ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໂມ​ດີ ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ ຈະ​ຊົດ​ໃຊ້ ດ້ວຍ​ລາ​ຄາ​ແພງ ໃນ​ການ​ໂຈມ​ຕີ ຢູ່​ແຄັ​ສ​ເມຍ


ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອິນ​ເດຍ ຢືນ​ຢູ່​ໃກ້ໆ​ຊາກ​ເພ​ພັງ​ຂອງ​ລົດເມ​ຂົນ​ສົ່ງ ທີ່​ຖືກ​ລະ​ເບີດ ຢູ່​ເມືອງ​ແພມ​ພໍ ໃນ​ແຄວ້ນ​ແຄັ​ສ​ເມຍ ຂອງ​ອິນ​ເດຍ. (14 ກຸມ​ພາ 2019)
ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອິນ​ເດຍ ຢືນ​ຢູ່​ໃກ້ໆ​ຊາກ​ເພ​ພັງ​ຂອງ​ລົດເມ​ຂົນ​ສົ່ງ ທີ່​ຖືກ​ລະ​ເບີດ ຢູ່​ເມືອງ​ແພມ​ພໍ ໃນ​ແຄວ້ນ​ແຄັ​ສ​ເມຍ ຂອງ​ອິນ​ເດຍ. (14 ກຸມ​ພາ 2019)

ໃນ​ການ​ຖະ​ແຫຼງ ກ່ຽວ​ກັບ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ຢູ່​ແຄວ້ນ​ແຄັ​ສ​ເມຍ​ຂອງ​ອິນ​ເດຍ​ໃນ​ວັນ​ສຸກມື້ນີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ນະ​ເຣັນ​ດ​ຣາ ໂມ​ດີ ກ່າວ​ວ່າ “ພວກ​ກໍ່ການ​ຮ້າຍ ແລະ​ພວກ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນພວກເຂົາ ໄດ້​ເຮັດ​ຄວາມ​ຜິດ​ພາດຢ່າງ​ໃຫຍ່​ຫຼວງ​ ແລະ​ຈະ​ຊົດ​ໃຊ້​ ດ້ວຍ​ລາ​ຄາ​ແພງ.”

ມີ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢ່າງ​ໜ້ອຍ 41 ຄົນ​ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ຢູ່​ແຄວ້ນ​ແຄັ​ສ​ເມຍ​ຂອງ​ອິນ​ເດຍເມື່ອ​ວັນ​ພະ​ຫັດ​ວານນີ້ ດ້ວຍ​ການ​ແລ່ນ​ລົດ​ທີ່​ບັນ​ຈຸ​ລະ​ເບີດ ​ເຂົ້າ​ໄປ​ໃສ່​ຂະ​ບວນ​ລົດ​ຂອງ​ເຈົ້າ​ໜ້າ​ທີ່.

ການ​ໂຈມ​ຕີຮ້າຍ​ແຮງ​ສຸດ​ ທີ່​ແນ​ໃສ່ກຳ​ກ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່​ແຄວ້ນ​ແຄັ​ສ​ເມຍ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຂະ​ບວນ​ລົດ 70 ຄັນ ​ພວມແລ່ນ​ຢູ່​ຕາມ​ທາງ​ຫຼວງທີ່​ສຳຄັນ​ສາຍ​ນຶ່ງໃກ້ໆ​ກັບ​ເມືອງ​ສ​ຣີ​ນາ​ຄາ ຊຶ່ງ​ເປັນ​ເມືອງ​ເອກລະ​ດູ​ຮ້ອນ ​ຂອງ​ແຄວ້ນ​ແຄັ​ສ​ເມຍ.

ການ​ໂຈມ​ຕີ​ດັ່ງ​ກ່າວ ໄດ້​ພາ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ກັບ​ປາ​ກິ​ສ​ຖານ ຊຶ່ງ​ເປັນ​ຄູ່​ປໍລະ​ປັກ​ທີ່​ສຳ​ຄັນ​ຂອງ​ອິນ​ເດຍ ທີ່​ນິວ​ເດ​ລີ​ໄດ້​ກ່າວ​ຫາ​ວ່າ ໃຫ້​ບ່ອນ​ຫ​ລົບ​ລີ້​ ແລະການ​ສະ​ໜັບ​ສະ​ໜຸນ ​ຕໍ່​ພວກ​ຫົວ​ຮຸນ​ແຮງທີ່​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ຢູ່​ໃນ​ແຄວ້ນ​ແຄັ​ສ​ເມຍ.

ແຜນ​ທີ່​ເມືອງ​ສ​ຣີ​ນາ​ຄາ ຢູ່​ແຄວ້ນ​ແຄັ​ສ​ເມຍ ຂອງ​ອິນ​ເດຍ
ແຜນ​ທີ່​ເມືອງ​ສ​ຣີ​ນາ​ຄາ ຢູ່​ແຄວ້ນ​ແຄັ​ສ​ເມຍ ຂອງ​ອິນ​ເດຍ

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ປາ​ກິ​ສ​ຖານ ຍຸດ​ຕິ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ ​ແກ່​ພວກ​ກໍ່​ການ​ຮ້າຍ ແລະ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ ທີ່​ປະ​ຕິ​ບັດ​ງານ​ຈາກ​ດິນ​ແດນ​ຂອງ​ຕົນ ແລະ​ທັບ​ມ້າງໂຄງ​ລ່າງ​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ກໍ່​ການ​ຮ້າຍທີ່​ໃຊ້​ເປັນ​ບ່ອນໂຈມ​ຕີ​ປະ​ເທດ​ອື່ນໆ​ນັ້ນ.”

ທ່ານ​ອາ​ຣຸນ ເຈດ​ລີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ອິນ​ເດຍ ​ກ່າວ​ວ່າ ອິນ​ເດຍ​ພວມ​ເຮັດ​ວຽກ ເພື່ອ​ຄ້ຳ​ປະ​ກັນ ທີ່​ຈະ “​ສ້າງ​ຄວາມ​ໂດດ​ດ່ຽວ​ຢ່າງ​ສິ້ນ​ເຊີງ​” ຕໍ່ປາ​ກິ​ສ​ຖານຫຼັງ​ຈາກ​ການ​ໂຈມ​ຕີ​ດັ່ງ​ກ່າວ. ນີ້​ແມ່ນ​ຈະ​ຮວມ​ທັງ​ການ​ຖອນ​ຖາ​ນະພິ​ເສດ ທີ່​ອິນ​ເດຍ​ໄດ້​ອະ​ນຸ​ມັດ​ໃຫ້​ແກ່​ປາ​ກິ​ສ​ຖານ ພາຍ​ໃຕ້​ກົດ​ລະ​ບຽບ​ຂອງ​ອົງການໆ​ຄ້າ​ໂລກ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ເກີດ​ຂຶ້ນ​ແລ້ວ ອິນ​ເດຍ​ກໍ​ໄດ້​ຖິ້ມ​ໂທດໃສ່​ກຸ່ມ​ຈາ​ອິ​ສ-ອີ-ໂມ​ຮຳ​ມັດ ທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ປາ​ກິ​ສ​ຖານ.

ປາ​ກິ​ສ​ຖານ​ໄດ້​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວນີ້​ວ່າ ເປັນ​ເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ແຮງ ແລະ​ຮຽກ​ຮ້ອງ​ໃຫ້​ອິນ​ເດຍ​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ເລື້ອງນີ້ ກ່ອນ​ທີ່​ຈະ​ຖິ້ມໂທດ​ໃສ່​ອິ​ສ​ລາ​ມາ​ບັດ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG