ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບຍິງອິນເດຍ ທີ່ຖືກຂົ່ມຂືນ ຖືກສົ່ງກັບບ້ານ ແລະສົ່ງສະການແລ້ວ (ສະໄລດ໌)


ຊາວອິນເດຍພາກັນໄຕ້ທຽນໄວ້ອາໄລ ແກ່ຍິງສາວທີ່ເສຍຊີວິດໄປ ແລະທໍາການປະທ້ວງ ຢູ່ນະຄອນຫລວງນີວແດນລີ ແລະຫລາຍໆຕົວເມືອງ ຢູ່ທົ່ວອິນເດຍ ຮຽກຮ້ອງໃຫ້ມີ ຄວາມຍຸດຕິທໍາແກ່ ຜູ້ໄດ້ຮັບເຄາະຮ້າຍ, ວັນທີ 30 ທັນວາ 2012.
ຊາວອິນເດຍພາກັນໄຕ້ທຽນໄວ້ອາໄລ ແກ່ຍິງສາວທີ່ເສຍຊີວິດໄປ ແລະທໍາການປະທ້ວງ ຢູ່ນະຄອນຫລວງນີວແດນລີ ແລະຫລາຍໆຕົວເມືອງ ຢູ່ທົ່ວອິນເດຍ ຮຽກຮ້ອງໃຫ້ມີ ຄວາມຍຸດຕິທໍາແກ່ ຜູ້ໄດ້ຮັບເຄາະຮ້າຍ, ວັນທີ 30 ທັນວາ 2012.
ສົບຂອງຜູ້ຍິງຄົນອິນເດຍ ທີ່ຖືກຂົ່ມຂືນໝູ່ຢ່າງປ່າເຖື່ອນ ແລະ
ກະຕຸ້ນໃຫ້ມີການສະແດງຄວາມເສົ້າສະລົດໃຈ ພ້ອມທັງຄວາມ
ໂກດແຄ້ນ ຫລັ່ງໄຫລອອກມາທົ່ວອິນເດຍນັ້ນ ໄດ້ຖືກນໍາໄປ
ເຜົາຢູ່ໃນພິທີສົ່ງສະ ການສ່ວນຕົວຂອງຄອບຄົວ.

ສົບຂອງຍິງສາວຜູ້ເຄາະຮ້າຍ ໄດ້ຖືກສົ່ງຈາກສິງກະໂປກັບຄືນ
ໄປອິນເດຍ ໂດຍທາງເຮືອບິນ ໃນວັນເສົາວານນີ້.

ນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ແລະ
ທ່ານ ນາງ Sonia Gandhi ຫົວໜ້າພັກ Congress ຂອງລັດ
ຖະບານໄດ້ໄປທີ່ສະໜາມບິນ ເພື່ອຮັບເອົາສົບຂອງນາງໃນຕອນ
ເຊົ້າວັນອາທິດ ມື້ນີ້ ແລະເພື່ອພົບປະກັບຄອບຄົວຂອງນາງ.

ຍິງສາວ ອາຍຸ 23 ປີ ທີ່ບໍ່ບອກຊື່ດັ່ງກ່າວ ໄດ້ເສຍຊີວິດຍ້ອນອະໄວຍະວະຫລາຍຢ່າງລົ້ມ ແຫລວ ຢູ່ໂຮງໝໍແຫ່ງນຶ່ງໃນສິງກະໂປ ລຸນຫລັງ ໄດ້ຮັບບາດເຈັບທາງໃນຢ່າງໜັກ ແລະ ສະໝອງຖືກກະທົບຍ້ອນຖືກ ໂຈມຕີ ເວລາທີ່ນາງຖືກຂົ່ມຂືນຊໍາເລົານັ້ນ.

ເຈົ້າໜ້າທີ່ອິນເດຍໄດ້ຕັ້ງຂໍ້ຫາຄາດຕະກໍາໃສ່ຜູ້ຊາຍ 6 ຄົນ ແລະກ່າວວ່າ ພວກກ່ຽວອາດ ຖືກໂທດປະຫານຊີວິດ ຖ້າຫາກຖືກຕັດສິນວ່າ ມີຄວາມຜິດແທ້.

ທ່ານ ພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງ ຄວາມເສົ້າສະຫລົດໃຈ ນໍາຄອບຄົວຂອງນາງ. ທ່ານກ່າວວ່າ “ການກະທໍາຮຸນແຮງຕໍ່ພວກຜູ້ຍິງ ເປັນສິ່ງທີ່ຮັບເອົາ ບໍ່ໄດ້ ບໍ່ຍົກໂທດໃຫ້ໄດ້ ແລະບໍ່ຍອມຜ່ອນຜັນໃຫ້ໄດ້ຈັກເທື່ອ.”

ມີການໄຕ້ທຽນໄວ້ອາໄລແກ່ຍິງສາວທີ່ເສຍຊີວິດໄປນັ້ນ ຢູ່ນະຄອນຫລວງນີວ ແດນລີ ແລະຫລາຍໆຕົວເມືອງຢູ່ທົ່ວອິນເດຍ. ພວກປະທ້ວງຮຽກຮ້ອງໃຫ້ມີຄວາມຍຸດຕິທໍາແກ່ ຜູ້ໄດ້ຮັບເຄາະຮ້າຍ ແລະຄວາມປອດໄພໃຫ້ແກ່ແມ່ຍິງ.

ພາບການໄວ້ອາໄລ ແລະການປະທ້ວງຮຽກຮ້ອງຄວາມຍຸດຕິທໍາ ແກ່ຍິງອິນເດຍທີ່
ເສຍຊີວິດຍ້ອນການຂົ່ມຂືນຢ່າງປ່າເຖື່ອນ:

XS
SM
MD
LG