້ກົດດັນລັດຖະບານ ໃຫ້ວາງມາດຕະການປິດເມືອງຮອບໃໝ່ ຢູ່ໃນພື້ນທີ່ສ່ວນໃຫຍ່ຂອງປະເທດ.

ກະຊວງສາທາລະນະສຸກຂອງອິນເດຍ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ມີຄົນເສຍຊີວິດຢ່າງໜ້ອຍ 1,761 ຄົນ ໃນມື້ວານນີ້ ໂດຍເຮັດໃຫ້ຈຳນວນຄົນເສຍຊີວິດສູງຂຶ້ນຫຼາຍກວ່າ 180,500 ຄົນ ຊຶ່ງເປັນອັນດັບທີ່ສີ່ຂອງຈຳນວນຄົນເສຍຊີວິດຫຼາຍທີ່ສຸດໃນໂລກ.

ນັກຊ່ຽວຊານດ້ານສາທາລະນະສຸກຫຼາຍທ່ານ ແລະບັນດາເຈົ້າໜ້າທີ່ລັດຖະບານ ເຊື່ອວ່າ ຈຳນວນຄົນເສຍຊີວິດແມ່ນສູງຫຼາຍກວ່າຈຳນວນທີ່ນັບໂດຍທາງການ. ຫົວເມືອງໃຫຍ່ຫຼາຍແຫ່ງ ມີລາຍງານການຝັງສົບ ແລະການເຜົາສົບ ທີ່ພົວພັນກັບພະຍາດໂຄວິດ-19 ທີ່ວ່າຫຼາຍເກີນຈຳນວນນັບຂອງທາງການ.

ຄື້ນຟອງໃໝ່ໃນການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ກະທົບຕໍ່ປະເທດໃຫຍ່ສຸດອັນດັບສອງຂອງໂລກ ຫຼັງຈາກທີ່ຕົນຜ່ອນຜັນຂໍ້ຈຳກັດຕໍ່ການປິດເມືອງ ໃນເດືອນກຸມ ພາຍຫຼັງທີ່ໄດ້ຫລຸດລົງຕະຫຼອດ ໄລຍະຫຼາຍເດືອນລຽນຕິດ.

ໃນຄວາມພະຍາຍາມເພື່ອປ້ອງກັນການລົ້ມລະລາຍຂອງລະບົບການຮັກສາສຸຂະ ພາບ ຍ້ອນການລົ້ນເຫຼືອຂອງຄົນປ່ວຍ ນະຄອນຫຼວງນິວເດລີ ໄດ້ວາງມາດຕະ ການປິດເມືອງ ໄລຍະນຶ່ງອາທິດ ເມື່ອຕອນແລງວັນຈັນຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG