ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍມີຜູ້ຕິດໂຄວິດໃໝ່ ຫລາຍກວ່າ 200,000 ຄົນໃນວັນພະຫັດ ວານນີ້


ຄົນລໍຖ້າປ່ອນບັດຢູ່ນອກເມືອງ Prayagraj, ໃນແຂວງ Uttar Pradesh, ທາງພາກເໜືອຂອງອິນເດຍ, ວັນທີ 15 ເມສາ, 2021.
ຄົນລໍຖ້າປ່ອນບັດຢູ່ນອກເມືອງ Prayagraj, ໃນແຂວງ Uttar Pradesh, ທາງພາກເໜືອຂອງອິນເດຍ, ວັນທີ 15 ເມສາ, 2021.

ບັນດາເຈົ້າໜ້າທີ່ສາທາລະນະສຸກໃນປະເທດອິນເດຍກ່າວວ່າພວກເຂົາເຈົ້າໄດ້ນັບກໍລະນີຄົນເປັນພະຍາດໂຄວິດລາຍໃໝ່ ແມ່ນມີຫຼາຍກວ່າ 200,000 ຄົນໃນວັນພະຫັດວານນີ້, ເຊິ່ງເປັນວັນທີ່ມີຈຳນວນສູງທີ່ສຸດສຳລັບປະເທດໃນເຂດເອເຊຍໃຕ້ແຫ່ງນັ້ນ.

ການເພີ້ມຂຶ້ນຢ່າງໄວວາ ຂອງຈໍານວນກໍລະນີຄົນເປັນພະຍາດນີ້ໄດ້ເຮັດໃຫ້ປະເທດອິນເດຍຂຸ້ນຂ້ຽວຊອກຫາຕຽງໃນໂຮງໝໍ ແລະອົກຊີເຈັນ. ການມີຈໍານວນຄົນປ່ວຍເພີ້ມຂຶ້ນນີ້ ຍັງໄດ້ບັງຄັບໃຫ້ອິນເດຍ, ປະເທດຜະລິດວັກຊີນທີ່ສຳຄັນແຫ່ງນຶ່ງ ທໍາການຂົນສົ່ງຢາວັກຊີນກັນໂຄວິດໄປທົ່ວໂລກຊັກຊ້າ ແລະຫັນທິດກັບເອົາໄປໃຊ້ຢູ່ພາຍໃນປະເທດແທນ.

ເຈົ້າໜ້າທີ່ສາທາລະນະສຸກຢູ່ນະຄອນຫລວງນິວເດລີ, ທ່ານ ເອສ.ເຄ ຊາຣິນ (S.K. Sarin), ກ່າວຕໍ່ສຳນັກຂ່າວ AP ວ່າ ກໍລະນີທີ່ເພີ່ມຂຶ້ນນີ້ແມ່ນ “ເປັນໜ້າຕົກໃຈ.”

ເຈົ້າໜ້າທີ່ສາທາລະນະສຸກບາງຄົນຍັງກ່າວອີກວ່າ ພວກເຂົາເຈົາເຊື່ອກັນວ່າ ງານບຸນຮິນດູເຊິ່ງຜູ້ທີ່ນັບຖືສາສະໜານີ້ ຫຼາຍຮ້ອຍຄົນໄດ້ພາກັນອາບນໍ້າໃນແມ່ ນໍ້າຄົງຄາ, ພ້ອມທັງການໂຮມຊຸມນຸມທາງດ້ານການເມືອງໃນໄລຍະມໍ່ໆມານີ້, ອາດຈະປະກອບສ່ວນເຂົ້າເຮັດໃຫ້ມີການເພີ່ມຂຶ້ນທີ່ເປັນຂີດໝາຍນີ້.

ຫລາຍກວ່າ 30 ເປີເຊັນ ຂອງຜູ້ໃຫຍ່ໃນສະຫະລັດ, ປະມານ 78 ລ້ານ 5 ແສນຄົນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບແລ້ວ, ອີງຕາມຂໍ້ມູນໃໝ່ ທີ່ເປີດເຜີຍອອກມາໂດຍສູນຄວບຄຸມ ແລະປ້ອງກັນພະຍາດ ຫລື CDC ຂອງສະຫະລັດ.

CDC ກ່າວວ່າ ຜູ້ໃຫຍ່ 48 ເປີເຊັນ ໄດ້ຮັບການສັກຢາວັກຊີນຢ່າງໜ້ອຍນຶ່ງ ໂດສ ໃນນັ້ນ 80 ເປີເຊັນຂອງຜູ້ສູງອາຍຸຊຶ່ງເປັນຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດຕໍ່ຜົນກະທົບທີ່ເປັນອັນຕະລາຍຂອງເຊື້ອໄວຣັສນີ້. ຫົກສິບສີ່ເປີເຊັນຂອງຜູ້ສູງອາຍຸແມ່ນໄດ້ຮັບການສັກຢາປ້ອງກັນຄົບຖ້ວນແລ້ວ.

CDC ຍັງໄດ້ລາຍງານອີກວ່າ ປະມານ 5,800 ຄົນທີ່ເອີ້ນກັນວ່າເປັນກໍລະນີ ຂອງຜູ້ທີ່ໄດ້ຮັບການສັກຢາວັກຊີນປ້ອງກັນແລ້ວແຕ່ກໍຍັງຕິດເຊື້ອໄວຣັສນີ້ຢູ່.

ອົງການນີ້ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ "ວັກຊີນທີ່ມີທັງໝົດທີ່ມີຢູ່ໄດ້ຖືກພິສູດໃຫ້ເຫັນແລ້ວວ່າ ມີປະສິດຕິຜົນໃນການປ້ອງກັນພະຍາດຮ້າຍແຮງ, ປ້ອງກັນການໄປເຂົ້າໂຮງໝໍ ແລະການຕາຍ." "ແຕ່ເຖິງຢ່າງໃດກໍ່ຕາມ, ເຊັ່ນດຽວກັນກັບການສັກຢາວັກຊີນອື່ນໆ, ພວກເຮົາຄາດວ່າຈະມີຫລາຍພັນກໍລະນີການຕິດປະຍາດຫລັງຈາກໄດ້ສັກຢາວັກຊີນແລ້ວເກີດຂຶ້ນ, ເຖິງແມ່ນວ່າວັກຊີນຈະໃຊ້ການໄດ້ຕາມທີ່ຄາດໄວ້ກໍຕາມ."

ຂໍ້ມູນຂອງ CDC ແມ່ນເກີດຂື້ນທ່າມກາງການຢຸດຊົ່ວຄາວໃນການສັກຢາວັກຊີນ ຈອນສັນ & ຈອນສັນ (Johnson & Johnson).

ຄະນະຜູ້ຊ່ຽວຊານດ້ານສາທາລະນະສຸກທີ່ເປັນອິດສະຫລະຂອງສະຫະລັດກຳລັງທໍາການຕັດສິນໃຈຂັ້ນສຸດທ້າຍຢ່າງຊ້າໆ ກ່ຽວກັບຢາວັກຊິນກັນໂຄວິດ-19 ທີ່ສັກເຂັມດຽວຂອງ Johnson & Johnson ໃນຂະນະທີ່ພວກເຂົາເຈົ້າໄດ້ຮັບຂໍ້ມູນເພີ່ມເຕີມກ່ຽວກັບຢາວັກຊີນ ແລະການເຊື່ອມໂຍງທີ່ອາດຈະເກີດຂຶ້ນກັບອາການເລືອດກ້າມບໍ່ຄ່ອຍມີ ແຕ່ເປັນອັນຕະລາຍນັ້ນ.

ຄະນະທີ່ປຶກສາດ້ານການສັກຢາກັນໂຣກຂອງ CDC ໄດ້ຈັດກອງປະຊຸມສຸກເສີນໃນວັນພຸດຜ່ານມາ, ນຶ່ງມື້ຫຼັງຈາກ CDC ແລະອົງການອາຫານ ແລະຢາໄດ້ອອກຖະແຫຼງການຮ່ວມແນະນຳໃຫ້ຢຸດສັກຢານີ້ຊົ່ວຄາວ ຫຼັງຈາກແມ່ຍິງ 6 ຄົນທີ່ມີອາຍຸລະຫວ່າງ 18 ຫາ 48 ປີ ໄດ້ມີອາການເລືອດກ້າມທີ່ຮູ້ກັນວ່າເປັນໂຣກເລືອດກ້າມໃນສະໝອງພາຍໃນເວລາ 6 ຫາ 13 ມື້ ຫຼັງຈາກຖືກໄດ້ສັກຢານີ້ແລ້ວ. ນຶ່ງໃນຈຳນວນແມ່ຍິງໄດ້ເສຍຊີວິດໄປ, ໃນຂະນະທີ່ອີກຜູ້ນຶ່ງ ໄດ້ເຂົ້າໂຮງໝໍແລະມີອາການສາຫັດຢູ່.

ຫົກກໍລະນີນີ້ແມ່ນນອນຢູ່ໃນຫຼາຍກ່ວາ 7 ລ້ານຄົນທີ່ໄດ້ສັກຢາວັນຊີນ Johnson & Johnson ແລ້ວໃນທົ່ວປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG