ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

​ນາ​ຍົກໂມ​ດີ​ຂອງ​ອິນ​ເດຍ​ ຈະ​ໄປ​ຢ້ຽມ​ຢາມ​ປາ​ປົວ​ນິວ​ກີ​ເນຍ ​ໃນ​ການ​ໄປ​ຢ້ຽມ​ຢາມບັນດາ​ປະ​ເທດ​​ໝູ່ເກາະ​ປາ​ຊີ​ຟິກ


ພະນັກງານຮັກສາຄວາມປອດໄພຄົນນຶ່ງ ຢືນຢູ່ຂ້າງປ້າຍໂຄສະນາທີ່ມີ ນາຍົກລັດຖະມົນຕີປາປົວ ນິວກີເນຍ (ຊ້າຍ) ແລະ ນາຍົກລັດຖະມົນຕີອິນເດຍ ທ່ານ ເນເຣນດຣາ ໂມດີ ຢູ່ທີ່ Port Moresby, ວັນທີ 18 ພຶດສະພາ 2023

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ (Narendra Modi) ຈະ​ໄປ​ຢ້ຽມ​ຢາມ ປາ​ປົວ​ນິວ​ກີ​ເນຍ ໃນ​ທ້າຍ​ອາ​ທິດ​ນີ້ ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ເຊື່ອມ​ໂຍງຂອງອິນເດຍ ​ກັບ​ບັນ​ດາ​ປະ​ເທດ​ໝູ່​ເກາະ ປາ​ຊີ​ຟິກ, ພ້ອມກັບ​ແນ​ໃສ່​ຕ້ານ​ການ​ຂະ​ຫຍາຍ​ອິດ​ທິ​ພົນຂອງ​ຈີນ ໃນ​ຂົງເຂດ​ປາ​ຊີ​ຟິກ.

ການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີອິນເດຍ ໄປຍັງບັນດາປະເທດທີ່ໃຫຍ່ທີ່ສຸດໃນບັນດາປະເທດໝູ່ເກາະດອນໃນຂົງເຂດມະຫາສະໝຸດປາຊີຟິກ ແມ່ນມີຂຶ້ນ ໃນຂະນະທີ່ການເປັນຄູ່ສັດຕູຂອງນິວເດລີກັບປັກກິ່ງ ໄດ້ກະຕຸ້ນໃຫ້ອິນເດຍເຮັດວຽກຢ່າງໃກ້ຊິດກັບບັນດາປະເທດຕ່າງໆເຊັ່ນ: ສະຫະລັດ, ຍີ່ປຸ່ນ ແລະ ອອສເຕຣເລຍ ໃນພາກພື້ນອິນໂດ-ປາຊີຟິກ.

ທ່ານ ໂມດີ ຈະຢຸດຢູ່ Port Moresby ນະຄອນຫຼວງ ຂອງປາປົວ ນິວກີເນຍ ໃນຊ່ວງທີ່ສອງຂອງການຢ້ຽມຢາມສາມປະເທດ ໃນໄລຍະທໍາອິດທີ່ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດ​ກຸ່ມ G- 7 ໃນປະເທດຍີ່ປຸ່ນ ແລະຫຼັງຈາກນັ້ນ ເດີນ ທາງໄປອອສເຕຣເລຍ.

ວັນ​ທີ 22 ພຶດສະພາ​ນີ້, ທ່ານ​ໂມ​ດີ ​ແລະ ນາຍົກລັດຖະມົນຕີ​ປາປົວ ນິວກີເນຍ ທ່ານ ເຈມສ໌ ມາຣາພີ (James Marape) ຈະ​ເປັນ​ເຈົ້າພາບ ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 3 ຂອງ​ກອງປະຊຸມ​ການ​ຮ່ວມ​ມື​ອິນ​ເດຍ - ​ໝູ່​ເກາະປາຊີ​ຟິກ, ​ເຊິ່ງປະ​ກອບ​ດ້ວຍ​ອິນ​ເດຍ ​ແລະ 14 ປະ​ເທດ​ໝູ່​ເກາະ​ປາຊີ​ຟິກ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG