ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນ​ເດຍ​​ ໂຕ້​ແຍ້​ງ ຂໍ້ກ່າວ​ຫາ ຂອງ ສຫລ ທີ່ວ່າ ເສລີພາບ ດ້ານສາສະໜາ ກຳລັງຊຸດໂຊມລົງ


ພວກແມ່ຍິງຊາວມຸສລິມໃນແຄວ້ນແຄັສເມຍ ພາກັນຍືນມືອອກໄປຫາ ໃນທີ່ ເຂົາເຈົ້າເຊື່ອຖືວ່າ ເປັນໜວດຂອງສາສະດາ Mohammed.
ພວກແມ່ຍິງຊາວມຸສລິມໃນແຄວ້ນແຄັສເມຍ ພາກັນຍືນມືອອກໄປຫາ ໃນທີ່ ເຂົາເຈົ້າເຊື່ອຖືວ່າ ເປັນໜວດຂອງສາສະດາ Mohammed.

ອິນ​ເດຍ​ໄດ້​ໂຕ້​ແຍ້​ງຢ່າງ​ແຮງ​ຕໍ່​ຂໍ້ກ່າວ​ຫາ ​ໂດຍຄະນະ​ກຳມາທິການສະຫະລັດທີ່​ວ່າ​ເສລີ ພາບ​ທາງ​ສາສະໜາ​ຢູ່​ໃນ​ອິນ​ເດຍກຳລັງຢູ່ “ເສັ້ນ​ໂຄຈອນ​ໄປ​ສູ່ທາງ​ລົບ”.

ຄະນະ​ກຳມາທິການ​ສະຫະລັດ ຮັບຜິດຊອບ​ກ່ຽວ​ກັບ​ສິດເສລີພາບ​ດ້ານສາສະໜາສາກົນ ຫຼື USCIRF ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້ພິມ​ເຜີຍ​ແຜ່​ລາຍ​ງານ​ກ່າວ​ວ່າ “ການໂຍະຍານ​ຜ່ອນຜັນ ​ທາງ​ສາສະໜາ​ໄດ້​ຊຸດໂຊມ​ລົງ​ແລະ​ການ​ລະ​ເມີດ​ສິດເສລີພາບ​ທາງ​ສາສະໜາ​ໄດ້​ເພີ້​ມຂຶ້ນ ໃນ​ອິນ​ເດຍ” ​ໃນ​ປີ 2015.

ກະຊວງ​ຕ່າງປະ​ເທດ​ອິນ​ເດຍກ່າວ​ວ່າ ຕົນຈະ​ບໍ່ໃຫ້​ຂໍ້​ຄິດ​ເຫັນ​ໃດໆ​ກ່ຽວ​ກັບ​ລາຍ​ງານ ທີ່ ກະຊວງ​ຕ່າງປະ​ເທດກ່າວ​ວ່າ “ບໍ່​ໄດ້​ສ​ະ​ແດງໃຫ້​ເຫັນ ​ໃນ​ການເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ກ່ຽວ ​ກັບ​ອິນ​ເດຍ ປະຊາ​ຄົມ ​ແລະ​ລັດຖະທຳ​ມະນູນຂອງ​ປະ​ເທດ.”

​ໂຄສົກ​ກະ​ຊວງ​ຕ່າງປະ​ເທດອິນ​ເດຍທ່ານ Vikas Swarup ກ່າວ​ວ່າ “ອິນ​ເດຍ​ ປະກອບ ດ້ວຍ​ຫລາຍປະຊາ​ຄົມ​ທີ່​ສຳຄັນ ສ້າງ​ຕັ້ງ​ຂຶ້ນມາ​ຕາມ​ຫລັກການ​ປະຊາທິປະ​ໄຕ. ລັດຖະທຳ ​ມະນູນອິນ​ເດຍ ​ຄໍ້າປະກັນຕໍ່​ສິດທິພື້ນຖານ​ຕໍ່​ປະຊາຊົນ​ຂອງ​ຕົນທຸກໆ​ຄົນ ຮວມທັງ​ສິດ​ ເສລີພາບ​ທາງ​ສາສະໜາ.”

ຫົວຊາດນິຍົມຮິນດູ ທ່ານ Narendra Modi ຜູ້ຈະເປັນນາຍົກລັດຖມົນຕີ ອິນເດຍຄົນຕໍ່ໄປ.
ຫົວຊາດນິຍົມຮິນດູ ທ່ານ Narendra Modi ຜູ້ຈະເປັນນາຍົກລັດຖມົນຕີ ອິນເດຍຄົນຕໍ່ໄປ.

ລາຍ​ງານຂອງ​ອົງການ USICRF ໄດ້ກ່າວ​ວ່າ ປະຊາ​ຄົມ​ກຸ່ມນ້ອຍຂອງອິນ​ເດຍ ​ໂດຍ​ສະ ​ເພາະ​ຊາວ​ຄຣິສ ມຸສລິ​ມ ​ແລະ​ຊິກ ​ໄດ້​ມີປະສົບການ​ຂົ່ມ​ຂູ່​ຈຳນວນ​ນຶ່ງ ການ​ຮາວີລົບ​ກວນ​ ແລະ​ຄວາມ​ຮຸນ​ແຮງ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເປັນ​ນ້ຳມື​ຂອງ​ຊາວ ​ຮິນ​ດູຊາດ​ນິຍົມ.

ລາຍ​ງາ​ນ​ໄດ້​ກ່າວ​ຫາ​ບັນດາ​ສະ​ມາ​ຊິກ​ຂອງ​ພັກ Bharatiya Janata ຊຶ່ງ​ເປັນ​ພັກລັດຖະ ບານວ່າ ​ໃຫ້ການ​ສະໜັບສະໜູນ​ແບບ​ງຽບໆ​ຕໍ່​ກຸ່ມ​ຫົວຊາ​ດນິຍົມ​ເຫຼົ່ານັ້ນ ​ແລະ​ໃຊ້​ຄຳ​ເວົ້າ ​ທີ່​ແບ່ງ​ແຍກທາງ​ສາສະໜາ​ເພື່ອສ້າງຄວາມ​ເຄັ່ງ​ຕືງ​ເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG