ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດອິນເດຍຄົນນຶ່ງ ທີ່ບາດເຈັບ ໃນການ ຮັບມືກັບການປະທ້ວງ ເສຍຊີວິດແລ້ວ (ສະໄລດ໌)


ຜູ້ຍິງຄົນນຶ່ງ ຖືກຕໍາຫລວດອິນເດຍຈັບໄປ ໃນຂະນະທີ່ທໍາການປະທ້ວງ ຕ້ານການຂົ່ມຂືນຊໍາເລົາຢ່າງປ່າເຖື່ອນໂດຍພວກອັນທະພານ ໃນນະຄອນຫລວງນີວແດນລີ ໃນວັນທີ 25 ທັນວາ 2012.
ຜູ້ຍິງຄົນນຶ່ງ ຖືກຕໍາຫລວດອິນເດຍຈັບໄປ ໃນຂະນະທີ່ທໍາການປະທ້ວງ ຕ້ານການຂົ່ມຂືນຊໍາເລົາຢ່າງປ່າເຖື່ອນໂດຍພວກອັນທະພານ ໃນນະຄອນຫລວງນີວແດນລີ ໃນວັນທີ 25 ທັນວາ 2012.
ຕໍາຫລວດອິນເດຍຄົນນຶ່ງ ທີ່ໄດ້ຮັບບາດເຈັບສາຫັດໃນລະ
ຫວ່າງທີ່ມີການເດີນ ຂະບວນປະທ້ວງຄັ້ງໃຫຍ່ ຕໍ່ຕ້ານການ
ຂົ່ມຂືນຊໍາເລົາຢ່າງປ່າເຖື່ອນໂດຍພວກ ອັນທະພານນັ້ນ ໄດ້ເສຍຊີວິດໄປຢູ່ທີ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫລວງນີວ
ແດນລີ.

ພວກເຈົ້າໜ້າທີ່ເວົ້າວ່າ ຕໍາຫລວດຄົນດັ່ງກ່າວໄດ້ເສຍຊີວິດ
ໃນວັນອັງຄານມື້ນີ້ ສອງມື້ລຸນຫລັງທີ່ຖືກໂຈມຕີ ໂດຍພວກປະ ທ້ວງທີ່ປະທະກັບຕໍາຫລວດ.

ເຫດການວຸ້ນວາຍໃນວັນອາທິດຜ່ານມາແມ່ນເກີດຂຶ້ນໃນຂະ
ນະທີ່ພວກຕໍາຫຼວດ ພະຍາຍາມຫາທາງຄວບຄຸມພວກປະ
ທ້ວງ ຊຶ່ງໄດ້ສະແດງຄວາມໂກດແຄ້ນ ທີ່ເພີ້ມທະວີຂຶ້ນນັບມື້
ກ່ຽວກັບການຂົ່ມຂືນຊໍາເລົາ ແລະທຸບຕີນັກສຶກສາຍິງອາຍຸ 23 ປີຜູ້ນຶ່ງ ໂດຍພວກອັນທະ ພານໃນເດືອນນີ້.

ນັກສຶກສາຄົນດັ່ງກ່າວ ໄດ້ຖືກໂຈມຕີລຸນຫລັງທີ່ນາງ ແລະເພື່ອນຊາຍຄົນນຶ່ງ ໄດ້ຂຶ້ນຂີ່ລົດ ເມຮັບເໝົາ ໃນນະຄອນຫລວງນີວແດນລີເມື່ອວັນທີ 16 ທັນວາ ຜ່ານມາ. ພວກເຈົ້າໜ້າ ທີ່ເວົ້າວ່າ ຜູ້ຊາຍກຸ່ມນຶ່ງໄດ້ຂົ່ມຂືນແລະທຸບຕີນາງດ້ວຍ ທ່ອນເຫລັກ ຈາກນັ້ນກໍໂຍນນາງ ລົງຈາກລົດ.

ຍິງຜູ້ຄົນນີ້ຍັງນອນໃນໂຮງໝໍ ຍ້ອນມີອາການສາຫັດແລະໃຊ້ເຄື່ອງຊ່ວຍຫັນໃຈ.

ພວກເຈົ້າໜ້າທີ່ໄດ້ປິດຖະໜົນຫົນທາງ ແລະສະຖານີລົດໄຟໃຕ້ດິນບາງແຫ່ງຢູ່ໃນນະ ຄອນ
ຫລວງນີວແດນລີ ໃນຄວາມພະຍາຍາມເພື່ອຢຸດຕິການເດີນຂະບວນປະທ້ວງດັ່ງກ່າວ.

ໃນວັນຈັນວານນີ້ ນາຍົກລັດຖະມົນຕີອິນເດຍທ່ານ Manmohan Singh ໄດ້ຮຽກຮ້ອງ ໃຫ້ທຸກຄົນ ຢູ່ໃນຄວາມສະຫງົບ. ໃນການກ່າວຄໍາປາໄສ ທາງໂທລະພາບນັ້ນ ທ່ານ Singh
ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະກວດກາເບິ່ງບັນຫາທີ່ມີຜົນກະທົບຕໍ່ຄວາມປອດໄພຂອງພວກ ຜູ້ຍິງ ແລະເດັກນ້ອຍ.

ພວກເດີນຂະບວນປະທ້ວງຫລາຍຄົນ ຮຽກຮ້ອງໃຫ້ມີການລົງໂທດປະຫານຊີວິດພວກຕ້ອງ ສົງໄສທີ່ກໍາລັງຖືກຄຸມຂັງຢູ່ໃນເວລານີ້.

ມີລາຍງານວ່າ ມີການຂົ່ມຂືນສໍາເລົາຫລາຍກວ່າ 600 ກໍລະນີ ຢູ່ໃນເຂດນະຄອນນີວແດນ
ລີ ໃນປີນີ້ ຊຶ່ງເປັນບ່ອນທີ່ມີອັດຕາການຂົ່ມຂືນສູງທີ່ສຸດບ່ອນນຶ່ງ ໃນປະເທດອິນເດຍ.
XS
SM
MD
LG