ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ອິນເດຍ ປາກິສຖານ ຕ້ອງຕິກັນ ຫລັງຈາກ ການໂຈມຕີ ຄ້າຍທະຫານ ອິນເດຍ ໃນແຄວ້ນ ແຄັສເມຍ


ທະຫານອິນເດຍ ຫາມສົບເພື່ອນຮ່ວມງານເຂົາເຈົ້າ ທ້າວມາດານ ລານ ຈູນດາຣີ ທີ່ໄດ້ເສຍຊີວິດໃນວັນເສົາ ຈາກການໂຈມຕີ ຂອງພວກຫົວຮຸນແຮງ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ທ່ານ​ເນີ​ມາລາ ສິດທະຣາມານ ​ໃນວັນ​ຈັນ​ວານ​
ນີ້​ໄດ້​ກ່າວ​ຫາ ກຸ່ມ​ຫົວ​ຮຸນ​ແຮງ​ແຈ​ສ-​ໂມ​ຮໍາ​ເມັດປາ​ກິ​ສຖານ ທີ່ທຳ​ການ​ໂຈມ​ຕີ​ຄ້າຍ​ທະ
ຫານ ​ໃນ​ແຄວ້ນແຄັ​ສ​ເມຍ​ອິນ​ເດຍ ​ແລະ​ປະກາດ​ວ່າ “ປາ​ກິ​ສຖານ​ ຈະຮັບຜິດຊອບ ​ຕໍ່
ເຫດຮ້າຍໃນຄັ້ງນີ້.”

ການໂຈມ​ຕີ​ຕອນ​ເຊົ້າ​ມືດ​ເມື່ອ​ວັນ​ເສົາຜ່ານມາ ​ໂດຍພວກ​ຫົວ​ຮຸນ​ແຮງທີ່ີຕິດອາວຸດໜັກ
ໄດ້ເຮັດໃຫ້ທະຫານຫ້າຄົນ ພົນລະ​ເຮືອນ​ນຶ່ງ​ຄົນ ​ແລະ​ພວກ​ຫົວ​ຮຸນ​ແຮງ​ສາມ​ຄົນ ເສັຍ
ຊີວິດ. ພວກ​ແມ່ຍິງ ​ແລະ​ເດັກນ້ອຍ​ແມ່ນ​ຮວມຢູ່​ໃນ 10 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ທີ່ພວກ​
ຫົວ​ຮຸນ​ແຮງ​ໄດ້​ເຂົ້າ​ໄປ​ພັກພາ​ອາ​ໄສ​ຢູ່​ໃນ​ຄ້າຍດັ່ງກ່າວ.

​ມັນ​ເປັນ​ການ​ໂຈມ​ຈີ​ທີ່​ຮ້າຍ​ແຮງ​ສຸດ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ຫລາຍ​ເດືອນ ຢູ່​ທີ່ແຄວ້ນ
ແຄັສ​ເມຍ ​ແລະ​ໄດ້​ຂົ່ມ​ຂູ່​ເຮັດ​ໃຫ້ເກີດຄວາມ​ເຄັ່ງ​ຕຶງລະຫວ່າງ​ອິນ​ເດຍແລະ​ປາ​ກິ​ສຖານ
​ທີ່​ຄວາ​ສຳພັນ​ໄດ້ຊຸດໂຊມລົງສູ່​ລະດັບຕໍ່າ​ຢູ່​ແລ້ວ.

ທ່ານ​ສິດ​ທະຣາມານ ​ໄດ້​ຢ້ຽມຢາ​ມຄ້າຍດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ພວກທະ
ຫານຫຼາຍສິບຄົນ ໄດ້​ຢຶດເອົາຄ້າຍນີ້ຄືນມາ ລຸນຫລັງ​ທີ່ໄດ້ເກີດການສູ້ລົບ​ເປັນເວລາ
ສອງມື້.

ທະຫານອີນເດຍຢູ່ໃນທ່າຕຽມ ໃນຂະນະທີ່ເຂົາເຈົ້າອ້ອມລ້ອມ ກອງບັນຊາການທະຫານ ທີ່ເປັນບ້ານເຮືອນພັກພາອາໄສ ທີ່ເຊື່ອວ່າພວກຫົວຮຸນແຮງ ຍຶດເອົາຢູ່ທີ່ນັ້ນ ວັນທີ 11 ກຸມພາ, 2018.
ທະຫານອີນເດຍຢູ່ໃນທ່າຕຽມ ໃນຂະນະທີ່ເຂົາເຈົ້າອ້ອມລ້ອມ ກອງບັນຊາການທະຫານ ທີ່ເປັນບ້ານເຮືອນພັກພາອາໄສ ທີ່ເຊື່ອວ່າພວກຫົວຮຸນແຮງ ຍຶດເອົາຢູ່ທີ່ນັ້ນ ວັນທີ 11 ກຸມພາ, 2018.

ມີການຖະແຫຼງ ຢູ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​ທີ່​ທຳການ​ໂຈມໃນ​ຕີ​ຄັ້ງນີ້ໄດ້
​ຄວບ​ຄຸມ​ໂດຍ​ຜູ້​ກຳກັບ​ຢູ່ອີກ​ຟາກນຶ່ງຂອງ​ຊາຍ​ແດນ ທີ່​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ
ເດຍ​ກ່າວ “ປາ​ກິ​ສຖານ​ ກຳລັງ​ຂະຫຍາຍການ​ກໍ່​ການ​ຮ້າຍ​ ເຂົ້າ​ສູ່​ເຂດ​ພາກ​ໃຕ້​ ຂອງ ​ເພີ
ປານຈານ ຫລືສາຍພູຫິມາ​ໄລ ​ແລະ​ໄດ້ລະເມີດການ​ຢຸດ​ຍິງ ​ເພື່ອ​ຊ່ວຍ​ໃນການ​ແຊກ​ຊຶມ.”

ການ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ ມັກ​ເກີດ​ຂຶ້ນ​ຢູ່​ບໍລິເວນຮ່ອມ​ພູແຄ​ັສ​ເມຍ ​ແຕ່ການ​ໂຈມ​ຕີນີ້
ເກີດຂຶ້ນຢູ່ໃນເຂດຈໍາ​ມູ ທີ່​ຕັ້ງ​ຢູ່​ ທາງ​ພາກ​ໃຕ້ລົງມາ ​ແລະເປັນເຂດ​ ທີ່ຂ້ອນຂ້າງມີຄວາມ
ປອດໄພຈາກການກໍ່ຄວາມຮຸນ​ແຮງ. ນິວ​ເດລີ​ໄດ້​ກ່າວ​ຫາ​ປາ​ກິ​ສຖານ​ມາ​ເປັນ​ເວລາເປັນ
ເວລາດົນນານແລ້ວ ໃນການຕິດອາວຸດ ແລະໃຫ້ການເຝິກແອບ ແກ່ພວກຫົວຮຸນແຮງ
ແລະ​ຊ່ວຍ​ເຂົາ​ເຈົ້າ​ ຂ້າມ​ຊາຍ​ແດນ​ ເຂົ້າ​ໄປສູ່ເແຄວ້ນແຄັ​ສ​ເມຍ ຂອງອິ​ນ​ເດຍ​ເພື່ອທຳ
ການໂຈມຕີເປົ້າໝາຍ​ຕ່າງໆ​ຂອງ​ອິນ​ເດຍ ຊຶ່ງເປັນການ​ກ່າວ​ຫາ​ ທີ່​ອິສລາມາ​ບັດ​ໄດ້ປະ
ຕິເສດ.

ຣາວອນປິນດີ ອິສລາມາບັດ ປາກິສຖານ ເສັ້ນຄວບຄຸມ ເຂດແຄສເມຍ.
ຣາວອນປິນດີ ອິສລາມາບັດ ປາກິສຖານ ເສັ້ນຄວບຄຸມ ເຂດແຄສເມຍ.

ຢູ່​ໃນ​ຖະ​ແຫລ​ງການ ທີ່ນຳອອກ​ເຜີຍ​ແຜ່​ ໃນ​ວັນ​ຈັນ​ວານ​ນີ້ ກ່ອນ​ກອງ​ປະຊຸມ​ນັກ​ຂ່າວ​
ຂອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອິນເດຍ ກະຊວງ​ປ້ອງ​ກັນ​ປະ​ເທດ​ປາ​ກິ​ສຖານ ໄດ້
ກ່າວຫາອິນເດຍວ່າ “ເຮັດຖະແຫລງການ ທີ່ບໍ່ມີຄວາມຮັບຜິດຊອບ ແລະກ່າວຫາທີ່ບໍ່
ມີມູນຄວາມຈິງ ກ່ອນການສືບສວນ ທີ່ເໝາະສົມໃດໆ ໃນເຫດຮ້າຍ ທີ່ໄດ້ເກີດຂື້ນ.”
ກະຊວງປ້ອງກັນປະເທດປາກິສຖານຍັງໄດ້​ມີ​ຮຽກ​ຮ້ອງ​ໃຫ້ປະຊາ​ຄົມ​ສາກົນຊັກ​ຊວນ
ໃຫ້ອິນເດຍຢຸດເຊົາການການລະເມີດສິດ​ທິມະນຸດ​ຢູ່​ໃນ​ແຄວ້ນແຄັ​ສ​ເມຍ ແລະ “ລະ
ເວັ້ນຈາກການກໍ່ເຫດຮ້າຍໃດໆ ຂ້າມເຂດແດນ ທີ່ແບ່ງແຄວັນແຄັສເມຍ ລະຫວ່າງ
ສອງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

India Kashmir
please wait
Embed

No media source currently available

0:00 0:01:17 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG