ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີຣັດເຊຍ ຢ້ຽມຢາມອິນເດຍ


ປະທານທິບໍດີຣັດເຊຍ ທ່ານ Dmitry Medvedev (ຊ້າຍ) ຈັບມືກັບນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ຫຼັງຈາກພິທີລົງນາມໃນຂໍ້ຕົກລົງຕ່າງໆ ແລະການຖະແຫຼງຂ່າວຮ່ວມ ທີ່ກຸງນິວເດລີ (21 ທັນວາ 2010)
ປະທານທິບໍດີຣັດເຊຍ ທ່ານ Dmitry Medvedev (ຊ້າຍ) ຈັບມືກັບນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ຫຼັງຈາກພິທີລົງນາມໃນຂໍ້ຕົກລົງຕ່າງໆ ແລະການຖະແຫຼງຂ່າວຮ່ວມ ທີ່ກຸງນິວເດລີ (21 ທັນວາ 2010)

ພວກຜູ້ນຳຂອງອິນເດຍແລະຣັດເຊຍກ່າວວ່າ ບັນຫາຂັດ
ແຍ້ງກ່ຽວກັບໂຄງການນິວເຄລຍອິຣ່ານ ຄວນຈະໄດ້ຮັບ
ການແກ້ໄຂດ້ວຍການເຈລະຈາ.

ໃນຖະແຫຼງການຮ່ວມໃນວັນອັງຄານມື້ນີ້ນາຍົກລັດຖະ
ມົນຕີອິນເດຍທ່ານ Manmohan Sing ແລະປະທາ
ນາທິບໍດີຣັດເຊຍທ່ານ Dmitry Medvedev ກ່າວວ່າ
ອີຣ່ານມີສິດກ່ຽວກັບພະລັງງານນິວເຄລຍໃນທາງສັນຕິ.

ນອກນັ້ນ ພວກຜູ້ນຳທັງສອງຍັງໄດ້ປະກາດວ່າອິນເດຍ
ແລະຣັດເຊຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ທາງ
ດ້ານພະລັງງານນິວເຄລຍ ການຄ້າແລະການປຸງຢາ ໃນຂະນະທີ່ທ່ານ Medvedev ຢ້ຽມ
ຢາມກຸງນິວເດລີ ເປັນເວລາ 2 ມື້.

ປະເທດທັງສອງ ມີແຜນການທີ່ຈະເສີມຂະຫຍາຍການຄ້າ ຈາກເກືອບ 10 ພັນລ້ານໂດລາ
ຕໍ່ປີຂຶ້ນເປັນ 20 ພັນໂດລາພາຍໃນປີ 2015.

ຣັດເຊຍໄດ້ລົງນາມກັບອິນເດຍແລ້ວ ທີ່ຈະກໍ່ສ້າງເຕົາແຍກນິວເຄລຍເພີ່ມຕື່ມ ຢູ່ທີ່ໂຮງໄຟ
ຟ້ານິວເຄລຍ Kudankulam ໃນພາກໃຕ້ຂອງປະເທດອິນເດຍ.

ທ່ານ Medvedev ມີແຜນການ ທີ່ຈະເດີນທາງໄປຢ້ຽມເມືອງມູມໄບ ໃນວັນພຸດມື້ອື່ນ.

XS
SM
MD
LG