ນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ໄດ້
ສັບຊ້ອນ ຄະນະລັດຖະບານຂອງທ່ານ ໃນວັນອາທິດວານນີ້
ໃນຄວາມພະຍາຍາມ ເພື່ອປັບປຸງພາບພົດຂອງລັດຖະບານ
ຂອງທ່ານ ກ່ອນໜ້າການເລືອກຕັ້ງທົ່ວໄປ ໃນປີ 2014.
ຄະນະລັດຖະບານຊຸດໃໝ່ ແມ່ນມີສະມາຊິກທີ່ເປັນຄົນໜຸ່ມ
ຫລາຍຂຶ້ນ ຫລັງຈາກລັດຖະມົນຕີອາວຸໂສຫລາຍທ່ານ ໄດ້
ລາອອກ ຊຶ່ງເປັນການແປງທາງເລື່ອນຊັ້ນ ໃຫ້ແກ່ບັນດາລັດ
ຖະມົນຕີລຸ້ນໜຸ່ມທັງຫລາຍ.
ການປ່ຽນແປງດັ່ງກ່າວນີ້ໄດ້ມີຂຶ້ນ ໃນຂະນະທີ່ພັກລັດຖະສະພາ
ຫລື Congress ຂອງທ່ານ Singh ພະຍາຍາມຫາສຽງສະໜັບ
ສະໜູນໃໝ່ທາງການເມືອງ. ໃນເດືອນແລ້ວນີ້ ພັກຂອງທ່ານໄດ້
ສູນເສຍພັນທະມິດທີ່ສໍາຄັນ ຂອງລັດຖະບານປະສົມໄປ ຫລັງຈາກໄດ້ຮັບຮອງເອົານະໂຍ
ບາຍເສດຖະກິດທີ່ບໍ່ໄດ້ຮັບຄວາມນິຍົມ ສອງຢ່າງ: ຄື ອະນຸຍາດ ໃຫ້ເຄືອຂ່າຍຕະຫລາດໃຫຍ່ ຫລື Supermaket ຂອງຕ່າງປະເທດ ມີສາຂາຢູ່ໃນອິນເດຍ ແລະການຂື້ນລາຄານໍ້າມັນກາຊວນຢ່າງຫລວງຫລາຍ ຊຶ່ງໄດ້ສົ່ງຜົນໃຫ້ລັດຖະບານ ກາຍມາເປັນພັກສຽງ ສ່ວນນ້ອຍຢູ່ໃນສະພາໄປ.
ນອກຈາກນັ້ນແລ້ວ ພັກ Congress ຍັງໄດ້ປະເຊີນກັບການກ່າວຫາ ຖານສໍ້ລາດບັງຫລວງຢ່າງໃຫຍ່ ໃນໄລຍະສອງສາມປີທີ່ຜ່ານມາ. ລາຍງານກວດກາລາຍຮັບລາຍຈ່າຍແຫ່ງຊາດ
ສະບັບນຶ່ງ ອ້າງວ່າ ລັດຖະບານໄດ້ຂາຍບໍ່ຖ່ານຫີນ ໃຫ້ແກ່ບັນດາບໍລິສັດເອກກະຊົນ ໂດຍບໍ່
ມີຄວາມໂປ່ງໃສ ແລະບໍ່ມີການປະມູນແຂ່ງຂັນກັນໃນລະຫວ່າງປີ 2004 ແລະ 2009 ທີ່ເປັນ
ເຫດໃຫ້ລັດຖະບານເສຍລາຍຮັບໄປ ປະມານ 34 ພັນລ້ານໂດລາ.