ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ບັນທຶກກໍລະນີ COVID-19 ປະຈຳວັນ ທີ່ສູງເປັນປະຫວັດການ


ປະຊາຊົນຍ່າງ ຫຼື ຢືນຢູ່ຫາດຊາຍທີ່ມີຄົນໜາແໜ້ນ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໃນນະຄອນ ມຸມໄບ, ປະເທດ ອິນເດຍ. 4 ເມສາ, 2021.
ປະຊາຊົນຍ່າງ ຫຼື ຢືນຢູ່ຫາດຊາຍທີ່ມີຄົນໜາແໜ້ນ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໃນນະຄອນ ມຸມໄບ, ປະເທດ ອິນເດຍ. 4 ເມສາ, 2021.

ລັດຖະມົນຕີກະຊວງສາທາລະນະສຸກ ຂອງ ອິນເດຍ ໄດ້ກ່າວໃນວັນຈັນມື້ນີ້ວ່າເຂົາເຈົ້າໄດ້ບັນທຶກ ກໍລະນີໄວຣັສທີ່ສູງເປັນປະຫວັດການ 103,558 ກໍລະນີ, ເຊິ່ງແມ່ນຈຳນວນສູງສຸດໃນແຕ່ລະວັນສຳລັບປີນີ້ ໃນປະເທດທີ່ຕັ້ງຢູ່ເອເຊຍໃຕ້ດັ່ງກ່າວ.

ເມືອງ ມຸມໄບ, ເຊິ່ງແມ່ນເມືອງຫຼວງດ້ານການເງິນຂອງ ອິນເດຍ ແລະ ເມືອງເອກຂອງລັດ
ມາຮາຣາສຕຣາ (Maharashtra) ນັ້ນ, ຕອນນີ້ແມ່ນຢູ່ພາຍໃຕ້ມາດຕະການກັກບໍລິເວນທີ່ເຂັ້ມງວດ. ປະມານເຄິ່ງນຶ່ງໃນກໍລະນີຂອງໄວຣັສໃໝ່ໃນປະເທດແມ່ນໄດ້ຖືກບັນທຶກໃນລັດ
ມາຮາຣາສຕຣາ.

ທ່ານ ນາວາບ ມາລິກ, ລັດຖະມົນຕີໃນລັດຖະບານຂອງລັດທີ່ວ່ານັ້ນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການຫ້າມອອກນອກບ້ານໃນຕອນກາງຄືນຈາກ 8 ໂມງແລງຫາ 7 ໂມງເຊົ້າຕາມເວລາໃນທ້ອງຖິ່ນ ຈະຖືກກຳນົດໃຊ້ເລີ່ມຕົ້ນວັນຈັນມື້ນີ້. ຫ້າງຊັບພະສິນຄ້າ, ໂຮງລະຄອນ, ຮ້ານກິນດື່ມ, ຮ້ານອາ ຫານ ແລະ ສະຖານທີ່ບູຊາທາງສາສະໜາຕ່າງໆແມ່ນຈະຖືກປິດເລີ່ມຕົ້ນຕອນແລງວັນຈັນມື້ນີ້. ການກັກບໍລິເວນທັງໝົດແມ່ນຈະມີຜົນບັງຄັບໃຊ້ໃນທ້າຍອາທິດ.

ມີພຽງສອງປະເທດທີ່ມີກໍລະນີທີ່ຖືກຢືນຢັນຫຼາຍກວ່າ ອິນເດຍ, ເຊິ່ງປັດຈຸບັນນີ້ມີການຕິດເຊື້ອຫຼາຍກວ່າ 12 ລ້ານຫ້າແສນກໍລະນີ, ອີງຕາມສູນກາງແຫຼ່ງຂໍ້ມູນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌. ສະຫະລັດ ມີ 30 ລ້ານເຈັດແສນກໍລະນີ, ໃນຂະນະທີ່ ບຣາຊິລ ມີການຕິດເຊື້ອເກືອບຮອດ 13 ລ້ານກໍລະນີ.

ຫຼາຍລ້ານຄົນ ໃນທົ່ວໂລກແມ່ນໄດ້ຢູ່ພາຍໃຕ້ມາດຕະການກັກບໍລິເວນຄັ້ງໃໝ່ໃນ ລະຫວ່າງບຸນ ອີສເຕີ ທ້າຍອາທິດ, ຍ້ອນການຕິດເຊື້ອທີ່ໄດ້ເພີ່ມຂຶ້ນ ເຖິງແມ່ນຈະມີການດຳເນີນໂຄງການສັກຢາຢ່າງຕໍ່ເນື່ອງກໍຕາມ.

ສະຫະລັດ ໄດ້ປະກາດໃນອາທິດທີ່ຜ່ານມາວ່າ ເຂົາເຈົ້າເປັນປະເທດທຳອິດທີ່ໄດ້ສັກຢາຢ່າງຄົບ ຖ້ວນ ໃຫ້ປະຊາຊົນ 100 ລ້ານຄົນ. ການປະກາດດັ່ງກ່າວໄດ້ມີຂຶ້ນພຽງນຶ່ງອາທິດກວ່າ ຫຼັງຈາກລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ບັນລຸເປົ້າໝາຍຂອງເຂົາເຈົ້າ ໃນການສັກຢານຶ່ງຮ້ອຍລ້ານຄັ້ງ.

ກໍລະນີຂອງ COVID-19, ເຊິ່ງມີສາຫາມາຈາກໄວຣັສໂຄໂຣນານັ້ນ, ແນວໃດກໍຕາມແມ່ນຍັງຄົງເພີ່ມຂຶ້ນໃນບາງພາກສ່ວນຂອງ ສະຫະລັດ.

ທຽບໃສ່ກັບ ສະຫະລັດ, ບັນດາປະເທດສະຫະພາບຢູໂຣບ ແມ່ນກໍາລັງດີ້ນຮົນທີ່ຈະເພີ່ມຄວາມໄວໃນໂຄງການສັກຢາວັກຊີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG