ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສາມຄົນທີ່ ຂົ່ມຂືນໝູ່ ຍິງອາເມຣິກັນ ຢູ່ອິນເດຍ ຖືກຈັບແລ້ວ (ວີດິໂອ)


ສາມຄົນຖືກຈັບ ຍ້ອນຂົ່ມຂືນໝູ່ ຍິງອາເມຣິກັນ ຢູ່ອິນເດຍ

ເຈົ້າໜ້າທີ່ອິນເດຍເວົ້າວ່າ ຊາຍສາມຄົນໄດ້ຖືກຈັບກຸມຍ້ອນ
ໄດ້ທໍາການຂົ່ມຂືນຊໍາເລົາໝູ່ ຍິງອາເມຣິກັນຄົນນຶ່ງ ຢູ່ເມືອງ
ຕາກອາກາດ Manali.

ຕໍາຫລວດເວົ້າວ່າ ຜູ້ຍິງດັ່ງກ່າວໄດ້ຂຶ້ນລົດກະບະໄປນຳຜູ້ຕ້ອງ
ສົງໄສ ໃນຕົ້ນອາທິດນີ້ ໃນຂະນະທີ່ເດີນທາງກັບຄືນໄປຍັງບ້ານ
ພັກຂອງນາງ ໃນເມືອງ Manali. ຕໍາຫລວດເວົ້າວ່າ ນາງບໍ່ສາ
ມາດຈ່າຍຄ່າລົດແທັກຊີໄດ້ໃນຕອນນັ້ນ.

ຕໍາຫລວດເວົ້າວ່າ ການຕັ້ງຂໍ້ກ່າວຫາຕໍ່ພວກຜູ້ຊາຍດັ່ງກ່າວຈະ
ມີຂຶ້ນ ກໍຕໍ່ເມື່ອຜູ້ເຄາະຮ້າຍທໍາການບົ່ງບອກຕົວເຂົາເຈົ້າ.

ຜູ້ບັນຊາການຕໍາຫລວດໃຫຍ່ໃນເຂດ Kullu ເວົ້າວ່າ “ພວກເຮົາໄດ້ຈັບກຸມຜູ້ຕ້ອງສົງ
ໄສ. ລຸນຫລັງທີ່ມີການບົ່ງບອກຕົວພວກກ່ຽວ ຢູ່ໃນການຄຸ້ມຄອງທາງກົດໝາຍພວກ
ເຂົາເຈົ້າຈະໄດ້ຮັບການຢືນຢັນວ່າ ກະທໍາການດັ່ງ ຕາມທີ່ຖືກ ກ່າວຫາແທ້. ຈາກການ
ເບິ່ງພື້ນຖານຂອງຫລັກຖານກ່ຽວຂ້ອງແລ້ວ, ຫລັກຖານສຽງ ແລະຫລັກຖານດ້ານ
ສະພາບການ, ພວກເຮົາຮູ້ວ່າ ມີແຕ່ພວກນີ້ເທົ່ານັ້ນ ເປັນຜູ້ຕ້ອງສົງໄສ. ສໍາລັບຫລັກ
ຖານອັນສຸດທ້າຍກໍແມ່ນການບົ່ງບອກຕົວ ທີ່ຈະ ມີຂຶ້ນໃນການຄຸ້ມຄອງຂອງກົດໝາຍ.”

ພ້ອມກັນນັ້ນ ໃນຂະນະທີ່ຕໍາຫລວດກໍາລັງສືບສວນຄະດີຂົ່ມຂືນຢູ່ນັ້ນ ໂຄສົກຍິງຂອງ
ຄະນະກໍາມະການຜູ້ຍິງປະຈໍາລັດ ໄດ້ຮຽກຮ້ອງໃຫ້ບັນດາ ເຈົ້າໜ້າທີ່ດໍາເນີນການ
ຢ່າງເຂັ້ມງວດ ຕໍ່ຜູ້ຖືກກ່າວຫາດັ່ງກ່າວ.

ຄາດກັນວ່າ ຄະດີດັ່ງກ່າວ ຈະດຶງດູດເອົາຄວາມສົນໃຈຂອງຄົນທົ່ວຊາດ ໃນຢູ່ປະເທດ
ກໍາລັງຮັບມືກັບວົງການອາຊະຍາກໍາຂົ່ມຂືນຜູ້ຍິງທີ່ມີຢູ່ແລ້ວ.

ໃນເດືອນທັນວາຜ່ານມາ ການຂົ່ມຂືນຜູ້ຍິງອິນເດຍຄົນນຶ່ງຢູ່ເທິງລົດເມໄດ້ກໍ່ໃຫ້ເກີດ
ການປະທ້ວງໃນລະດັບສາກົນ.
XS
SM
MD
LG