ບັນດາເຈົ້າໜ້າທີ່ຢູ່ພາກເໜືອ ແລະພາກຕາເວັນຕົກອິນເດຍກ່າວໃນວັນພະຫັດວານນີ້
ວ່າ ພາຍຸຂີ້ຝຸ່ນ ແລະພາຍຸຝົນຂະໜາດແຮງ ໃນໄລຍະຂ້າມຄືນໄດ້ເຮັດໃຫ້ຢ່າງໜ້ອຍ
78 ຄົນເສຍຊີວິດ.
ພາຍຸດັ່ງກ່າວໄດ້ເຮັດໃຫ້ຕົນໄມ້ຫັກ ແລະສາຍໄຟຟ້າຂາດ ຍິ່ງໄປກວ່ານັ້ນຍັງ ເຮັດໃຫ້
ເຮືອນຊານເພພັງ ຢູ່ໃນລັດ ອັດຕາ ປຣາເດັສ ແລະຣາຈາສທານ.
ນອກຈາກພວກທີ່ເສຍຊີວິດແລ້ວ ພາຍຸນີ້ ຍັງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ອີກຫຼາຍ
ກວ່າ 100 ຄົນ.
ພາຍຸຫົວນີ້ ໄດ້ພັດເຂົ້າຖະຫຼົ່ມ ໂດຍທີ່ຜູ້ຄົນຢູ່່ເຂດທີ່ໄດ້ຮັບຜົນກະທົບ ບໍ່ໄດ້ຮູ້ ລ່ວງໜ້າ
ເພາະວ່າຢັງອີກຫົກອາທິດກວ່າໆຈຶ່ງຈະຮອດລະດູລົມມໍລະສຸມ.
ມີໄຟຟ້າມອດ ແລະໂທລະສັບໃຊ້ບໍ່ໄດ້ຢູ່ໃນຂົງເຂດ ຫຼັງຈາກພາຍຸດັ່ງກ່າວໄດ້ທຳລາຍ
ເສົາໄຟຟ້າ.