ຫຼາຍພັນຄົນໄດ້ເລີ່ມປ່ອນບັດເລືອກຕັ້ງ ໃນການເລືອກຕັ້ງສະພານິຕິບັນຍັດລັດ ຂອງນະຄອນຫຼວງອິນເດຍ ໃນວັນພຸດມື້ນີ້, ດ້ວຍພັກການເມືອງຊາດນິຍົມ ສາສະໜາຮິນດູ ຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ພະຍາຍາມທີ່ຈະໂຄ່ນລົ້ມກຸ່ມໃນພາກພື້ນທີ່ມີອຳນາດ ທີ່ໄດ້ປົກຄອງນະຄອນຫຼວງ ນິວ ເດລີ ມາດົນກວ່ານຶ່ງທົດສະວັດແລ້ວ ອີງຕາມລາຍງານຂອງອົງການຂ່າວເອພີ.
ບັນດາຜູ້ລົງຄະແນນສຽງໄດ້ຍ່າງໄປຕູ້ປ່ອນບັດໃນຕອນເຊົ້າ ທີ່ມີອາກາດໜາວ ເພື່ອປ່ອນບັດຂອງເຂົາເຈົ້າໃນທົ່ວນະຄອນຫຼວງ. ທ່ານ ມານິສ ສີໂສເດຍ, ຜູ້ນຳພັກ ອາມ ອາດມີ ຫຼື AAP ທີ່ສຳຄັນ, ແລະ ຄົນອື່ນໆໄດ້ໄປສູດມົນບູຊາຢູ່ວັດກ່ອນການລົງຄະແນນສຽງ.
ພັກ ຈານາຕາ ບາຣາຕີຢາ ຫຼື BJP ຂອງທ່ານ ໂມດີ ແມ່ນກຳລັງແຂ່ງຂັນກັບພັກ AAP, ທີ່ນຳໜ້າໂດຍທ່ານ ເອີວາຍນ໌ ເຄຈຣິວາລ, ເຊິ່ງເປັນຜູ້ປົກຄອງນະຄອນຫຼວງ ນິວ ເດລີ ແລະ ໄດ້ສ້າງຖານການສະໜັບສະໜູນທີ່ກວ້າງຂວາງ ດ້ວຍນະໂຍບາຍສະຫວັດດີການຂອງເຂົາເຈົ້າ ແລະ ການເຄື່ອນໄຫວຕໍ່ຕ້ານການສໍ້ລາດບັງຫຼວງ. ທ່ານ ເຄຣິຈວາລ, ເຊິ່ງແມ່ນຜູ້ຕໍ່ຕ້ານການສໍ້ລາດບັງຫຼວງທີ່ໄດ້ຮັບຄວາມນິຍົມ, ໄດ້ປະສົບກັບອຸປະສັກ ໃນຂະນະທີ່ທ່ານເອງ ປະເຊີນກັບການກ່າວຫາວ່າ ສໍ້ລາດບັງຫຼວງ.
ພັກ AAP ໄດ້ຊະນະ 60 ຈາກ 70 ບ່ອນນັ່ງ ໃນການໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງທີ່ຜ່ານມາ, ເຊິ່ງຖືກຈັດຂຶ້ນໃນປີ 2020, ເຮັດໃຫ້ພັກ BJP ໄດ້ຮັບພຽງ 8 ບ່ອນນັ່ງ ແລະ ພັກລັດຖະສະພາ ບໍ່ມີຈັກບ່ອນນັ່ງ. ພັກ AAP ກໍຍັງໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ໃນການເລືອກຕັ້ງລັດເມື່ອປີ 2015, ໂດຍຊະນະ 67 ບ່ອນນັ່ງ, ແລະ ພັກ BJP ໄດ້ຮັບພຽງ 3 ບ່ອນນັ່ງ.
ທ່ານ ໂມດີ ແລະ ທ່ານ ເຄຈຣິວາລ ທັງສອງແມ່ນໄດ້ໂຄສະນາຫາສຽງຢ່າງຂະຫຍັນຂັນແຂງໃນການໂຄສະນາຫາສຽງດ້ວຍຜູ້ສະໜັບສະໜູນຫຼາຍພັນຄົນຕິດຕາມພວກທ່ານ. ທັງສອງໄດ້ສະເໜີທີ່ຈະປັບປຸງໂຮງຮຽນຂອງລັດ ແລະ ໃຫ້ບໍລິການສຸຂະພາບ ແລະ ໄຟຟ້າຟຣີ ລວມເຖິງໃຫ້ເງິນຊ່ວຍເຫຼືອລາຍເດືອນຫຼາຍ ກວ່າ 2,000 ຣູປີ ຫຼື 25 ໂດລາໃຫ້ແກ່ແມ່ຍິງທີ່ທຸກຍາກ.
ການລົງຄະແນນສຽງຈະສິ້ນສຸດລົງໃນແລງວັນພຸດມື້ນີ້, ດ້ວຍຜົນຄະແນນມີກຳນົດຈະອອກມາ ໃນວັນເສົາ. ປະຊາຊົນຫຼາຍກວ່າ 15 ລ້ານຄົນມີສິດທີ່ຈະລົງຄະແນນສຽງໃນການເລືອກຕັ້ງຂອງນະຄອນຫຼວງ ນິວ ເດລີ.
ທ່ານ ອາຣາຕີ ເຈຣາດ, ນັກບັນຍາຍກ່ຽວກັບການເມືອງ, ໄດ້ຄາດຄະເນການແຂ່ງຂັນທີ່ສູສີກັນ ລະຫວ່າງສອງພັກການເມືອງດັ່ງກ່າວ, ໂດຍເວົ້າວ່າ “ນັບຕັ້ງແຕ່ພັກ AAP ໂດ່ງດັງຂຶ້ນມາ, ການແຂ່ງຂັນແມ່ນໄດ້ເປັນພຽງດ້ານດຽວເທົ່ານັ້ນ.
ນະຄອນຫຼວງ ເດລີ, ເປັນເມືອງທີ່ມີປະຊາກອນຫຼາຍກວ່າ 20 ລ້ານຄົນ, ເປັນເຂດລັດຖະບານກາງທີ່ພັກຂອງທ່ານ ໂມດີ ບໍ່ໄດ້ຊະນະມາດົນກວ່າ 27 ປີແລ້ວ ເຖິງແມ່ນວ່າ ຈະມີຖານຜູ້ສະໜັບສະໜູນທີ່ໃຫຍ່ຢູ່ທີ່ນັ້ນກໍຕາມ.
ທ່ານ ເຄຈຣິວາລ ແລະ ຜູ້ນຳພັກ AAP ຄົນອື່ນໆເມື່ອບໍ່ດົນມານີ້ ໄດ້ປະເຊີນກັບການກ່າວຫາວ່າ ສໍ້ລາດບັງຫຼວງ ໃນກໍລະນີການອອກລາຍເຊັນເຫຼົ້າ.
ອ່ານຂ່າວນີ້ເປັນພາສາອັງກິດ
Thousands begin voting in the Indian capital’s state legislature election on Wednesday, with Prime Minister Narendra Modi’s Hindu nationalist party trying to unseat a powerful regional group that has ruled New Delhi for over a decade.
Voters walked to polling booths on a cold, wintry morning to cast their ballots across the sprawling capital. Manish Sisodia, a key Aam Aadmi Party leader, and others offered prayers in a temple before voting.
Modi’s Bharatiya Janata Party is up against the AAP, led by Arvind Kejriwal, which runs New Delhi and has built a vast support base on its welfare policies and an anti-corruption movement. Kejriwal, a popular crusader against corruption, suffered a setback as he himself faced graft allegations.
The AAP won 62 out of 70 seats in a landslide victory in the last election, held in 2020, leaving BJP with only eight and the Congress party with none. The AAP had also swept the 2015 state elections, winning 67 seats, with the BJP taking three.
Modi and Kejriwal have both campaigned vigorously in roadshows with thousands of supporters tailing them. They have offered to revamp government schools and provide free health services and electricity, and a monthly stipend of over 2,000 rupees ($25) to poor women.
Voting ends later Wednesday, with results due on Saturday. More than 15 million people are eligible to vote in New Delhi's election.
Arati Jerath, a political commentator, predicted a tight contest between the two parties, saying, "Even since the AAP rose to prominence, it has been a one-sided contest."
Delhi, a city of more than 20 million people, is a federal territory that Modi’s party has not won for over 27 years despite having a sizable support base there.
Kejriwal and other AAP leaders recently faced graft allegations in a liquor license case.
ຟໍຣັມສະແດງຄວາມຄິດເຫັນ