ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ​ທີ່​ຖືກ​ທຳ​ລາຍ​ ໂດຍ​ການ​ຈະ​ລາ​ຈົນ ໃນອິນ​ເດຍ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ຟື້ນ​ຟູ​ຄືນ


ຊາວ​ມຸ​ສ​ລິມ​ ກຳ​ລັງ​ສູດ​ມົນຢູ່​ທີ່​ວັດ ຫຼັງ​ຈາກ​ເກີດ​ການ​ຈາ​ລະ​ຈົນ.
ຊາວ​ມຸ​ສ​ລິມ​ ກຳ​ລັງ​ສູດ​ມົນຢູ່​ທີ່​ວັດ ຫຼັງ​ຈາກ​ເກີດ​ການ​ຈາ​ລະ​ຈົນ.

ນຶ່ງ​ອາ​ທິດ​ຫຼັງ​ຈາກ​ມີ​ການ​ຈາ​ລະ​ຈົນ​ຢູ່​ທົ່ວ​ໝູ່​ບ້ານ​ໃນ​ເຂດ​ນະ​ຄອນ​ຫຼວງ​ອິນ​ເດຍ ພວກ​ຜູ້​ຊ​າຍ​ພາ​ກັນ​ຄົ້ນ​ຫາ​ຢູ່​ຕາມ​ລົດ​ຈັກ ທີ່​ຖືກ​ໄຟ​ໄໝ້​ເພື່ອ​ຊອກ​ເກັບເອົາທຸກ​ສິ່ງ​ຢ່າງນຳ​ໄປ​ຂາຍ ແລະ​ມຸ​ສ​ລິມ​ກຸ່ມ​ນຶ່ງ​ພາ​ກັນ​ນັ່ງແບບ​ໝົດ​ຄ​ວາມ​ຫວັງ​ຢູ່​ນອກຮ້ານ ຂາຍ​ລົດຈັກສາມ​ລໍ້ທີ່​ຖືກ​ໄຟ​ໄໝ້ ໃນ​ຂະນະ​ທີ່​ເຮືອນ​ຊານ​ຫຼາຍ​ສິບ​ຫຼັງ​ຢູ່​ແຖວ​ໃນ ເປົ່າ​ຫວ່າງ​ໃນ​ຂະ​ນະ​ທີ່​ຊາວ​ມຸ​ສ​ລິມ​ພາ​ກັນ​ຫລົບ​ໜີ​ດ້ວຍ​ຄ​ວາມ​ຢ້ານ​ກົວ. ທຸກໆ​ບໍ່​ເທົ່າ​ໃດ​ແມັດ​ ພວກ​ທະ​ຫານ​ບ້ານ​ພາ​ກັນ​ຢືນ​ຍາມ​ຢູ່​ຕາມ​ຖະ​ໜົນໃຫຍ່ສຳ​ຄັນທີ່ແລ່ນເຂົ້າ​ສູ່​ບ່ອນມີ​ປະ​ຊ​າ​ຊົນໜ້າ​ແໜ້ນໃນ​ເຂດ​ຊົນ​ຊັ້ນ​ອອກ​ແຮງງ​ານ.

“ບັນ​ດາ​ຮ້​ານ​ຄ້າ​ຂອງ​ພວກ​ເຮົາ​ໄດ້​ເປັນເປົ້າ​ໝາຍ ໃນ​ຂະ​ນະ​ທີ່​ແຫ່ງ​ອື່ນໆ​ບໍ່ຖືກແຕະ​ຕ້ອງ. ພວກ​ເຮົາ​ພາ​ກັນ​ແລ່ນ​ໜີ​ເພື່ອ​ຮັກ​ສາ​ຊີ​ວິດ​ຂອງ​ພວກ​ເຮົາ” ​ທີ່ທ່ານ​ແຣັ​ສ ອາ​ເມັດ ​ກ່າວ ເຈົ້າ​ຂອງ​ຮ້ານ​ຂາຍ​ລົດຈັກ​ສາມລໍ້ ໃນ​ຂະ​ນະ​ທີ່​ລາວ​ເບິ່ງວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ພວກ​ຈາ​ລ​າ​ຈົນພາ​ກັນ​ແລ່ນ​ເລາະ​ຕາມ​ຖະ​ໜົນ​ຮ້ອງ​ໂຮ​ວ່າ “ໃຈ ສ​ຣີ ຣາມ” ຊຶ່ງ​ແປ​ວ່າ “ພະ​ເຈົ້າ​ຣາ​ມາ​ຮິນ​ດູ​ຈົ່ງ​ປົກ​ປັກ​ຮັກ​ສາ” ບັດນີ້​ເປັນ​ຄຳ​ຂວັນ​ແຫ່ງ​ຊາດ​ຂອງ​ຮິນ​ດູ.

ຊາວ​ມຸ​ສ​ລິມ​ຫຼາຍ​ຮ້ອຍ​ຄົນ​ພາ​ກັນ​ຫລົບ​ໜີ​ຈາກ​ບ້ານ​ເຮືອນເຂົາ​ເຈົ້າ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ​ທີ່​ຮ້າຍ​ແຮງ​ສຸດໃນ​ຫຼາຍ​ທົດ​ສະ​ວັດຂອງ​ຊາວ​ຮິນ​ດູ-ມຸ​ສລິມ ໃນ​ນະ​ຄອນ​ຫຼວງ​ອິນ​ເດຍ ທີ່​ໄດ້ຖືກ​ລົບ​ກວນ ໃນ​ຂະ​ນະ​ທີ່ລັດ​ຖະ​ບານ​ຂອງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານນ​າ​ເຣັນ​ດາ ໂມ​ດີ ໄດ້​ປະ​ຕິ​ບັດ​ໄປ​ໜ້າ​ກັບ​ອັນ​ທີ່​ພວກ​ຕຳ​ນິ​ຮ້ອງ ວ່າເປັນ​ລາຍ​ການ​ຂອງ​ຊາ​ວ​ຮີນ​ດູ​ກ່ອນ.

ໃນ​ຂະ​ນະ​ທີ່​ພວກ​ຈາ​ລາ​ຈົນພາ​ກັນ​ຖື​ຖ່ອນ​ເຫລັກ ກ້ອນ​ຫີນ ແລ​ະ​ລ​ະ​ເບີດ​ນ້ຳ​ມັນ ທີ່ ກໍ່ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ ​ໄດ້​ອ້າງ​ເອົ​າຊີ​ວິດ​ຢ່າ​ງ​ໜ້ອຍ 46 ຄົນ ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ປາ​ກົດ​ວ່າ​ໄດ້​ເກີດ​ຈາກ​ຊາວ​ມຸ​ສ​ລິມ ເຖິງ​ແມ່ນ​ວ່າ​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເຖິງ​ຕາຍ​ທີ່​ຕິດ​ຕາມ​ມາ​. ພວກ​ຜູ້​ຊາຍທີ່​ໄດ້​ຮັບ​ບາດ​ເຈັບ​ກ່າວ​ເຖິງ​ການ​ຖືກ​ທຸບ​ຕີ​ຈາກ​ພວກ​ຈາ​ລາ​ຈົນ​ຮິນ​ດູ ບາງ​ຄັ້ງ​ຕຳ​ຫຼວດ​ພຽງ​ແຕ່​ເບິ່ງ​ຢູ່​ເທົ່າ​ນັ້ນ. ຊາຍ​ໜຸ່ມ​ຮິນ​ດູ​ຄົນ​ນຶ່ງ​ທີ່​ເຮັດ​ວຽກ​ໃຫ້​ແກ່​ຫ້ອງ​ການ​ສຶບ​ລັບ ທີ່​ເປັນ​ຫ້ອງ​ການ​ສືບ​ລັບ​ທ້ອງ​ຖິ່ນ ຜູ້​ທີ່​ໄດ້​ຖືກ​ແທງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ທີ່​ຮ່ວມ​ຢູ່​ໃນ​ບັນ​ດາ​ຜູ້​ເຄາະ​ຮ້າຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG