ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍ ຂອງ 3 ຄົນ ທີ່ຖືກຈັບ ຢູ່ອິນເດຍ ເວົ້າວ່າ ລູກຄວາມລາວ ຈະປະຕິເສດ ບໍ່ໄດ້ທໍາຜິດ


ຕໍາຫລວດລາຍງານວ່າໄດ້ໄປປະຈໍາໜ້າທີ່ຢູ່ສານເມືອງ ບ່ອນທີ່ ດຳເນີນຄະດີຂົ່ມຂືນໝູ່ຢ່າງປ່າເຖື່ອນ ໃນນະຄອນນີວແດນລີ ໃນວັນທີ 10 ມັງກອນ 2013.
ຕໍາຫລວດລາຍງານວ່າໄດ້ໄປປະຈໍາໜ້າທີ່ຢູ່ສານເມືອງ ບ່ອນທີ່ ດຳເນີນຄະດີຂົ່ມຂືນໝູ່ຢ່າງປ່າເຖື່ອນ ໃນນະຄອນນີວແດນລີ ໃນວັນທີ 10 ມັງກອນ 2013.
ທະນາຍຄວາມຂອງຜູ້ຕ້ອງສົງໄສທີ່ຖືກຈັບ 3 ຄົນ ໃນການ
ດຳເນີນຄະດີຂົ່ມຂືນໝູ່ຢ່າງປ່າເຖື່ອນໃນອິນເດຍເວົ້າວ່າ
ລູກຄວາມຂອງຜູ້ກ່ຽວຈະໃຫ້ການວ່າ ບໍ່ໄດ້ກະທໍາຄວາມ
ຜິດຫຍັງ ແລະທ່ານກ່າວຫາຕໍາຫລວດວ່າ ໃຊ້ກຳລັງເພື່ອ ບັງຄັບໃຫ້ພວກເຂົາເຈົ້າຮັບສາລະພາບຜິດ.

ທ່ານ M.L. Sharma ກ່າວຕໍ່ນັກສື່ຂ່າວໃນວັນພະຫັດມື້ນີ້ໃນ
ຂະນະທີ່ ເດີນທາງໄປຮ່ວມການຮັບຟັງຄຳໃຫ້ການແບບປິດ
ລັບ ທີ່ນະຄອນນີວແດນລີວ່າ ຕໍາຫລວດໄດ້ສ້າງຫລັກຖານ
ເພື່ອເຮັດໃຫ້ລູກຄວາມຂອງທ່ານເບິ່ງຄືວ່າໄດ້ກະທໍາຜິດ.

ການພິຈາລະນາຄະດີຂອງຜູ້ຊາຍ 5 ຄົນໃນຈໍານວນຜູ້ຕ້ອງສົງ
ໄສ 6 ຄົນ ແມ່ນຈະຖືກນຳ ຕົວຂຶ້ນສານແບບເລັ່ງດ່ວນ ເພື່ອ ຕອບສະໜອງຕໍ່ຄວາມໂກດແຄ້ນຂອງປະຊາຊົນໃນການ ໂຈມຕີແບບປ່າເຖື່ອນ.

ຜູ້ຕ້ອງສົງໄສຜູ້ທີ 6 ແມ່ນມີອາຍຸບໍ່ຮອດ 18 ປີ ແລະຈະຖືກດໍາເນີນຄະດີຕ່າງຫາກ ຢູ່ທີ່ ສານເຍົາວະຊົນ.

ຜູ້ຕ້ອງສົງໄສເຫຼົ່ານີ້ຖືກກ່າວຫາວ່າ ທໍາການໂຈມຕີຜູ້ຍິງອາຍຸ 23 ປີ ແລະເພື່ອນຊາຍຄົນ ນຶ່ງຂອງນາງ ລຸນຫລັງໄດ້ຫລອກພວກເຂົາເຈົ້າໄປ ຂຶ້ນລົດເມນໍາໃນນະຄອນນີວແດນລີ ເມື່ອວັນທີ 16 ທັນວາຜ່ານມາ. ເຂົາເຈົ້າທັງສອງຄົນໄດ້ທຸບຖືກຕີດ້ວຍແທ່ງເຫລັກ. ຜູ້ຍິງ ແມ່ນຖືກຂົ່ມ ຂືນໝູ່ ແລະຜູ້ເຄາະຮ້າຍທັງສອງ ຖືກໂຍນອອກຈາກລົດເມ.

ຜູ້ຍິງທີ່ບໍ່ໄດ້ລະບຸຊື່ ໄດ້ເສຍຊີວິດໄປຍ້ອນໄດ້ຮັບບາດເຈັບສາຫັດໃນວັນ ທີ 29 ທັນວາ ຢູ່ ທີ່ໂຮງໝໍຂອງສິງກະໂປແຫ່ງນຶ່ງບ່ອນທີ່ນາງຖືກສົ່ງໄປ ຮັບການປິ່ນປົວນັ້ນ.

ເຈົ້າໜ້າທີ່ອິນເດຍໄດ້ຕັ້ງຂໍ້ຫາຕໍ່ພວກຜູ້ຊາຍດັ່ງກ່າວໃນຖານຄາດຕະກໍາຂົ່ມຂືນຊໍ່າເລົາ ລັກພາໂຕ ແລະຂໍ້ຫາອື່ນໆອີກ. ພວກເຈົ້າໜ້າທີ່ເວົ້າວ່າ ພວກເຂົາເຈົ້າຈະກົດດັນໃຫ້ມີ ການລົງໂທດປະຫານຊີວິດ ຖ້າຫາກພວກຜູ້ຊາຍຈຸດັ່ງກ່າວຖືກພົບເຫັນວ່າມີຄວາມຜິດ.
XS
SM
MD
LG