ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່​ຍິງ ອິນ​ເດຍ ສອງ​ຄົນ ຂັດ​ຂືນ​ການ​ຫ້າມ ​ຫຼາຍ​ສັດ​ຕະ​ວັດ​ ດ້ວຍ​ການ​ເຂົ້າ​ໄປ ​ໃນ​ວັດ ຮິນ​ດູ


ແມ່​ຍິງ​ຄົນ​ນຶ່ງ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ການ​ຈຳ​ແນກ​​ເພດ ໃນ​ຂະ​ນະ​ທີ່​ເຂົ​າ​ເຈົ້າ​ເຕົ້າ​ໂຮມ​ກັນ ຍາວຫຼາຍ​ກິ​ໂລ​ແມັດ​ໃນ​ເມືອງ ທິ​ຣຸ​ວະ​ນັນ​ທະ​ພຸ​ຣາມ, ໃນ​ລັດ ເຄ​ຣາ​ລາ ທາງ​ພາກ​ໃຕ້​ ຂອງ​ອິນ​ເດຍ. 1 ມັງ​ກອນ, 2019.
ແມ່​ຍິງ​ຄົນ​ນຶ່ງ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ການ​ຈຳ​ແນກ​​ເພດ ໃນ​ຂະ​ນະ​ທີ່​ເຂົ​າ​ເຈົ້າ​ເຕົ້າ​ໂຮມ​ກັນ ຍາວຫຼາຍ​ກິ​ໂລ​ແມັດ​ໃນ​ເມືອງ ທິ​ຣຸ​ວະ​ນັນ​ທະ​ພຸ​ຣາມ, ໃນ​ລັດ ເຄ​ຣາ​ລາ ທາງ​ພາກ​ໃຕ້​ ຂອງ​ອິນ​ເດຍ. 1 ມັງ​ກອນ, 2019.

ແມ່​ຍິງ​ສອງ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ວັດ​ຮິນ​ດູ ຢູ່​ປະ​ເທດ​ອິນ​ເດຍ​ ໃນ​ວັນ​ພຸດມື້ນີ້, ເຊິ່ງ​ແມ່ນ​
ການຂັດຂືນຕໍ່ການຫ້າມ ທີ່ມີມາດົນຫຼາຍສັດຕະວັດແລ້ວນັ້ນ ຕໍ່ຍິງທີ່ມີອາຍຸເປັນປະ
ຈຳເດືອນ ບໍ່ໃຫ້ເຂົ້າໄປໃນວັດສັກສິດດັ່ງກ່າວ.

​ພວກແມ່​ຍິງ​ທັງ​ສອງ ​ໄດ້​ເຂົ້າ​ໄປ​ໃນ​ວັດ ຊາ​ບາ​ຣິມາ​ລາ ຢູ່​ເທິງ​ດອຍ ໃນ​ລັດ ເຄ​ຣາ​ລາ
ທາງພາກໃຕ້ຂອງປະເທດ ກ່ອນເຊົ້າມືດ, ພ້ອມກັບຕຳຫຼວດໃນທ້ອງຖິ່ນ.

ເຫດ​ການ​ດັ່ງ​ກ່າວ ແນ່ນອນ​ໄດ້​ສ້າ​ງ​ຄວາມ​ບໍ່​ພໍ​ໃຈ​ໃຫ້​ກຸ່ມ​ຮິນ​ດູ ອະ​ນຸ​ລັກ​ນິ​ຍົມ, ຜູ້​ທີ່​
ສະໜັບສະໜູນ ການຫ້າມແມ່ຍິງອາຍຸລະຫວ່າງ 10 ຫາ 50 ປີ ບໍ່ໃຫ້ເຂົ້າໄປໃນວັດ
ຊາບາຣິມາລາ ນັ້ນ, ເຊິ່ງເຊື່ອກັນວ່າ ມັນຈະເຮັດໃຫ້ທາງໃນ ຂອງສະຖານທີ່ສັກສິດ
ດັ່ງກ່າວເປີເປື້ອນ. ສາສະໜາ ຮິນດູ ຖືວ່າ ແມ່ຍິງທີ່ມີອາຍຸ ທີ່ສາມາດເກີດລູກໄດ້ນັ້ນ
ວ່າບໍ່ສະອາດ, ແລະ ບໍ່ອະນຸຍາດໃຫ້ເຂົາເຈົ້າເຂົ້າຮ່ວມໃນພິທີທາງສາສະໜາ. ແມ່
ຍິງຫຼາຍຄົນ ຜູ້ທີ່ໄດ້ພະຍາຍາມ ເຂົ້າໄປໃນສະຖານທີ່ສັກສິດດັ່ງກ່າວໃນອະດີດ ໄດ້
ຖືກກີດກັ້ນໂດຍຜູ້ນັບຖືສາສະໜາຮິນດູ.

ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ທີ່​ລັດ ເຄ​ຣາ​ລາ ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ລະ
ຫວ່າງພວກທີ່ເຫຼື້ອມໃສໃນສາສະໜາຮິນດູ ແລະຕຳຫຼວດ ຫຼັງຈາກກສານສູງສຸດ​ຂອງ
ອິນເດຍ ຕັດສິນວ່າ ການຫ້າມດັ່ງກ່າວນີ້ ບໍ່ຖືກຕ້ອງຕາມກົດໝາຍ.

ຫົວ​ໜ້າ​ຂອງ​ລັດ​ຖະ​ບານ ໃນລັດ​ ເຄ​ຣາ​ລາ ທ່​ານປີ​ນາ​ຣາ​ຢີ ວິ​ເຈ​ຢານ ໄດ້​ກ່າວ​ຕໍ່​ບັນ​
ດານັກຂ່າວ ໃນວັນພຸດມື້ນີ້ວ່າ ຕຳຫຼວດຈະປົກປ້ອງທຸກຄົນຜູ້ທີ່ຢາກເຂົ້າໄປໃນວັນ
ຊາບາຣິມາລາ ນັ້ນ.

ສານ​ສູງ​ສຸດ​ຈະ​ຟັງ​ການ​ໂຕ້​ແຍ້ງ​ຕໍ່​ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ ​ໃນ​ທ້າຍ​ເດືອນນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG