ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກສຶກສາຍິງອິນເດຍ ທີ່ຖືກຂົ່ມຂືນ ໄປປິ່ນປົວຕໍ່ ຢູ່ສິງກະໂປ (ສະໄລດ໌)


ໃນວັນທີ 26 ທັນວາ 2012 ຜູ້ຄົນພາກັນເຂົ້າຮ່ວມການໄຕ້ທຽນ ພາວະນາ ໃຫ້ຍິງສາວທີ່ເຄາະຮ້າຍຖືກ ຂົ່ມຂືນຊໍາເລົາແລະທຸບຕີ ຢ່າງປ່າເຖື່ອນ ເມື່ອຕົ້ນເດືອນນີ້ ຢູ່ໃນລົດເມ ທີ່ນະຄອນນີວ ແດນລີນັ້ນ ໃຫ້ຫາຍດີໂດຍໄວ.
ໃນວັນທີ 26 ທັນວາ 2012 ຜູ້ຄົນພາກັນເຂົ້າຮ່ວມການໄຕ້ທຽນ ພາວະນາ ໃຫ້ຍິງສາວທີ່ເຄາະຮ້າຍຖືກ ຂົ່ມຂືນຊໍາເລົາແລະທຸບຕີ ຢ່າງປ່າເຖື່ອນ ເມື່ອຕົ້ນເດືອນນີ້ ຢູ່ໃນລົດເມ ທີ່ນະຄອນນີວ ແດນລີນັ້ນ ໃຫ້ຫາຍດີໂດຍໄວ.
ຜູ້ຍິງອິນເດຍຄົນນຶ່ງ ທີ່ໄດ້ຖືກພວກແກ້ງອັນທະພານຂົ່ມຂືນ
ຊໍາເລົາ ແລະທຸບຕີຢ່າງປ່າເຖື່ອນ ເມື່ອຕົ້ນເດືອນນີ້ ໃນນະ
ຄອນຫລວງນີວແດນລີນັ້ນ ໄດ້ຖືກນໍາສົ່ງທາງເຮືອບິນ ໄປ
ປິ່ນປົວຕໍ່ຢູ່ສິງກະໂປ ໃນຂະນະທີ່ທາງລັດຖະບານຮັບປາກ
ວ່າ ຈະເພ່ງເລັງໃສ່ບັນຫາຄວາມປອດໄພຂອງແມ່ຍິງ.

ຍິງສາວຜູ້ເຄາະຮ້າຍ ອາຍຸ 23 ປີ ໄດ້ໄປເຖິງໂຮງໝໍ Mount
Elizabeth ຂອງສິງກະໂປໃນເຊົ້າວັນພະຫັດມື້ນີ້.

ທ່ານ B.D. Athani ຫົວໜ້າດ້ານການແພດທີ່ໂຮງໝໍອິນເດຍ
ບ່ອນທີ່ນາງໄດ້ຮັບການປິ່ນປົວຢູ່ກ່ອນນັ້ນ ເວົ້າວ່າ ນາງໄດ້ຮັບ
ການຜ່າຕັດມາ 3 ຄັ້ງແລ້ວ ແຕ່ກໍຍັງມີອາການສາຫັດຢູ່.

ທ່ານກ່າວວ່າ ໂຮງໝໍຢູ່ສິງກະໂປມີຫ້ອງຜ່າຕັດທີ່ກ້າວໜ້າ ທີ່ສາມາດທໍາການຜ່າຕັດ ອະໄວຍະວະໄດ້ພ້ອມກັນຫລາຍອັນ ແລະກໍໄດ້ມີການຈັດແຈງໃຫ້ຄອບຄົວຂອງນາງ ຕິດຕາມໄປດູແລນາງ ຢູ່ທີ່ນັ້ນນໍາ.

ຍິງສາວຄົນນີ້ກໍາລັງຂີ່ລົດເມຮັບເໝົາຄັນນຶ່ງຢູ່ ເມື່ອວັນທີ 16 ທັນວາຜ່ານມາ ເວລາຜູ້ ຊາຍກຸ່ມນຶ່ງຢູ່ໃນລົດ ພາກັນຂົ່ມຂືນນາງແລເທຸບຕີນາງດ້ວຍທ່ອນເຫລັກ ແລ້ວໂຍນນາງ ລົງຈາກລົດ.

ຕໍາຫຼວດໄດ້ຈັບກຸມຜູ້ຊາຍ 6 ຄົນ ທີ່ຖືກກ່າວຫາວ່າ ເປັນຜູ້ທໍາການຂົ່ມຂືນ ແລະພະຍາ ຍາມຄາດຕະກໍານາງ.

ພວກເຈົ້າໜ້າທີ່ອິນເດຍໄດ້ທໍາການສືບສວນ ສອບສວນແບບພິເສດຕໍ່ການໂຈມຕີດັ່ງ ກ່າວ
ທີ່ພາໃຫ້ເກີດການປະທ້ວງຢູ່ທົ່ວນະຄອນນີວແດນລີ ຊຸກຍູ້ໃຫ້ລັດຖະບານແກ້ໄຂການທໍາ ອາຊະຍາກໍາຕໍ່ພວກຜູ້ຍິງ.

ຄະນະກໍາມະການຄະນະນຶ່ງ ຈະທົບທວນຄືນການຕອບໂຕ້ຂອງຕໍາຫລວດຕໍ່ການໂຈມຕີ ດັ່ງກ່າວ ໃນຂະນະທີ່ອີກຄະນະນຶ່ງຈະທໍາການສະເໜີວິທີ່ເຮັດໃຫ້ນະຄອນຫລວງມີຄວາມ ປອດໄພຫລາຍກວ່າເກົ່າແກ່ຜູ້ຍິງ ຕະຫລອດທັງປ່ຽນແປງກົດໝາຍເພື່ອເຮັດໃຫ້ມີການ ລົງໂທດທີ່ໜັກຂຶ້ນກວ່າເກົ່າ ຕໍ່ການກະທໍາຜິດທາງອາຊະຍາກໍາເຊັ່ນນັ້ນ.

ພາບການປະທ້ວງເລື້ອງການຂົ່ມຂືນປ່າເຖື່ອນ ຢູ່ອິນເດຍ:
XS
SM
MD
LG