ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ການຂົ່ມຂືນຊໍາເລົາ ນັກສຶກສາຍິງ ຢູ່ອິນເດຍ ຍັງດໍາເນີນສືບຕໍ່ມາ (ສະໄລດ໌)


ແມ່ຍິງອິນເດຍຜູ້ນຶ່ງ (ຂວາ) ຈາກກຸ່ມເດີນຂະບວນປະທ້ວງ ການຂົ່ມຂືນຊໍາເລົາແລະທຸບຕີ ນັກສຶກສາຍິງອາຍຸ 23 ປີ ຜູ້ນຶ່ງ ຢ່າງປ່າເຖື່ອນ ໂຕ້ຖຽງກັບຕໍາຫລວດ ທີ່ຫ້າມບໍ່ໃຫ້ເຂົາເຈົ້າ ທໍາການປະທ້ວງ, ວັນທີ 24 ທັນວາ 2012.
ແມ່ຍິງອິນເດຍຜູ້ນຶ່ງ (ຂວາ) ຈາກກຸ່ມເດີນຂະບວນປະທ້ວງ ການຂົ່ມຂືນຊໍາເລົາແລະທຸບຕີ ນັກສຶກສາຍິງອາຍຸ 23 ປີ ຜູ້ນຶ່ງ ຢ່າງປ່າເຖື່ອນ ໂຕ້ຖຽງກັບຕໍາຫລວດ ທີ່ຫ້າມບໍ່ໃຫ້ເຂົາເຈົ້າ ທໍາການປະທ້ວງ, ວັນທີ 24 ທັນວາ 2012.
ພວກເຈົ້າໜ້າທີ່ອິນເດຍ ໄດ້ປິດຖະໜົນຫົນທາງ ແລະສະຖານີ
ລົດໄຟຢູ່ເຂດໃຈ ກາງນະຄອນຫລວງນີວແດນລີ ໃນຄວາມພະ ຍາຍາມເພື່ອຢຸດຕິການເດີນຂະບວນປະທ້ວງຢ່າງຂະໜານ
ໃຫຍ່ຂອງປະຊາຊົນ ກ່ຽວກັບການຂົ່ມຂືນຊໍາເລົາ ແລະທຸບຕີນັກ
ສຶກສາຍິງອາຍຸ 23 ປີ ຜູ້ນຶ່ງ ຢ່າງປ່າເຖື່ອນໂດຍພວກແກ້ງກຸ່ມນຶ່ງ.

ຕໍາຫລວດໄດ້ເອົາສິ່ງຂອງໄປຕັນທາງສາຍຕ່າງໆ ທີ່ເນັ່ງໄປຫາ
Indian Gate ຊຶ່ງເປັນອະນຸສາວະລີສົງຄາມມີລັກສະນະແບບ
ອະນຸສາວະລີປະຕູໄຊ ຫລື Arc de Triomphe ຂອງຝຣັ່ງ ຢູ່
ໃນກາງນະຄອນຫລວງ ຊຶ່ງໄດ້ກາຍເປັນຈຸດສູນກາງຂອງການ
ປະທ້ວງນັ້ນ.

ນາຍົກລັດຖະມົນຕີອິນເດຍໃນວັນຈັນວານນີ້ ໄດ້ຮຽກຮ້ອງໃຫ້
ມີຄວາມສະຫງົບ ແລະໃຫ້ ຄໍາໝັ້ນສັນຍາວ່າ ຈະປົກປ້ອງພວກຜູ້ຍິງ ໃນຂະນະທີ່ທ່ານ ຊອກຫາວິທີທາງ ທີ່ຈະຢຸດຕິຄວາມໂກດແຄ້ນຂອງປະຊາຊົນທີ່ເພີ້ມທະວີຂຶ້ນນັບມື້ ກ່ຽວ ກັບເຫດການດັ່ງກ່າວ ທີ່ເກີດ ຂຶ້ນຢູ່ໃນນະຄອນຫລວງນີວແດນລີ.

ໃນການກ່າວຄໍາປາໄສຜ່ານທາງໂທລະພາບນັ້ນ ທ່ານ Manmohan Singh ໄດ້ ໃຫ້ ການຄໍ້າປະກັນຕໍ່ປວງຊົນທັງຊາດວ່າ ຄວາມຍຸດຕິທໍາ “ຕ້ອງມີຂຶ້ນໃນຄະດີນີ້” ແລະຊຸກຍູ້ ໃຫ້ອິນເດຍ “ຮັກສາສັນຕິພາບ ແລະຄວາມສະຫງົບ” ເອົາໄວ້.

ທ່ານກ່າວວ່າ ຈະດໍາເນີນ “ທຸກຄວາມພະຍາຍາມທີ່ສາມາດເຮັດໄດ້” ເພື່ອຄໍ້າປະກັນ ຄວາມປອດໄພ ແລະຄວາມໝັ້ນຄົງຂອງຜູ້ຍິງອິນເດຍ.

ການປະທ້ວງກ່ຽວກັບການໂຈມຕີທີ່ຮ້າຍກາດດັ່ງກ່າວ ໄດ້ມີຂຶ້ນຢູ່ທົ່ວປະເທດ ຫລາຍມື້ມາ ແລ້ວ. ພວກເດີນຂະບວນປະທ້ວງຫລາຍຄົນຮຽກຮ້ອງໃຫ້ມີການລົງໂທດປະຫານຊີວິດ ພວກ ຜູ້ຊາຍ 6 ຄົນ ທີ່ກໍາລັງຖືກຄຸມຂັງຢູ່ໃນເວລານີ້.

ປະມວນພາບປະທ້ວງໃນອິນເດຍກ່ຽວກັບການຂົ່ມຂືນຊໍາເລົານັກສຶກສາຍິງ:
XS
SM
MD
LG