ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ​ແລະ ​ປາ​ກິ​ສຖານ ປະທ້ວງ ອີກຝ່າຍນຶ່ງ ກ່ຽວກັບ ຄວາມຮຸນແຮງ ​ທີ່​ແຄວ້ນ Kashmir


ກອງກຳລັງຊາຍແດນຂອງອິນເດຍ ໄດ້ຮັບບາດເຈັບ ໃນການປະທະກັນ ຢູ່ເຂດຊາຍແດນ ລະຫວ່າງອິນເດຍ ກັບປາກິສຖານ ຖືກນຳສົ່ງໄປໂຮງໝໍເມືອງ Jammu ໃນແຄວ້ນແຄັສເມຍ ສ່ວນທີ່ເປັນຂອງອິນເດຍ, 15 ກໍລະກົດ 2015.
ກອງກຳລັງຊາຍແດນຂອງອິນເດຍ ໄດ້ຮັບບາດເຈັບ ໃນການປະທະກັນ ຢູ່ເຂດຊາຍແດນ ລະຫວ່າງອິນເດຍ ກັບປາກິສຖານ ຖືກນຳສົ່ງໄປໂຮງໝໍເມືອງ Jammu ໃນແຄວ້ນແຄັສເມຍ ສ່ວນທີ່ເປັນຂອງອິນເດຍ, 15 ກໍລະກົດ 2015.

ອິນ​ເດຍ​ແລະ​ປາ​ກິ​ສຖານ ຖິ້ມ​ໂທດ​ໃສ່​ກັນ​ ກ່ຽວກັບຄວາມ​ຮຸນ
ແຮງ​ຮອບ​ໃຫມ່ໃນ​ແຄວ້ນ Kashmir ທີ່​ຍັງ​ຜົນ​ໃຫ້​ມີຫຼາຍໆ​ຄົນ
​ເສຍ​ຊີວິດ ​ໃນ​ສອງ​ມື້ ທີ່​ຜ່ານ​ມາ​ນີ້.

​ໃນ​ວັນ​ພະຫັດ​ມື້​ນີ້ ປາ​ກິ​ສຖານ ​ໄດ້​ຖິ້ມ​ໂທດ​ໃສ່ກອງ​ກຳລັງ
​ຂອງອິນ​ເດຍ ທີ່ໄດ້​ຍິງ​ສັງຫານ “​ແບບ​ບໍ່ມີການເກາະຜິດ”
ຢ່າງ​ນ້ອຍພົນລະ​ເຮືອນ 4 ຄົນ ​ແລະ​ບາດ​ເຈັບ​ອີກ 4 ຄົນ.
ກະຊວງ​ການ​ຕ່າງປະ​ເທດ ​ໄດ້ຮຽກເອກອັກຄະລັດຖະທູດ
ອິນ​ເດຍ ​ໃນ​ນະຄອນ Islamabad ​ເຂົ້າພົບ ແລະ​ທຳ​ການ​ປະ​ທ້ວງຢ່າງແຮງ ຕໍ່ອັນທີ່ເອີ້ນວ່າ ​ການລະ​ເມີດ​ຕໍ່ເຂດ​ຊາຍ​ແດນ​ແລະເຂດ​ອາກາດຂອງຕົນນັ້ນ.​

​ປາ​ກິ​ສຖານ ​ໄດ້​ກ່າວ​ວ່າ ກອງ​ກຳລັງ​ຂອງ​ຕົນ ​ໄດ້​ຍິງ​ເຮືອບິນ​ສອດ​ແນມ ​ທີ່​ບໍ່​ມີ​ຄົນ​ຂັບ ຫຼື drone ​ນັ້ນ ​ຕົກ​ໃນ​ວັນພຸດວານ​ນີ້ ທີ່​ໄດ້ບິນລ່ວງລ້ຳເຂົ້າ​ໄປໃນເຂດອາກາດ​ປາ​ກິ​ສຖານ. ​ກອງທັບຂອງ​ອິນ​ເດຍ ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ທີ່​ວ່າ​ນີ້.

ອິນ​ເດຍ ຍັງ​ໄດ້​ກ່າວ​ອີກ​ວ່າ ກອງ​ກຳລັງປາ​ກິ​ສຖານ ​ໄດ້​ລະດົມ​ຍິງ​ຂ້າມ​ເຂດ​ຊາຍ​ແດນ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ຍັງ​ຜົນ​ໃຫ້​ມີ​ພົນລະ​ເຮືອນ​ບາດ​ເຈັບ 3 ຄົນ ຊຶ່ງນັ້ນແມ່ນມີຂຶ້ນຫຼັງ​ຈາກ​ການ​ຍິງ​ກັນ​ວັນ​ພຸດ​ວານ​ນີ້ ​ໃນ​ແຄວ້ນ Kashmir ທີ່​ທາງ​ອິນ​ເດຍ​ໄດ້​ກ່າວ​ວ່າ ມີ​ແມ່ຍິງ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ອີກ 2 ຄົນ.

ລັດຖະບານ​ອິນ​ເດຍ ​ໄດ້​ທຳ​ການ​ປະ​ທ້ວງຕໍ່ປາ​ກິ​ສຖານ ໃນ​ອັນ​ທີ່​ເອີ້ນ​ວ່າ ການລະ​ເມີດຕໍ່​ການຢຸດ​ຍິງຊ້ຳແລ້ວຊ້ຳອີກ.

ກະຊວງ​ການ​ຕ່າງປະ​ເທດປາ​ກິ​ສຖານໄດ້​ກ່າວ​ໃນ​ວັນພະຫັດ​ມື້​ນີ້ວ່າ ຕົນຮຽກຮ້ອງ​ໃຫ້​ອິນ​ເດຍ ນັບຖື ຂໍ້ຕົກລົງສະບັບ​ປີ 2003 “​ໃນ​ການ​ມີ​ນ້ຳ​ໃຈ​ທີ່​ຈະ​ຮັກສາ​ສັນຕິພາບແລະຄວາມ​ສະຫງົບ ​ສຸກ” ຕາມ​ແນວຊາຍ​ແດນ​ແຄວ້ນ Kashmir.

​ແຄວ້ນ Kashmir ​ແມ່ນ​ຖືກແບ່ງລະຫວ່າງ​ອິນ​ເດຍ ກັບ ປາ​ກິ​ສຖານ ​ເຖິງ​ແມ່ນ​ວ່າ ທັງ​ສອງ​ປະທ​ເດ ​ໄດ້​ອ້າງ​ເອົາ​ກຳມະ​ສິດຂອງເຂດດັ່ງກ່າວທັງໝົດ ​ວ່າເປັນຂ​ອງຕົນ.

ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ອາວຸດນິວ​ເຄລຍ ​ໄດ້​ສູ້​ລົບກັນແລ້ວ​ ໃນ 2 ສົງຄາມ ເພື່ອຍາດແຍ່ງ ເອົາແຄວ້ນດັ່ງກ່າວ ນັບ​ຕັ້ງ​ແຕ່​ເປັນ​ເອກ​ກະລາດ ​ຈາກ​ອັງກິດ ​ໃນ​ປີ 1947 ນັ້ນ.

XS
SM
MD
LG