ແມ່ຍິງຄົນນຶ່ງຢູ່ໃນພາກເໜືອຂອງອິນເດຍທີ່ກຳລັງໄປຫາສານເພື່ອເຂົ້າຮ່ວມການຮັບຟັງຄະດີຂົ່ມຂືນທີ່ນາງໄດ້ຍື່ນຟ້ອງຮ້ອງ ໃນຫຼາຍເດືອນກ່ອນໜ້ານັ້ນ ໄດ້ຖືກ ຜູ້ຊາຍ 5 ຄົນ ເອົາໄຟຈູດໃນຕອນບ່າຍຂອງວັນສຸກວານນີ້.
ນາງໄດ້ເສຍຊີວິດຍ້ອນທົນຕໍ່ພິດບາດແຜບໍ່ໄດ້ ໃນຕອນແລງວັນສຸກວານນີ້.
ອົງການຂ່າວເອພີ ລາຍງານມາວ່າຜູ້ຊາຍ 2 ຄົນ ນອນຢູ່ໃນ 5 ຄົນ ແມ່ນຜູ້ຕ້ອງສົງໄສ ຢູ່ໃນຄະດີຂົ່ມຂືນນັ້ນ. ພວກເຂົາໄດ້ຖືກປ່ອຍຕົວໂດຍມີການວາງເງິນປະກັນຕົວ, ອີງຕາມອົງການຂ່າວດັ່ງກ່າວ.
ແມ່ຍິງຄົນນັ້ນໄດ້ຮັບຄວາມທຸກທໍລະມານຈາກບາດແຜຢ່າງໜັກ ແລະໄດ້ຖືກເອົາຂຶ້ນເຮືອບິນທີ່ເອົານາງບິນອອກຈາກແຂວງອຸດຕາ ປຣະເທດ ໄປເຂົ້າໂຮງໝໍ ຢູ່ໃນນະຄອນຫລວງນິວເດລີ ບ່ອນທີ່ນາງໄດ້ເສຍຊີວິດໄປຍ້ອນຫົວໃຈຢຸດເຕັ້ນ.
ນາງເສຍຊີວິດໄປໃນມື້ດຽວກັນກັບ ມື້ທີ່ພວກຜູ້ຊາຍ 4 ຄົນ ທີ່ເປັນຜູ້ຕ້ອງສົງໄສໃນຄະດີຂົ່ມຂືນຢູ່ໃນເຂດພາກໃຕ້ຂອງອິນເດຍ ທີ່ຖືກຕຳຫລວດຍິງຕາຍ.
ພວກຜູ້ຊາຍທີ່ຢູ່ໃນລັດເທລັງການາ ໃນພາກໃຕ້ອິນເດຍ ເປັນຜູ້ຕ້ອງສົງໄສວ່າໄດ້ຂົ່ມຂືນສັດຕະວະແພດຍິງອາຍຸ 27 ປີ ຄົນນຶ່ງ. ພວກເຈົ້າໜ້າທີ່ເວົ້າວ່າ ພວກຕ້ອງສົງໄສໄດ້ເຜົາສົບຂອງນາງ ພາຍຫລັງທີ່ໄດ້ຂົ່ມຂືນນາງແລ້ວ. ພວກເຂົາໄດ້ເອົາສົບຂອງນາງຫໍ່ໃສ່ຜ້າຫົ່ມ ແລະຖິ້ມລົງໄປກ້ອງຂົວ ບ່ອນທີ່ນາງຖືກພົບເຫັນ ໂດຍຄົນທີ່ຍ່າງຜ່ານໄປ.
ອີງຕາມຕົວເລກຂອງລັດຖະບານອິນເດຍ, ມີລາຍງານວ່າ ມີຄົນຖືກຂົ່ມຂືນຢູ່ 33,658 ກໍລະນີໃນປີ 2017 ຊຶ່ງສະເລ່ຍແລ້ວແມ່ນມີເຫດການເກີດຂຶ້ນ 90 ຄັ້ງ ໃນແຕ່ລະມື້.
ພວກນັກເຄື່ອນໄຫວເພື່ອແມ່ຍິງເວົ້າວ່າ ຕົວເລກທີແທ້ຈິງ ແມ່ນສູງກວ່ານັ້ນຫລາຍ ເພາະມີຫລາຍກໍລະນີກໍບໍ່ເຄີຍໄດ້ຖືກລາຍງານໃຫ້ຮູ້ເລີຍ.