ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍຈັບຊາຍ 6 ຄົນ ທີ່ຖືກກ່າວຫາວ່າ ຂົ່ມຂືນ ຜູ້ຍິງຄົນນຶ່ງ


ຕໍາຫລວດອິນເດຍ ກັບຜູ້ຊາຍ 6 ຄົນທີ່ມີຜ້າປົກໜ້າ ທີ່ຖືກກ່າວຫາວ່າ ໄດ້ຂົ່ມຂືນຊໍາເລົາຜູ້ຍິງຄົນນຶ່ງ ລຸນຫລັງທີ່ໄດ້ລັກພາຕົວນາງໄປ ຢູ່ເທິງລົດເມໂດຍສານ ໃນລັດ Punjab ຂອງອິນເດຍໃນວັນທີ 13 ມັງກອນ 2013.
ຕໍາຫລວດອິນເດຍ ກັບຜູ້ຊາຍ 6 ຄົນທີ່ມີຜ້າປົກໜ້າ ທີ່ຖືກກ່າວຫາວ່າ ໄດ້ຂົ່ມຂືນຊໍາເລົາຜູ້ຍິງຄົນນຶ່ງ ລຸນຫລັງທີ່ໄດ້ລັກພາຕົວນາງໄປ ຢູ່ເທິງລົດເມໂດຍສານ ໃນລັດ Punjab ຂອງອິນເດຍໃນວັນທີ 13 ມັງກອນ 2013.
ຕໍາຫລວດຢູ່ໃນອິນເດຍເວົ້າວ່າ ພວກເຂົາເຈົ້າໄດ້ຈັບຜູ້ຊາຍ
6 ຄົນທີ່ຖືກກ່າວຫາວ່າ ໄດ້ ທໍາການຂົ່ມຂືນຊໍາເລົາຜູ້ຍິງຄົນນຶ່ງ ລຸນຫລັງທີ່ໄດ້ລັກພາຕົວນາງໄປຢູ່ເທິງລົດເມໂດຍສານ ໃນບໍ່
ເທົ່າໃດອາທິດລຸນຫລັງ ທີ່ມີການຂົ່ມຂືນໝູ່ຕໍ່ນັກສຶກສາຍິງຜູ້ນຶ່ງ
ທີ່ໄດ້ເຮັດໃຫ້ປະຊາ ຊົນທົ່ວປະເທດ ຕົກສະທ້ານໃຈນັ້ນ.

ພວກເຈົ້າໜ້າທີ່ເວົ້າວ່າ ຍິງຜູ້ເຄາະຮ້າຍອາຍຸ 29 ປີ ເປັນຄົນ
ໂດຍສານຜູ້ດຽວຢູ່ໃນລົດເມ ຄັນນັ້ນ ໃນຂະນະທີ່ນາງກໍາລັງ
ເດີນທາງເມືອບ້ານຂອງນາງ ຢູ່ໃນລັດ Punjab ຢູ່ທາງພາກເໜືອຂອງປະເທດ ໃນຕອນ ເດິກຂອງວັນສຸກຜ່ານມາ.

ອີງຕາມການບອກເລົ່າຂອງຜູ້ເຄາະຮ້າຍ ຄົນຂັບລົດໄດ້ຂັບ
ພານາງໄປຍັງບ່ອນເປົ່າປ່ຽວແຫ່ງນຶ່ງ ແລະຢູ່ທີ່ນັ້ນ ຜູ້ກ່ຽວກັບ
ກັບຄົນເກັບປີ້ລົດ ພ້ອມກັບໝູ່ອີກ 5 ຄົນ ໄດ້ຜັດປ່ຽນກັນຂົ່ມຂືນນາງ ກ່ອນຈະເອົານາງ ໄປສົ່ງທີ່ໝູ່ບ້ານຂອງນາງ ໃນຕອນເຊົ້າວັນເສົາ ມື້ຕໍ່ມາ.

ຕໍາຫລວດໄດ້ຈັບກຸມຜູ້ຊາຍ 6 ຄົນທີ່ຕ້ອງສົງໄສຢູ່ໃນຄະດີດັ່ງກ່າວ ລຸນຫລັງທີ່ຍິງຄົນນັ້ນ ໄດ້ທໍາການຟ້ອງຮ້ອງໃນວັນເສົາຜ່ານມານີ້. ຕໍາຫລວດຄົນນຶ່ງກ່າວວ່າ ພວກຜູ້ຊາຍດັ່ງ ກ່າວໄດ້ຮັບສາລະພາບວ່າ ໄດ້ກະທໍາຜິດ.

ໃນຂະນະດຽວກັນ 5 ຄົນໃນຈໍານວນ 6 ຄົນທີ່ຕ້ອງສົງໄສທີ່ຖືກກ່າວຫາວ່າ ໄດ້ທໍາການ ຂົ່ມຂືນຢ່າງປ່າເຖືອນຕໍ່ນັກສຶກສາອາຍຸ 23 ປີ ລຸນຫລັງທີ່ໄດ້ຫລອກລໍ້ເອົານາງ ແລະ ເພື່ອນຊາຍຂອງນາງຄົນນຶ່ງໄປຂີ່ລົດເມຄັນນຶ່ງ ຢູ່ໃນນະຄອນນີວແດນລີໃນເດືອນແລ້ວນີ້ ໄດ້ຖືກນໍາຕົວໄປດໍາເນີນຄະດີແບບເລັ່ງດ່ວນໃນສານແຫ່ງນຶ່ງ. ຜູ້ຕ້ອງສົງໄສຄົນທີ 6 ຊຶ່ງ ມີອາຍຸບໍ່ຮອດ 18 ປີ ຈະຖືກນໍາຕົວໄປດໍາເນີນຄະດີຕ່າງຫາກໃນສານສໍາລັບເຍົາວະຊົນ.
XS
SM
MD
LG