ຊີວິດການເປັນຢູ່ໃນເຂດຊົນນະບົດຂອງອິນເດຍ ແມ່ນຍັງສືບຕໍ່ພົວພັນ ກັບການເຮັດວຽກໜັກ
ແຕ່ມາດຕະຖານການດຳລົງຊີວິດໃນເຂດຊົນນະບົດໄດ້ດີຂຶ້ນຢ່າງຫຼວງຫຼາຍໃນໄລຍະບໍ່ດົນຜ່ານ
ມານີ້.
ລາຄາອາຫານທີ່ແພງຂຶ້ນ ຊຶ່ງໄດ້ເຮັດໃຫ້ພວກນັກການເມືອງແລະຜູ້ບໍລິໂພກຢູ່ຕາມເຂດເທດ
ສະບານຕ່າງໆປວດຫົວນັ້ນ ໄດ້ພາໃຫ້ພວກຊາວໄຮ່ຊາວສວນ ມີລາຍໄດ້ຫຼາຍຂຶ້ນ.
ການໃຫ້ເງິນເກື້ອກູນສະໜັບສະໜຸນແບບໃຈກວ້າງຂວາງແລະນະໂຍບາຍໃຫ້ເງິນສິນເຊື່ອແບບ
ຜ່ອນຜັນຂອງລັດຖະບານ ໄດ້ຊ່ອຍຂັບດັນໃຫ້ມີການລົງທຶນ ເຂົ້າໃສ່ການຊື້ລົດໄຖນາແລະອຸບ
ປະກອນໜັກອື່ນໆ.
ນອກນັ້ນແລ້ວ ຍັງໄດ້ສ້າງຕະຫຼາດຜູ້ບໍລິໂພກ ຊຶ່ງເຮັດໃຫ້ຫລາຍໆໝູ່ບ້ານຂອງອິນເດຍ ຈາກ
ຈຳນວນທັງໝົດຫຼາຍຮ້ອຍພັນໝູ່ບ້ານ ໃນເຂດສອກຫຼີກຫ່າງໄກນັ້ນ ເບິ່ງຄ້າຍຄືກັນກັບເມືອງ
ຕ່າງໆຫຼາຍຂຶ້ນນັບມື້.
ທ້າວ Sanjay Singh ຊາວຊົນນະບົດຄົນນຶ່ງກ່າວວ່າ “ພວກເຮົາມີເຄື່ອງອຳນວຍຄວາມສະ
ດວກຕ່າງໆ ທີ່ພວກຄົນຮຸ້ນກ່ອນໆບໍ່ສາມາດມີໄດ້. ພວກເຮົາມີລົດຈັກ ມີໂທລະສັບມືຖື ມີຕູ້
ເຢັນແລະ ເຄື່ອງໃຊ້ຂອງສອຍອື່ນໆ.”
ຄວາມທະເຍີທະຍານໃນການຢາກມີລົດຂີ່ຢູ່ໃນເຂດຊົນນະບົດແມ່ນມີສູງເປັນພິເສດ.
ທ່ານ Shankar Prasad ແມ່ນນັກທຸລະກິດຄົນນຶ່ງ ທີ່ໄດ້ເຂົ້າໄປລົງທຶນສວາຍເອົາປະໂຫຍດ
ຈາກແນວໂນ້ມຫຼືທ່າອຽງທີ່ວ່ານີ້.
ທ່ານ Shankar Prasad ເວົ້າວ່າ “ໃນກໍລະນີລົດຈັກນັ້ນ ພວກເຮົາພົບວ່າ ປະມານ 50%
ຂອງພວກຜູ້ຊື້ແມ່ນມາຈາກເຂດຊົນນະບົດແລະມີແຕ່ 50% ທໍ່ນັ້ນຄືສ່ວນທີ່ເຫຼືອແມ່ນມາຈາກ
ເຂດເທດສະບານ. ໃນກໍລະນີກ່ຽວກັບເຄື່ອງໃຊ້ຂອງສອຍທີ່ທົນທານ ໃຊ້ໄດ້ດົນນານ ແລະບໍ່
ມີຂາຍໃຫ້ ເມື່ອປະມານ 10 ປີ ຢ້ອນຫຼັງນັ້ນ ດຽວນີ້ ພວກເຮົາພົບວ່າ 50% ຂອງຍອດຂາຍ
ຂອງພວກເຮົາແມ່ນມາຈາກບ້ານຕ່າງໆ. ດັ່ງນັ້ນພວກເຮົາຈຶ່ງສາມາດເວົ້າໄດ້ວ່າເສັ້ນແບ່ງແຍກ
ລະຫວ່າງເຂດເທດສະບານແລະເຂດຊົນນະບົດ ແມ່ນຄຸມເຄືອບໍ່ຈະແຈ້ງຄືແຕ່ກ່ອນແລ້ວ.”
ໃນບົດວິເຄາະທີ່ອອກເມື່ອໄວໆມານີ້ ທະນາຄານລົງທຶນ Credit Suisse ຂອງປະເທດ
ສວິສ ກ່າວວ່າ ຄວາມຄຸມເຄືອບໍ່ຈະແຈ້ງ ໃນເລື້ອງຄວາມແຕກໂຕນລະຫວ່າງເຂດເທດສະ
ບານແລະເຂດຊົນນະບົດນັ້ນແມ່ນການກ້າວໄປສູ່ຄວາມສະເໝີພາບທີ່ໃຫຍ່ທີ່ສຸດຂອງອິນ
ເດຍ.
ດຽວນີ້ ຊາວອິນເດຍໃນເຂດຊົນນະບົດ ທີ່ມີລາຍໄດ້ໂດຍກົງຈາກການກະສິກຳນັ້ນແມ່ນ
ມີໃນຈໍານວນໜ້ອຍລົງນັບມື້. ທ້າວ Salim Ansari ເວົ້າວ່າ ຫຼາຍໆຄົນໄດ້ມີວຽກການ
ເຮັດໃນພາກສ່ວນກໍ່ສ້າງຕຶກອາຄານຕ່າງໆຄ້າຍຄືກັນກັບໃນເຂດເທດສະບານ.
ທ້າວ Salim Ansari ເວົ້າວ່າ “ຄືກັນກັບໃນເມືອງ ເຮືອນຈຳນວນຫຼວງຫຼາຍໄດ້ມີການ
ປຸກສ້າງ ຂຶ້ນຢູ່ທີ່ນີ້. ມີບ່ອນຈອດລົດ ຕຶກສູງ ແລະ ເຮືອນຫຼັງໃຫຍ່ໆ. ຢູ່ໃນບ້ານຂອງ
ພວກເຮົານີ້ ພວກເຮົາມີເຄື່ອງອຳນວຍຄວາມສະດວກທັງໝົດທີ່ມີຢູ່ໃນເມືອງ."
ລະບົບອິນເຕີແນັດໄຮ້ສາຍ ມີໃຫ້ໃຊ້ຫຼາຍຂຶ້ນ ຢູ່ໃນເຂດຊົນນະບົດ ຂອງອິນເດັຍ. ລາຍ
ການໂທລະພາບຈາກດາວທຽມກໍມີໃຫ້ເບິ່ງຫລາຍຂຶ້ນດັ່ງດຽວກັນກັບໂທລະພາບຈໍແບນ
ທີ່ພວກເຮົາໃຊ້ເບິ່ງນັ້ນ.
ຫ້າງຮ້ານຕ່າງໆກໍພາກັນຂາຍສິ່ງອຳນວຍຄວາມສະດວກ ທີ່ພວກຄົນຮຸ້ນກ່ອນບໍ່ສາ
ມາດຫາຊື້ໄດ້ ເຊັ່ນ ໝີ່ມາມ້າໄວທັນໃຈ ແລະຜະລິດຕະພັນເຄື່ອງໃຊ້ຕ່າງໆສຳຫຼັບຕົກ
ແຕ່ງແລະບົວລະບັດຮ່າງກາຍ.
ທ້າວ Arun Mondal ເວົ້າວ່າ “ແຕ່ກ່ອນ ພວກເຮົາເຄີຍໃຊ້ໄມ້ນ້ອຍໆ ຫຼືຂີ້ເຖົ່າຂີ້ງົວ
ສຳຫຼັບຖູແຂ້ວ ແຕ່ປັດຈຸບັນນີ້ ບໍ່ຕ່າງຫຍັງກັບຜູ້ຄົນທີ່ຢູ່ໃນເມືອງ ພວກເຮົາກໍໃຊ້ແປງ
ແລະຢາຖູແຂ້ວຄືກັນ. ພວກເຮົາໃຊ້ຢາສະຫົວຫຼືແຊມພູ ຕະຫຼອດທັງນໍ້າມັນແລະຄຣີມ
ລາຄາແພງໆອື່ນໆ. ພວກເຮົາມີທຸກສິ່ງທຸກຢ່າງຢູ່ໃນບ້ານຂອງພວກເຮົາທີ່ຜູ້ຄົນມີກັນ
ຢູ່ຕາມຫົວເມືອງນ້ອຍໃຫຍ່ຕ່າງໆ.”
ສຳຫຼັບຜູ້ເປັນແມ່ ຄືກັນກັບນາງ Lalti Devi ແລ້ວ ຄວາມແຕກຕ່າງລະຫວ່າງອະດີດ
ແລະປັດຈຸບັນແມ່ນບໍ່ມີຄວາມສຳຄັນຫຼາຍໄປກວ່າໂອກາດໃນອະນາຄົດທີ່ຄວາມອຸດົມ
ຮັ່ງມີໃນເຂດຊົນນະບົດ ເອື້ອອຳນວຍໃຫ້ແກ່ພວກໜຸ່ມນ້ອຍ.
ນາງ Lalti Devi ເວົ້າວ່າ “ແຕ່ກ່ອນບໍ່ເຄີຍມີຫຍັງເລີຍ ຢູ່ໃນບ້ານນີ້. ທຸກໆຄົນແມ່ນ
ກືກໜັງສື ອ່ານບໍ່ໄດ້ຂຽນບໍ່ເປັນ. ແຕ່ດຽວນີ້ ຜູ້ຄົນພາກັນສົ່ງລູກເຕົ້າເຂົ້າເຈົ້າໄປເຂົ້າ
ໂຮງຮຽນໝົດ.”
ປະມານສອງສ່ວນສາມ ຂອງປະຊາກອນຈໍານວນ 1 ພັນ 200 ລ້ານຄົນ ຂອງອິນ
ເດຍແມ່ນອາໄສຢູ່ໃນເຂດຊົນນະບົດ ແລະໃນຂະນະທີ່ເສດຖະກິດຂອງອິນເດຍ ໂດຍ
ລວມແລ້ວແມ່ນຊົບເຊົາບໍ່ມີການເຕີບໂຕນັ້ນ ຈຶ່ງສາມາດຄາດໝາຍໄດ້ເລີຍວ່າ ພວກ
ກຳນົດນະໂຍບາຍທັງຫລາຍຈະພາກັນມອງເບິ່ງຫຼາຍຂຶ້ນນັບມື້ໄປຍັງເຂດຊົນນະບົດ
ເພື່ອໃຫ້ເປັນຈັກຂັບດັນໃຫ້ເສດຖະກິດ ເຕີບໂຕ.