ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ ໄດ້ບັນທຶກ ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໂຄວິດ-19 ພາຍໃນມື້ດຽວ ຫຼາຍທີ່ສຸດເປັນປະຫວັດການ


ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃສ່ຊຸດປ້ອງກັນພະຍາດ (PPE) the last rites fກຳລັງທຳພິທີຄັ້ງສຸດທ້າຍຂອງຜູ້ຮັກແພງຂອງພວກເຂົາເຈົ້າ ທີ່ໄດ້ເສຍຊີວິດຍ້ອນພະຍາດ COVID-19, ຢູ່ສະຖານທີ່ເຜົາສົບ ໃນນະຄອນຫຼວງນິວເດລີ, ວັນທີ 19 ພຶດສະພາ 2021.
ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃສ່ຊຸດປ້ອງກັນພະຍາດ (PPE) the last rites fກຳລັງທຳພິທີຄັ້ງສຸດທ້າຍຂອງຜູ້ຮັກແພງຂອງພວກເຂົາເຈົ້າ ທີ່ໄດ້ເສຍຊີວິດຍ້ອນພະຍາດ COVID-19, ຢູ່ສະຖານທີ່ເຜົາສົບ ໃນນະຄອນຫຼວງນິວເດລີ, ວັນທີ 19 ພຶດສະພາ 2021.

ອິນເດຍລາຍງານວ່າ ມີຈຳນວນຜູ້ເສຍຊີວິດຍ້ອນໂຣກລະບາດຂອງພະຍາດໂຄວິດ-19 ພາຍໃນມື້ດຽວສູງທີ່ສຸດໃນໂລກ.

ກະຊວງສາທາລະນະສຸກ ໃນວັນພຸດວານນີ້ ໄດ້ກ່າວວ່າ ມີຜູ້ເສຍຊີວິດ 4,529 ຄົນພາຍໃນໄລຍະ 24 ຊົ່ວໂມງ ຊຶ່ງເປັນຄັ້ງທຳອິດຂອງປະເທດໃນເຂດເອເຊຍໃຕ້ ໄດ້ບັນທຶກການເສຍຊີວິດໃນມື້ດຽວຫຼາຍກວ່າ 4,500 ຄົນ ໃນລະຫວ່າງທີ່ເກີດໂຣກລະບາດຢູ່ນີ້.

ອິນເດຍ ດຽວນີ້ມີຜູ້ເສຍຊີວິດທີ່ພົວພັນກັບພະຍາດໂຄວິດ-19 283,248 ຄົນຈາກຜູ້ຕິດເຊື້ອທັງໝົດຫຼາຍກວ່າ 25 ລ້ານ 4 ແສນຄົນ ໂດຍເຮັດໃຫ້ອິນເດຍ ເປັນອັນດັບສອງ ນຳຫຼັງສະຫະລັດ ຊຶ່ງນຳໜ້າໂລກດ້ວຍຈຳນວນຜູ້ເສຍຊີວິດ 587,219 ຄົນ ຈາກມີຜູ້ຕິດເຊື້ອທີ່ຖືກຢັ້ງຢືນທັງໝົດ 32 ລ້ານ 9 ແສນຄົນ.

ການເພີ້ມສູງຂຶ້ນຂອງຜູ້ຕິດເຊື້ອລາຍໃໝ່ໃນປະເທດທີ່ມີປະຊາກອນໜາແໜ້ນທີ່ສຸດອັນດັບສອງຂອງໂລກ ໄດ້ກໍ່ໃຫ້ເກີດໄພຫາຍະນະດ້ານມະນຸດສະທຳ ໂດຍໂຮງໝໍທັງຫຼາຍຮັບຄົນປ່ວຍເຕັມຄວາມອາດສາມາດ ແລະການຂາດແຄນອັອກຊີເຈັນຢ່າງໜັກເພື່ອຮັກສາຄົນປ່ວຍ, ໂດຍຕ້ອງໄດ້ສ້າງສະຖານທີ່ເຜົາສົບຂຶ້ນມາຫຼາຍແຫ່ງເພື່ອຟ້າວເຜົາສົບຂອງຄົນຕາຍ. ບັນດານັກຊ່ຽວຊານ ເຊື່ອວ່າ ຕົວເລກຂອງການເສຍຊີວິດທີ່ແທ້ຈິງນັ້ນ ແມ່ນສູງກວ່າຈຳນວນທີ່ເປັນທາງການຫຼາຍເທົ່າ.

ທ່າມກາງການຮຽກຮ້ອງທີ່ເພີ້ມຂຶ້ນ ໃຫ້ຍົກເລີກການແຂ່ງຂັນກິລາໂອລິມປິກໃນໂຕກຽວ ທີ່ຈະມາເຖິງນີ້ ຍ້ອນມີການຕິດເຊື້ອໂຄວິດ-19 ລາຍໃໝ່ເພີ້ມສູງຂຶ້ນນັບມື້ ປະທານຄະນະກຳມະການໂອລິມປິກສາກົນ ທ່ານທອມມັສ ບາກ ໄດ້ປະຕິຍານໃນວັນພຸດວານນີ້ ຢູ່ໃນນະຄອນຫຼວງຂອງຍີ່ປຸ່ນ ວ່າ ທັງການແຂ່ງຂັນໂອລິມປິກ ແລະຕິດຕາມມາດ້ວຍ ປາຣາລິມປິກ ຈະປອດໄພສຳລັບໝົດທຸກຄົນທີ່ກ່ຽວຂ້ອງ.

ທ່ານບາກ ໄດ້ໃຫ້ຄຳໝັນສັນຍາວ່າ 80 ເປີເຊັນຂອງຜູ້ອາໄສຢູ່ໃນຄຸ້ມໂອລິມປິກ ຈະຕ້ອງໄດ້ສັກຢາວັກຊີນກັນໂຄວິດ-19 ແລະວ່າ ມີພະນັກງານແພດຕື່ມອີກ ຈາກປະເທດຕ່າງໆໃນຄະນະກຳມະການໂອລິມປິກ ພ້ອມທີ່ຈະໃຫ້ການຊ່ອຍເຫຼືອໃນລະຫວ່າງການແຂ່ງຂັນ.

ການຮຽກຮ້ອງໃຫ້ຍົກເລີກໂອລິມປິກ ໄດ້ຮັບການສົ່ງເສີມຢ່າງແຮງກ້າທີ່ສຸດໃນວັນຈັນຜ່ານມາ ເມື່ອສະມາຄົມນັກການແພດຂອງໂຕກຽວ ຊຶ່ງເປັນຕົວແທນຂອງໝໍຮັກສາຂັ້ນປະຖົມພະຍາບານ 6,000 ຄົນ ແລະໂຮງໝໍທັງຫຼາຍ ໄດ້ສົ່ງໜັງສືສະບັບນຶ່ງ ເຖິງນາຍົກລັດຖະມົນຕີ ໂຢຊີຮິເດ ຊູກະ ໃນວັນຈັນ ທີ່ເຕືອນວ່າ ໂຮງໝໍທັງຫຼາຍໃນນະຄອນຫຼວງຂອງຍີ່ປຸ່ນ “ຮັບມືກັບຄົນປ່ວຍເຕັມສ່ວນແລ້ວ ແລະບ່ອນຮັບເອົາຄົນປ່ວຍເກືອບວ່າເຕັມຄວາມອາດສາມາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG