ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫ້າຄົນ ທີ່ຖືກຟ້ອງ ໃນຄະດີ ຂົ່ມຂືນ ຢູ່ອິນເດຍ ຖືກນຳໂຕ ຂຶ້ນສານ


ຕໍາຫລວດໃນນະຄອນນີວແດນລີ ຢືນຍາມຢູ່ໃກ້ສານເມືອງ ທີ່ມີການໄຕ່ສວນ ຫ້າຄົນໃນຂໍ້ຫາຂົ່ມຂືນຊໍ່າເລົາ ແລະຄາດຕະກໍານັກສຶກສາຍິງ
ອາຍຸ 23 ປີຄົນນຶ່ງ ຢ່າງປ່າເຖື່ອນໃນນະຄອນຫລວງນີວແດນລີ
ນັ້ນ ໃນວັນທີ 24 ມັງກອນ 2013.
ຕໍາຫລວດໃນນະຄອນນີວແດນລີ ຢືນຍາມຢູ່ໃກ້ສານເມືອງ ທີ່ມີການໄຕ່ສວນ ຫ້າຄົນໃນຂໍ້ຫາຂົ່ມຂືນຊໍ່າເລົາ ແລະຄາດຕະກໍານັກສຶກສາຍິງ ອາຍຸ 23 ປີຄົນນຶ່ງ ຢ່າງປ່າເຖື່ອນໃນນະຄອນຫລວງນີວແດນລີ ນັ້ນ ໃນວັນທີ 24 ມັງກອນ 2013.
ຫ້າຄົນໃນຂໍ້ຫາຂົ່ມຂືນຊໍ່າເລົາ ແລະຄາດຕະກໍານັກສຶກສາຍິງ
ອາຍຸ 23 ປີຄົນນຶ່ງ ຢ່າງປ່າເຖື່ອນໃນນະຄອນຫລວງນີວແດນລີ
ນັ້ນ ໄປປະກົດຕົວຢູ່ສານ ທີ່ຈັດຕັ້ງຂຶ້ນມາເພື່ອດໍາເນີນຄະດີຢ່າງ
ເລັ່ງດ່ວນ ໃນວັນພະຫັດມື້ນີ້ກ່ຽວກັບຄະດີອາຊະກໍາຕໍ່ພວກຜູ້ຍິງ.

ຄາດກັນວ່າ ສານດັ່ງກ່າວຈະຮັບຟັງຂໍ້ໂຕ້ຖຽງໃນການເປີດຄະດີ
ດັ່ງກ່າວ. ຢ່າງ ໜ້ອຍຈໍາເລີຍສອງຄົນໃນຈໍານວນນັ້ນ ຄາດວ່າ
ຈະບໍ່ຍອມຮັບຜິດໃນຂໍ້ຫາທໍາການ ຂົ່ມຂືນ ແລະຄາດຕະກໍານັ້ນ. ທະນາຍຄວາມຂອງຈໍາເລີຍເວົ້າວ່າ ພວກຜູ້ຊາຍ ຈຸດັ່ງກ່າວຖືກ
ທໍລະມານໂດຍຕໍາຫຼວດໃຫ້ຮັບສາລະພາບຜິດແບບຖືກບີບ
ບັງຄັບ.

ສ່ວນຄະນະໄອຍະການເວົ້າວ່າ ຫລັກຖານຈາກ DNA ບັນທຶກ
ຢູ່ໃນໂທລະສັບ ມືຖື ແລະຄໍາໃຫ້ການຂອງຜູ້ໄດ້ຮັບເຄາະຮ້າຍ ຈະເປັນຫລັກຖານພິສູດ ຢູ່ ໃນຄະດີດັ່ງກ່າວ. ໄອຍະການສານອະວຸໂສທ່ານນຶ່ງເວົ້າວ່າ ຈະຂໍຮ້ອງໃຫ້ມີການລົງໂທດ ປະຫານຊີວິດພວກຜູ້ຊາຍທັງ 5. ສ່ວນຜູ້ຕ້ອງຫາຄົນທີຫົກທີ່ອ້າງວ່າ ເປັນຊາວໜຸ່ມ ອາຍຸ ບໍ່ຮອດ 18 ປີນັ້ນ ຈະຖືກດໍາເນີນຄະດີຕ່າງຫາກ.

ສານດໍາເນີນຄະດີຢ່າງເລັ່ງດ່ວນພິເສດນີ້ ຖືກຈັດຕັ້ງຂຶ້ນມາເພື່ອຫລີກເວັ້ນລະບົບຍຸຕິທຳທີ່ ຊັກຊ້າຂອງອິນເດຍທີ່ມີຊື່ສຽງບໍ່ຄ່ອຍດີປານໃດນັ້ນ.
XS
SM
MD
LG