ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນ ເສຍຊີວິດ ຍ້ອນ ທໍ່ແກັສລະເບີດ ຢູ່ພາກໃຕ້ ຂອງ ອິນເດຍ (ວີດີໂອ)


ໄຟພວມໄໝ້ເຮືອນຊານ ທີ່ບ້ານ Nagaram ຫລັງຈາກທໍ່ແກັສ ບໍລິສັດລັດວິສາຫະກິດອິນເດຍ ລະເບີດ ທີ່ລັດ Andhra Pradesh (27 ມິຖຸນາ 2014)
ໄຟພວມໄໝ້ເຮືອນຊານ ທີ່ບ້ານ Nagaram ຫລັງຈາກທໍ່ແກັສ ບໍລິສັດລັດວິສາຫະກິດອິນເດຍ ລະເບີດ ທີ່ລັດ Andhra Pradesh (27 ມິຖຸນາ 2014)

ເຈົ້າໜ້າທີ່ ໃນພາກໃຕ້ອິນເດຍ ກ່າວວ່າ ທໍ່ສົ່ງແກັສຂອງບໍລິສັດ
ລັດວິສາຫະກິດໄດ້ເກີດລະເບີດເຮັດໃຫ້ 14 ຄົນເສຍຊີວິດແລະ
15 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ກ່າວວ່າ ເຫດລະເບີດດັ່ງກ່າວນີ້ ໄດ້ເກີດຂຶ້ນ ທີ່ທໍ່ສົ່ງ
ແກັສຂອງບໍລິສັດ ລັດວິສາຫະກິດ Gas Authority of India
Limited ໃນເຂດເມືອງ Godavari ຊຶ່ງຕັ້ງຢູ່ທາງພາກຕາເວັນ
ອອກຂອງລັດ Andhra Pradesh.

ໄຟເລີ້ມລຸກໄໝ້ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ໃນຊ່ວງບ້ານ
Nagaram ຂອງທໍ່ສົ່ງແກັສ ຊຶ່ງເຮັດບ້ານເຮືອນຊານບ້ານຊ່ອງແລະທຸລະກິດລຸກໄໝ້ເປັນ
ແປວໄຟ.

ສາເຫດທີ່ພາໃຫ້ທໍ່ແກັສລະເບີດ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.

ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວວ່າ ຄວາມຄິດຂອງທ່ານແມ່ນ ຢູ່ກັບບັນດາຄອບຄົວ ຂອງພວກທີ່ໄດ້ສູນເສຍຊີວິດ ໃນເຫດລະເບີດ ຄັ້ງນີ້. ໃນຂໍ້ຄວາມ ທີ່ສົ່ງຜ່ານທາງ Twitter ຂອງທ່ານນັ້ນ ທ່ານ Modi ເວົ້າວ່າ ທ່ານໄດ້ໂອ້ລົມກັບລັດຖະມົນ ຕີນ້ຳມັນແລະເຈົ້າໜ້າທີ່ຄົນອື່ນໆ ແລະໄດ້ຮ້ອງຂໍໃຫ້ພວກເຂົາເຈົ້າຄ້ຳປະກັນວ່າໄດ້ມີການ ບັນເທົາທຸກໃນທັນທີ ຢູ່ທີ່ບ່ອນເກີດເຫດນັ້ນ.

ໃນຕົ້ນເດືອນນີ້ 6 ຄົນກໍໄດ້ເສຍຊີວິດຍ້ອນທໍ່ແກັສພິດຮົ່ວ ທີ່ໂຮງງານລັດວິສາຫະກິດເຫຼັກ ກ້າທີ່ໃຫຍ່ທີ່ສຸດຂອງອິນເດຍ ໃນລັດ Chhattisgarh ທາງພາກກາງຂອງປະເທດ.

INDIA BLAST VO
please wait
Embed

No media source currently available

0:00 0:02:04 0:00

XS
SM
MD
LG