ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍ​ກວ່າ 32 ຄົນ ​ເສຍ​ຊີວິດ ໃນເຫດໄຟ​ໄໝ້ລົດໄຟ ທີ່ອິນເດຍ


ໄຟໄໝ້ຕູ້ລົດໄຟໃນອິນເດຍ
ໄຟໄໝ້ຕູ້ລົດໄຟໃນອິນເດຍ

ເຈົ້າ​ໜ້າ​ທີ່ອິນ​ເດຍກ່າວ​ວ່າ ຫຼາຍ​ກວ່າ 32 ຄົນ ​ເສຍ​ຊີວິດ ​ແລະ​ມີ​ຫຼາຍ​ກວ່າ 22 ຄົນຖືກ
​ໄຟ​ໄໝ້ ຫຼັງ​ຈາກ​ທີ່ເກີດ​ໄຟ​ໄໝ້​ໃນ​ລົດ​ໄຟ​ໂດຍ​ສານ​ຂະ​ບວນນຶ່ງ ທາງ​ພາກ​ໃຕ້​ຂອງ​ອິນ​ເດຍ.

ໄຟ​ໄດ້​ລຸກ​ໄໝ້ຂຶ້ນໃນ​ຕູ້ລົດ​ໄຟ​ໂດຍ​ສານ​ທາງ​ໄກ ຈາກນະຄອນຫລວງ New Delhi ​
ໄປ​ຍັງ​ເມືອງ Chennai ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ໃນ​ຊົ່ວໂມງທີ່​ຜູ້ໂດຍ​ສານກໍາ​ລັງນອນຫ​ລັບ​ຢູ່ນັ້ນ.

ເຈົ້າ​ໜ້າ​ທີ່ຢູ່ສະຖານີລົດໄຟ​ແຫ່ງ​ນຶ່ງ ​ໄດ້​ສັງ​ເກດ​ເຫັນໄຟ​ໄໝ້ ​ເວລາລົດ​ໄຟຂະ​ບວນ​ນັ້ນແລ່ນ
​ຜ່ານສະຖານີ​ໄປ. ​ລົດ​ໄຟໄດ້ໄປ​ຢຸດ​ລົງ ​ທີ່​ເມືອງ Nellore ຂອງ​ລັດ Andhra Pradesh
​ແລະ​ຕູ້​ລົດ​ໄຟທີ່ເກີດ​ໄຟ​ໄໝ້​ ໄດ້​ຖືກແຍກ​ອອກ​ ​ເພື່ອ​ບໍ່​ໃຫ້​ໄຟ​ໄໝ້​ລຸກລາມ​ໄປ​ສູ່​ຕູ້​ອື່ນ.

ສາ​ເຫດ​ທີ່​ແທ້​ຈິງ​ຂອງ​ໄຟ​ໄໝ້​ຄັ້ງ​ນີ້​ ຍັງ​ບໍ່​ທັນຮູ້​ເທື່ອ, ​ແຕ່​ວ່າ​ບັນດາ​ເຈົ້າ​ໜ້າ​ທີ່ສັນນິຖານ​ວ່າ
ມັນເກີດຈາກລະບົບ​ໄຟຟ້າ​ຊ໊ອດ.

XS
SM
MD
LG