ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​ອິ​ນ​ເດຍ ປະ​ທ້ວງ​ແຜນ​ທີ່​ຈີນ ທີ່​ອ້າງ​ເອົາ​ກຳ​ມະ​ສິດ ໃນ​ເຂດ​ຂັດ​ແຍ້ງ


ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ ລະ​ຫວ່າງ​ຈີນ ແລະ​ອິນ​ເດຍ.
ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ ລະ​ຫວ່າງ​ຈີນ ແລະ​ອິນ​ເດຍ.

ອິນ​ເດຍ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຕົນ​ໄດ້​ຍື່ນ “ການ​ປະ​ທ້ວງ​ຢ່າງ​ແຮງ” ຕໍ່​ຈີນ ນຶ່ງມື້​ຫຼັງ​ຈາກ​ປັກ​ກິ່ງ​ໄດ້​ນຳ​ແຜນ​ທີ່​ສະ​ບັບ​ມາດ​ຕະ​ຖານ​ປີ 2023 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ເຂດ​ອັກ​ໄຊ ຈິນ (Aksai Chin) ຊຶ່ງ​ເປັນ​ບໍ​ລິ​ເວນ​ນຶ່ງ​ ຂອງ​ແຄວ້ນ​ແຄັ​ສ​ເມຍ ທີ່​ຄວບ​ຄຸມ​ໂດຍ​ຈີນ​ເປັນ​ສ່ວນ​ໃຫຍ່ ແລະ​ລັດ​ອາ​ຣຸນ​ນະ​ຈາ​ລປ​ຣ​ະ​ເດັ​ສ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ອິນ​ເດຍ ຢູ່​ພາຍ​ໃນ​ດິນ​ແດນ​ຂອງ​ຈີນ.

ແຜນ​ທີ່​ດັ່ງ​ກ່າວ​ຖືກ​ນຳ​ອອກ​ເຜີຍ​ແຜ່​ໂດຍເວັບ​ໄຊ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂອງ​ຈີນ ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ປະ​ເທດ​ທັງ​ສອງ​ໄດ້​ຕົກ​ລົງ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່​ໃນ​ບໍ​ລິ​ເວນ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ.

ນອກນັ້ນ ແຜນ​ທີ່​ສະ​ບັບ​ນີ້ ຍັງ​ຮວມ​ເອົາ​ໄຕ້​ຫວັນ ແລະ​ທະ​ເລ​ຈີນ​ໃຕ້ ເຂົ້າ​ເປັນ​ດິນ​ແດນ​ຂອງ​ຈີນ​ນຳ​ດ້ວຍ.

ໃນ​ຕອນ​ແລງ​ຂອງວັນ​ອັງ​ຄານ​ວານນີ້ ກະ​ຊວງ​ກິດ​ຈະ​ການ​ຕ່າງ​ປະ​ເທດ​ຂອງ​ອິນ​ເດຍ ປະ​ກາດ​ວ່າ ຕົນ​ໄດ້​ຕິດ​ຕໍ່​ໄປ​ຫາ​ກະ​ຊວງ​ທີ່​ຮັບ​ຜິດ​ຊອບ​ໃນ​ດ້ານນີ້​ຂອງ​ຈີນ.

“ພວກ​ເຮົາ​ໄດ້​ຍື່ນ​ປະ​ທ້ວງ​ຢ່າງ​ແຮງ​ໃນ​ມື້ນີ້ ໂດຍ​ຜ່ານ​ຊ່ອງ​ທາງ​ດ້ານ​ການ​ທູດ​ກັບ​ຝ່າຍ​ຈີນໃນ​ອັນ​ທີ່​ເອີ້ນ​ວ່າ ‘ແຜນ​ທີ່​ມາດ​ຕະ​ຖານ’ ປີ 2023 ຂອງ​ຈີນ ທີ່​ໄດ້​ກ່າວ​ອ້າງ​ເອົາ​ກຳ​ມະ​ສິດ​ຕໍ່​ດິນ​ແດນ​ຂ​ອງ​ອິນ​ເດຍ” ໂຄ​ສົກ​ກະ​ຊວງ​ກິດ​ຈະ​ການ​ຕ່າງ​ປະ​ເທດ​ຂອງ​ອິນ​ເດຍ ທ່ານ​ອາ​ຣິນ​ດຳ ບັກ​ຊີ (Arindam Bagchi) ກ່າວ.

ໃນ​ອາ​ທິດ​ແລ້ວນີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ແລະ​ຜູ້​ນຳ​ຂອງ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ພົບ​ປະ​ກັນ ຢູ່ກອງ​ປະ​ຊຸມ​ສຸດຍອດ ກຸ່ມບ​ຣິ​ກ​ສ໌

ທີ່​ອາ​ຟ​ຣິ​ກາ​ໃຕ້ແລະ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ “ເພີ້ມທະ​ວີ​ຄວາມ​ພະ​ຍາ​ຍາມ” ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ. ປະ​ເທດ​ທັງ​ສອງ​ໄດ້​ປະ​ກາດວ່າ​ ​ການ​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ເປັນ​ບາດ​ກ້າວ​ອັນ​ສຳ​ຄັນໄປ​ສູ່​ການ​ປັບ​ປຸງ​ຄວາມ​ສຳ​ພັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG