ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຊ່ວຍເຫຼືອພົນລະເມືອງຕົນ ທີ່ຖືກບັງຄັບໃຫ້ທໍາການຫຼອກລວງທາງອອນໄລນ໌ ໃນ ກໍາປູເຈຍ


ແຟ້ມຮູບ-ປະຊາຊົນຊາວອິນເດຍ ຖືກຫຼອກໃຫ້ໄປເຮັດວຽກໃນກໍາປູເຈຍ ໂດຍຖືກບັງຄັບໃຫ້ຮ່ວມເຮັດວຽກໃນແຜນການຫຼອກລວງທາງອອນລາຍ
ແຟ້ມຮູບ-ປະຊາຊົນຊາວອິນເດຍ ຖືກຫຼອກໃຫ້ໄປເຮັດວຽກໃນກໍາປູເຈຍ ໂດຍຖືກບັງຄັບໃຫ້ຮ່ວມເຮັດວຽກໃນແຜນການຫຼອກລວງທາງອອນລາຍ

ລັດ​ຖະ​ບານ​ອິນ​ເດຍ​ກ່າວ​ວ່າ ​ຕົນ​ໄດ້​ຊ່ວຍ​ເຫຼືອ​ພົນ​ລະ​ເມືອງ​ຂອງ​ຕົນ ​ທີ່​ຖືກຫຼອກໃຫ້​ໄປ​ເຮັດ​ວຽກ​ຢູ່​ໃນ​ກຳ​ປູ​ເຈຍ ແລະ​ຖືກ​ບັງ​ຄັບ​ໃຫ້​ເຂົ້າ​ຮ່ວມ​ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ.

ສະຖານທູດ​ອິນ​ເດຍ​ປະຈຳ​ກຳປູ​ເຈຍ​ ກໍາລັງດໍາເນີນງານ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ ​ແລະ​ໄດ້ທໍາການ​ຊ່ວຍ​ເຫຼືອ​ ພ້ອມທັງ​ສົ່ງ​ຊາວ​ອິນ​ເດຍປະມານ 250 ຄົນ​ກັບ​ຄືນ​ປະ​ເທດແລ້ວ, ​ໃນ​ນັ້ນ​ມີ 75 ຄົນ ​ຢູ່ທີ່ນັ້ນ ໃນໄລຍະ​ສາມ​ເດືອນທີ່​ຜ່ານ​ມາ, ອີງຕາມໂຄສົກກະຊວງ​ການ​ຕ່າງປະ​ເທດຂອງ​ອິນ​ເດຍ ທ່ານແຣນເດຍ ເຈສ໌ວອລ (Randhir Jaiswal) ກ່າວໃນຖະແຫຼງການສະບັບນຶ່ງ ທີ່ຖືກເຜີຍແຜ່ອອກມາ ໃນມື້ວັນເສົາແລ້ວນີ້.

ທ່ານ ເຈສ໌ວອລ ​ໄດ້​ຕອບ​ໂຕ້​ຕໍ່​ການ​ລາຍ​ງານ​ຂ່າວ​ຂອງ​ອິນ​ເດຍ ທີ່​ໄດ້​ກ່າວ​ວ່າ ມີ​ຊາວ​ອິນ​ເດຍຫຼາຍກວ່າ 5,000 ​ຄົນທີ່​ຕິດຄ້າງ​ຢູ່​ໃນ​ກຳປູ​ເຈຍ ​ແລະ​ຖືກ​ບັງຄັບ​ໃຫ້​ທໍາ​ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ​ຕໍ່​ຜູ້ຄົນພາຍໃນປະເທດອິນເດຍ.

ທ່ານ ເຈສ໌ວອລ ກ່າວວ່າ “ພວກ​ເຮົາ​ຍັງ​ໄດ້​ດໍາເນີນງານ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ ​ແລະອົງການ​ຕ່າງໆ​ໃນ​ອິນ​ເດຍ ​ເພື່ອ​ປາບ​ປາມ​ພວກ​ທີ່​ຮັບຜິດຊອບຕໍ່​ແຜນການ​ສໍ້​ໂກງ​ເຫຼົ່ານັ້ນ.”

ລັດຖະບານອິນເດຍ ແລະສະຖານທູດຂອງຕົນໃນກໍາປູເຈຍ ໄດ້ອອກຄໍາແນະນໍາຫຼາຍໆຢ່າງ ໂດຍແຈ້ງໃຫ້ພວກເຂົາເຈົ້າຮັບຮູ້ກ່ຽວກັບການຫລອກລວງດັ່ງກ່າວ, ອີງຕາມການກ່າວຂອງທ່ານໂຄສົກກະຊວງ.

ສະຖານທູດ​ກຳປູ​ເຈຍ​ປະ​ຈໍາ​ອິນ​ເດຍ ບໍ່​ໄດ້​ສະແດງຄໍາເຫັນໃດໆໃນທັນທີ ​ຕໍ່​ການ​ຮ້ອງ​ຂໍ​ຄໍາ​ເຫັນ​ໃນ​ວັນ​ອາທິດ​ວານ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG