ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍຄົນນຶ່ງ ທີ່ຖືກຂໍ້ຫາ ຂົ່ມຂືນໝູ່ ນັກຮຽນຍິງຄົນນຶ່ງ ໃນອິນເດຍ ຂ້າໂຕຕາຍ (ວີດິໂອ)


ຕໍາຫລວດນະຄອນຫລວງນີວແດນລີ ພາກັນໄປໂຮມກັນ ຢູ່ຄຸ້ມບ້ານຂອງທ້າວ Ram Singh ທີ່ຂ້າໂຕຕາຍຢູ່ໃນຄຸກ Tihar ໃນນະຄອນ
ຫລວງນີວແດນລີ ໃນວັນທີ 11 ມີນາ 2013
ຕໍາຫລວດນະຄອນຫລວງນີວແດນລີ ພາກັນໄປໂຮມກັນ ຢູ່ຄຸ້ມບ້ານຂອງທ້າວ Ram Singh ທີ່ຂ້າໂຕຕາຍຢູ່ໃນຄຸກ Tihar ໃນນະຄອນ ຫລວງນີວແດນລີ ໃນວັນທີ 11 ມີນາ 2013
ຕໍາຫລວດອິນເດຍເວົ້າວ່າ ຊາຍຄົນນຶ່ງຖືກກ່າວຫາວ່າ ມີສ່ວນ
ໃນການຂົ່ມຂືນໝູ່ນັກຮຽນຍິງຜູ້ນຶ່ງຢູ່ເທິງລົດເມ ໃນນະຄອນ
ຫລວງນີວແດນລີ ໄດ້ຂ້າໂຕຕາຍ.

ເຈົ້າໜ້າທີ່ ຄຸກ Tihar ເວົ້າວ່າ ທ້າວ Ram Singh ໄດ້ໃຊ້
ເສື້ອຜ້າຂອງລາວ ແຂນຄໍຕົນເອງຕາຍໃນເຊົ້າວັນຈັນມື້ນີ້.

ແຕ່ຢ່າງໃດກໍຕາມ ພໍ່ແມ່ ແລະທະນາຍຄວາມຂອງທ້າວ
Singh ເວົ້າວ່າ ລາວ ຖືກຄາດຕະກໍາຢູ່ໃນຄຸກ ແລະເວົ້າ
ວ່າ ບາດແຜເກົ່າຢູ່ມືເບື້ອງນຶ່ງຂອງລາວ ເຮັດໃຫ້ລາວບໍ່
ສາມາດທີ່ຈະແຂນຄໍຕົນເອງໄດ້.

ພໍ່ຂອງທ້າວ Singh ເວົ້າວ່າ ລູກຊາຍຂອງຕົນຖືກນັກໂທດ
ຊາຍຄົນອື່ນໆ ຂົ່ມຂືນ ແລະນັກໂທດເຫລົ່ານັ້ນໄດ້ຂູ່ວ່າ ຈະເອົາຊີວິດຂອງລາວຊໍ້າແລ້ວຊໍ້າອີກ.

ທ້າວ Singh ຖືກກ່າວຫາວ່າ ໄດ້ຂັບລົດເມ ຄັນທີ່ນັກສຶກສາຍິງ ອາຍຸ 23 ປີ ຖືກຂົ່ມຂືນຢູ່ໃນນັ້ນ ເປັນເວລາດົນກວ່າສອງຊົ່ວໂມງ ໃນເດືອນທັນວາຜ່ານມາ. ນາງໄດ້ຮັບບາດເຈັບທາງພາຍໃນ ຢ່າງຮ້າຍແຮງຈົນເຖິງຂັ້ນເຮັດໃຫ້ນາງເສຍ ຊີວິດໄປ ໃນສອງອາທິດຕໍ່ມາ.

ທ້າວ Singh ແມ່ນເປັນຫົວໜ້າຂອງແກ້ງຂົ່ມຂືນດັ່ງກ່າວທີ່ມີຜູ້ຊາຍ 5 ຄົນ ແລະໄວລຸ່ນ
ຄົນນຶ່ງ. ການດໍາເນີນຄະດີ ຜູ້ຊາຍ 5 ຄົນ ແມ່ນໄດ້ເລີ້ມຂຶ້ນໃນສານແບບເລັ່ງດ່ວນ ພິເສດໃນເດືອນແລ້ວນີ້ ໃນຂະນະທີ່ການດໍາເນີນຄະດີໄວລຸ່ນຄົນນັ້ນ ເລີ້ມຕົ້ນຂຶ້ນ ໃນອາທິດແລ້ວນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ຊາຍນັກໂທດ ຄົນນຶ່ງໃນອິນເດຍ ຂ້າໂຕຕາຍ
please wait

No media source currently available

0:00 0:00:55 0:00
XS
SM
MD
LG