ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ແມ່ຍິງອິນເດຍ ທີ່ຖືກຂົ່ມຂືນ ມີອາການໜັກ (ສະໄລດ໌)


ໂຮງໝໍ Mount Elizabeth ບ່ອນທີ່ແມ່ຍິງຊາວອິນເດຍ ທີ່ຖືກຂົ່ມຂືນແບບລຽນຄິວ ພວມຮັບການພະຍາບານ ທີ່ສິງກະໂປ (27 ທັນວາ 2012)
ໂຮງໝໍແຫ່ງນຶ່ງຂອງສິງກະໂປທີ່ກຳລັງປິ່ນປົວພະຍາບານນັກສຶກ
ສາອິນເດຍທີ່ ຖືກລຽນຄິວຢ່າງໂຫດຮ້າຍຢູ່ນະຄອນຫຼວງນິວເດລີ
ເມື່ອຕົ້ນເດືອນນີ້ກ່າວວ່າ ແມ່ຍິງຄົນນີ້ກຳລັງຕໍ່ສູ້ເພື່ອໃຫ້ມີຊີວິດຢູ່
ລອດ ແລະສະໝອງຂອງນາງ ກໍໄດ້ຮັບ ຄວາມກະທົບກະເທືອນ
ໜັກສົມຄວນ.

ທ່ານ Kelvin Loh ປະທານຄະນະບໍລິຫານຂອງໂຮງໝໍ Mount
Elizabeth ກ່າວໃນວັນສຸກ ມື້ນີ້ວ່າ ນອກຈາກສະໝອງໄດ້ຮັບ ຄວາມກະທົບກະເທືອນແລ້ວ ຜູ້ເຄາະຮ້າຍອາຍຸ 23 ປີຄົນນີ້ ຍັງ
ໄດ້ຕົກຢູ່ໃນພາວະຫົວໃຈຢຸດເຕັ້ນຢູ່ທີ່ອິນເດຍບ່ອນທີ່ນາງໄດ້ຮັບ
ການຜ້າຕັດທ້ອງ 3 ຄັ້ງ. ທ່ານເວົ້າວ່າ ນອກນັ້ນ ປອດຂອງນາງ
ຍັງໄດ້ເກີດອາການຕິດເຊື້ອແລະທ້ອງຂອງນາງກໍໄດ້ຕໍ່ສູ້ດີ້ນຮົນ
ສຸດຂີດ.

ທ່ານ Loh ເວົ້າວ່າ ແມ່ຍິງຄົນນີ້ຖືກສົ່ງໄປເຖິງໂຮງໝໍ Mount Elizabeth ໃນຕອນເຊົ້າ ຂອງວັນພະຫັດວານນີ້ ໂດຍທີ່ນາງມີອາການໜັກຫຼາຍ.

ນັກສຶກສາອິນເດຍຄົນນີ້ ໄດ້ເດີນທາງ ໄປນຳລົດເມຮັບເໝົາຄັນນຶ່ງ ເມື່ອວັນທີ 16 ທັນວາ ຜ່ານມາ ເວລາພວກຜູ້ຊາຍກຸ່ມນຶ່ງທີ່ຢູ່ເທິງລົດເມໄດ້ຂົ່ມຂືນແລະທຸບຕີນາງດ້ວຍທ່ອນເຫຼັກ ແລະຫຼັງຈາກນັ້ນກໍໂຍນນາງອອກຈາກລົດເມ.

ຕຳຫຼວດໄດ້ຈັບຜູ້ຕ້ອງສົງໄສ 6 ຄົນ ທີ່ຖືກກ່າວຫາວ່າ ຂົ່ມຂືນ ແລະພະຍາຍາມຂ້າຄົນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG