ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ມີ​ແຜນ ທີ່ຈະ​ສ້າງ ສະ​ຖາ​ນີ​ອະ​ວະ​ກາດ ​ຂອງ​ຕົນ


ປະ​ທານ ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ຂອງ​ອິນ​ເດຍ (ISRO)
ທ່ານ​ໄກ​ລາ​ຊາ​ວາ​ດີ​ວູ ຊີ​ວານ ພວມ​ຖະ​ແຫຼງ ໃນ​ກອງ​ປະ​ຊຸມນັກ​ຂ່າວ ທີ່​ສຳ​ນັກ​ງານ​ໃຫຍ່ ທີ່​ເມືອງ​ບັງ​ກ​າ​ລໍ ປະ​ເທດ​ອິນ​ເດຍ ເມື່ອ​ວັນ​ທີ 11 ມັງ​ກອນ 2019.
ປະ​ທານ ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ຂອງ​ອິນ​ເດຍ (ISRO) ທ່ານ​ໄກ​ລາ​ຊາ​ວາ​ດີ​ວູ ຊີ​ວານ ພວມ​ຖະ​ແຫຼງ ໃນ​ກອງ​ປະ​ຊຸມນັກ​ຂ່າວ ທີ່​ສຳ​ນັກ​ງານ​ໃຫຍ່ ທີ່​ເມືອງ​ບັງ​ກ​າ​ລໍ ປະ​ເທດ​ອິນ​ເດຍ ເມື່ອ​ວັນ​ທີ 11 ມັງ​ກອນ 2019.

ອິນ​ເດຍ​ໄດ້​ປະ​ກາດ​ກ່ຽວ​ກັບ​ແຜນ​ການ ທີ່​ຈະ​ສົ່ງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຕົນ​ຂຶ້ນ​ສູ່​ວົງ​ໂຄ​ຈອນ. ປະ​ທານ​ອົງ​ການ​ອະ​ວະ​ກາດ​ຂອງ​ອິນ​ເດຍ ທ່ານເຄ ຊີ​ວານ (K. Sivan) ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ວັນ​ພະ​ຫັດ​ວານນີ້​ວ່າ ອິນ​ເດຍ​ໄດ້​ຕັ້ງ​ເປົ້າ​ໝາຍໃສ່​ປີ 2030 ທີ່​ຈະ​ສົ່ງ​ສະ​ຖາ​ນີ​ອະ​ວະ​ກາດ ທີ່​ໜັກ 20 ໂຕນ​ຂອງ​ຕົນ ຂຶ້ນ​ສູ່​ວົງໂຄ​ຈອນ.

ທ່ານ​ກ່າວ​ວ່າ ອິນ​ເດຍ​ຈະ​ບໍ່​ຮ່ວມ​ມື​ກັບ​ປະ​ເທດ​ໃດ ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ບັດ​ງານ​ທີ່​ມີ​ຄວາມ​ທະ​ເຍີ​ທະ​ຍານ​ດັ່ງ​ກ່າວ​.

ທ່ານ​ຊີ​ວານ​ກ່າວ​ຕື່ມ​ວ່າ ສະ​ຖາ​ນີ​ອະ​ວະ​ກາດ​ທີ່​ວ່ານີ້ ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອໃຫ້​ການ​ສະ​ໜັບ​ສະ​ໜຸນ ແກ່​ຖ້ຽວ​ບິນ​ອະ​ວະ​ກາດ​ທີ່​ມີ​ຄົນ​ຂັບ​ເທື່ອ​ທຳ​ອິດ​ຂອງ​ອິນເດຍ ທີ່​ທາງ​ອົງ​ການ​ອະ​ວະ​ກາດ​ໄດ້​ເລີ້ມ​ກະ​ກຽມ​ທີ່​ຈະ​ສົ່ງ​ມະ​ນຸດ​ອະ​ວະ​ກາດ 3 ຄົນ ຂຶ້ນ​ສູ່​ວົງ​ໂຄ​ຈອນ​ໃນ​ປີ 2022.

ໂຄງການ​ສະ​ຖາ​ນີ​ອະ​ວະ​ກາດ ຈະ​ເປັນ​ອີກ​ບາດ​ກ້າວ​ທີ່​ສຳ​ຄັນ​ອັນ​ນຶ່ງ ກ່ຽວ​ກັບຄວາມ​ໄຝ່​ຝັນ​ໃນ​ການ​ສຳ​ຫຼວດອະ​ວະ​ກາດ​ຂອງ​ອິນ​ເດຍ. ໃນ​ເດືອນ​ກໍ​ລະ​ກົດ​ນີ້ ອິນ​ເດຍ​ມີ​ແຜນ​ການ​ທີ່​ຈະ​ສົ່ງ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ທີ 2 ຂອງ​ຕົນ​ໄປ​ຍັງ​ດວງຈັນ.

ສະ​ຖາ​ນີ​ອະ​ວະ​ກາດ​ທີ່​ປະ​ຕິ​ບັດ​ງານ​ຢູ່​ພຽງ​ອັນ​ດຽວ​ໃນ​ເວ​ລານີ້ ກໍ​ຄື​ສະ​ຖາ​ນີ​ອະວະ​ກາດ​ນາໆ​ຊາດ ຊຶ່ງ​ມີ​ຫຼາຍໆ​ປະ​ເທດ​ເປັນ​ເຈົ້າ​ຂອງ​ຮ່ວມ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG