ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ລາຍງານຕົວເລກ ການຕິດເຊື້ອ COVID-19 ທີ່ສູງເປັນປະຫວັດການ ອີກຄັ້ງນຶ່ງ


ເດັກຍິງຄົນນຶ່ງຖືກເຈົ້າໜ້າທີ່ໃຊ້ໄມ້ສຳລີເກັບຕົວຢ່າງ ເພື່ອກວດເຊື້ອໄວຣັສ COVID-19 ໃນນະຄອນ ມຸມໄບ, ອິນເດຍ. 20 ເມສາ, 2021.
ເດັກຍິງຄົນນຶ່ງຖືກເຈົ້າໜ້າທີ່ໃຊ້ໄມ້ສຳລີເກັບຕົວຢ່າງ ເພື່ອກວດເຊື້ອໄວຣັສ COVID-19 ໃນນະຄອນ ມຸມໄບ, ອິນເດຍ. 20 ເມສາ, 2021.

ການຕິດເຊື້ອໄວຣັສ COVID-19 ແມ່ນກຳລັງເພີ່ມຂຶ້ນໃນອັດຕາທີ່ໜ້າຕົກໃຈຢູ່ ອິນເດຍ. ກະຊວງສາທາລະນະສຸກຂອງປະເທດທີ່ຕັ້ງຢູ່ເອເຊຍໃຕ້ນັ້ນໄດ້ກ່າວໃນວັນສຸກມື້ນີ້ວ່າ ເຂົາເຈົ້າໄດ້ນັບຕົວເລກການຕິດເຊື້ອທີ່ຫຼາຍເປັນປະຫວັດການເທື່ອໃໝ່ 332,730 ກໍລະນີໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ. ຕົວເລກສູງສຸດໃໝ່ດັ່ງກ່າວໄດ້ແຊງກາຍສະຖິຕິການຕິດເຊື້ອໃໝ່ສູງສຸດ ໃນແຕ່ລະວັນ 314,835 ກໍລະນີ ຂອງວັນພະຫັດວານນີ້.

ຢ່າງໜ້ອຍໂຮງໝໍ 6 ແຫ່ງໃນນະຄອນຫຼວງ ນິວ ເດລີ ໄດ້ໝົດ ຫຼື ໃກ້ຈະໝົດອົກຊີເຈັນສຳລັບຄົນໄຂ້.

ການຂາດແຄນອົກຊີແມ່ນຮຸນແຮງຫຼາຍຈົນໄດ້ເຮັດສານສູງສຸດໃນນະຄອນຫຼວງ ຕ້ອງໄດ້ສັ່ງໃຫ້ລັດຖະບານແຫ່ງຊາດເອົາອົກຊີເຈັນຈາກການໃຊ້ໃນອຸດສາຫະກຳມາໃຫ້ໂຮງໝໍ.

ໃນພາກຕາເວັນຕົກຂອງ ອິນເດຍ ໃນວັນສຸກມື້ນີ້, ໄຟໄໝ້ຢູ່ໂຮງໝໍ ວີເຈ ວາລາບ ໄດ້ເຮັດໃຫ້ຄົນໄຂ້ COVID ເສຍຊີວິດຢ່າງໜ້ອຍ 13 ຄົນ.

ນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ໄດ້ຈັດກອງປະຊຸມກັບບັນດາລັດຖະມົນຕີຂອງປະເທດ ເພື່ອພິຈາລະນາວິທີທີ່ດີທີ່ສຸດເພື່ອຮັບມືກັບໂຣກລະບາດໄວຣັສໂຄໂຣນາ.

ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໄດ້ລາຍງານວ່າ ອິນເດຍ ມີ COVID-19 ເກືອບ 16 ລ້ານກໍລະນີ. ມີພຽງ ສະຫະລັດ ທີ່ມີເກືອບ 32 ລ້ານກໍລະນີ ທີ່ມີການຕິດເຊື້ອຫຼາຍກວ່າ ອິນເດຍ.

ອົງການຂ່າວ AFP ຂອງ ຝຣັ່ງ ໄດ້ລາຍງານວ່າ ຍີ່ປຸ່ນ ແມ່ນມີກຳນົດທີ່ຈະປະກາດພາວະສຸກເສີນ ຍ້ອນການຕິດເຊື້ອ COVID ທີ່ເພີ່ມຂຶ້ນ, ພຽງສາມເດືອນກ່ອນພິທີເປີດການແຂ່ງຂັນກິລາໂອລິມປິກ ໂຕກຽວ.

ທ່ານ ໂຢຊຸໂຕຊິ ນິຊິມູຣະ, ລັດຖະມົນຕີສຳລັບການຕອບໂຕ້ຕໍ່ໄວຣັສຂອງ ຍີ່ປຸ່ນ ໄດ້ກ່າວໃນວັນສຸກມື້ນີ້ວ່າ “ພວກເຮົາມີໄຫວພິບທີ່ດີ ກ່ຽວກັບ ວິກິດການ.” ອີງຕາມອົງການຂ່າວ AFP.

ຍີ່ປຸ່ນ ມີ COVID-19 ຫຼາຍກວ່າ 550,000 ກໍລະນີ, ອີງຕາມມະຫາວິທະຍາ ໄລ ຈອນສ໌ ຮັອບກິນສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG