ສະພາບອາກາດປັ່ນປ່ວນຍັງຈະສຶບຕໍ່ໃນວັນອັງຄານມື້ນີ້ ທີ່ພາໃຫ້ຍຸ້ງຍາກລໍາບາກຫຼາຍຂຶ້ນໃນການດຳເນີນຄວາມພະຍາຍາມການກູ້ໄພ ໃນເຂດສອກ ຫຼີກຫ່າງໄກ ໃກ້ໆຈຸດສູນກາງ
ຂອງການເກີດແຜ່ນດິນໄຫວ ຊຶ່ງພາໃຫ້ມີຢ່າງນ້ອຍ 79 ຄົນ ເສຍຊີວິດໄປແລ້ວໃນພາກ
ຕາເວັນອອກສຽງເໜືອຂອງອິນເດຍ ເນປານ ແລະເຂດທິເບດຂອງຈີນນັ້ນ.
ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 6.9 ໄດ້ສັ່ນສະເທືອນລັດ Sikkim ທີ່ເຕັມໄປດ້ວຍ
ພູຜາຂອງອິນເດຍ ບ່ອນທີ່ບໍ່ມີຜູ້ຄົນອາໄສຢູ່ຢ່າງໜາແໜັ້ນ ແຕ່ວ່າເປັນຂົງເຂດທີ່ພວກ
ນັກທ່ອງທ່ຽວມັກໄປທ່ຽວກັນ ເພື່ອໄປເບິ່ງວັດວາອາຮາມຂອງສາສະໜາພຸດແລະຜະຈົນ
ໄພໃນການເດີນປ່າຊົມທຳມະຊາດນັ້ນ.
ເຫດດິນເຈື່ອນຫຼາຍ ຢູ່ໃນຫຼາຍໆບ່ອນໄດ້ຂັດຂວາງບໍ່ໃຫ້ພວກກູ້ໄພເຂົ້າໄປເຖິງເຂດທີ່ໄດ້
ຮັບຜົນກະທົບໃນວັນອັງຄານມື້ນີ້. ແຕ່ເຖິງຢ່າງໃດກໍຕາມເຈົ້າໜ້າທີ່ກ່າວວ່າ ເຮືອບິນ
ເຮເລຄອບເຕີຫຼາຍລຳສາມາດລໍາລຽງສະບຽງອາຫານໄປຍັງລັດ Sikkim ໄດ້ທັງໆທີ່ໄດ້
ເກີດຝົນຕົກໜັກແລະມີໝອກໜາກໍຕາມ.
ມີທະຫານຫຼາຍກ່ວາ 5,000 ຄົນ ພວມປະຕິບັດງານມ້ຽນໝັດຊາກຫັກພັງແລະດິນເຈື່ອນ
ອອກຈາກທາງຫຼວງ ທີ່ເນັ່ງໃສ່ເມືອງຫຼວງ Gangtok ຂອງລັດ ແລະສ້ອມແປງໄຟຟ້າຄືນ.
ການເສຍຊີວິດສ່ວນໃຫຍ່ຍ້ອນເຫດແຜ່ນດິນໄຫວ ແມ່ນຢູ່ລັດ Sikkim ແລະນອກນັ້ນ ກໍ
ແມ່ນທີ່ລັດ Bihar ແລະ Bengal ຕາເວັນຕົກຂອງອິນເດຍ. ພວກເຄາະຮ້າຍຫຼາຍໆຄົນ
ແມ່ນເສຍຊີວິດຍ້ອນການພັງລົງມາຂອງຕຶກອາຄານ ມີທີ່ໂຄງຮ່າງບໍ່ຄ່ອຍເຂັ້ມແຂງຢູ່ແລ້ວ
ຍ້ອນຝົນຕົກໜັກ ໃນລະດູຝົນມໍລະສຸມ.
ພວກເຈົ້າໜ້າທີ່ຂອງເນປານລາຍງານວ່າ ໄດ້ມີ 8 ຄົນທີ່ເສັຍຊີວິດຈາກແຜ່ນດິນໄຫວ ໃນ
ຂະນະທີ່ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າມີ ຢ່າງນ້ອຍ 7 ຄົນເສຍຊີວິດ
ໃນເຂດທິເບດໃຕ້ນັ້ນ. ພວກເຈົ້າໜ້າທີ່ກ່າວອີກວ່າ ເປັນທີ່ຄາດກັນວ່າໂຕເລກຜູ້ເສຍຊີວິດ ແມ່ນຍັງຈະມີເພີ່ມຂຶ້ນ.